Homeຂ່າວຕ່າງປະເທດຕາຍຄາເອິກ! ຊາຍຊະລາຊາວຈີນ ເສຍຊີວິດລະຫວ່າງຮ່ວມເພດ ຊ້ຳອະໄວຍະວະເພດຕິດກັນ ດຶງບໍ່ອອກ! (ເບິ່ງຄລິບ)

ຕາຍຄາເອິກ! ຊາຍຊະລາຊາວຈີນ ເສຍຊີວິດລະຫວ່າງຮ່ວມເພດ ຊ້ຳອະໄວຍະວະເພດຕິດກັນ ດຶງບໍ່ອອກ! (ເບິ່ງຄລິບ)

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກຸມພານີ້ວ່າ ເກີດເຫດສຸດຕະລຶງ ເມື່ອຊາຍຊະລາຊາວຈີນທ່ານໜຶ່ງ ເສຍຊີວິດກະທັນຫັນ ໃນລະຫວ່າງມີເພດສຳພັນກັບຍິງສາວ ດ້ວຍອາການຫົວໃຈວາຍ ແລະ ຍິ່ງກວ່ານັ້ນອີກ ອະໄວຍະວະເພດຂອງຊາຍຊະລາດັ່ງກ່າວ ເກີດອາການລ໊ອກ ຈົນເຮັດໃຫ້ອະໄວຍະວະເພດຂອງທັງຄູ່ ຕິດແໜ້ນບໍ່ສາມາດຖອດອອກຈາກກັນໄດ້.

ເຫດການດັ່ງກ່າວນີ້ ຖືກເຜີຍແຜ່ເປັນວີດີໂອ ລາຍງານຜ່ານເວັບໄຊ Miaopai ຂອງຈີນ ກ່ອນທີ່ຈະມີການເຜີຍແຜ່ຕໍ່ໃນທົ່ວໂລກ ຊຶ່ງສະແດງໃຫ້ເຫັນຊາຍ 3 ຄົນ ຊຶ່ງເປັນບຸກຄະລາກອນການແພດ ກຳລັງຍູ້ລໍ້ຄົນເຈັບຄັນໜຶ່ງ ເພື່ອໄປຍັງໂຮງໝໍ ຊຶ່ງເທິງລໍ້ດັ່ງກ່າວມີຮ່າງຂອງຊາຍຊະລານອນຢຽດຢູ່ ແລະ ມີຍິງສາວຄົນໜຶ່ງ ນອນຂວ້ຳຢູ່ເທິງລຳຕົວຂອງຊາຍຄົນດັ່ງກ່າວ ຊຶ່ງໄດ້ໝົດລົມຫາຍໃຈໄປແລ້ວ ໂດຍມີການໃຊ້ຜ້າຫົ່ມປິດ ແລະ ປົກຄຸມລຳຕົວຂອງຜູ້ຍິງໄວ້ ທ່າມກາງສາຍຕາຂອງຜູ້ຄົນທີ່ເຫັນເຫດການ ທີ່ຕ່າງວິພາກວິຈານກັນຢ່າງເນືອງນັນ.

NjpUs24nCQKx5e1D7drW5pwviGonDIRh6ZIXqWTQDfIຂ່າວແຈ້ງວ່າ ທັງຄູ່ໄດ້ຖືກນຳຕົວສົ່ງໄປໂຮງໝໍ ເພື່ອເຂົ້າຫ້ອງຜ່າຕັດແຍກອະໄວຍະວະເພດອອກ ກ່ອນທີ່ຝ່າຍຊາຍ ຈະຖືກນຳສົ່ງຮ່າງໄປຫ້ອງເຢັນ ຊຶ່ງການເສຍຊີວິດລະຫວ່າງການມີເພດສຳພັນນັ້ນ ເຖິງແມ່ນເປັນເຫດການທີ່ບໍ່ປົກກະຕິກໍຕາມ ແຕ່ກໍສາມາດເກີດຂຶ້ນໄດ້ ຈາກອາການຫົວໃຈວາຍ ຊຶ່ງສ່ວນໃຫຍ່ຈະເກີດກັບຜູ້ຊາຍ.

 
https://www.youtube.com/watch?v=45dWjixTUPI

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...