spot_img
Homeຂ່າວຕ່າງປະເທດເລີ່ມມາເອີຣົບ ພົບຍິງມີລູກຕິດເຊື້ອໄວຣັສຊິກາໃນແອັດສະປາຍ

ເລີ່ມມາເອີຣົບ ພົບຍິງມີລູກຕິດເຊື້ອໄວຣັສຊິກາໃນແອັດສະປາຍ

Published on

ເອີຣົບ ພົບຍິງມີລູກຕິດເຊື້ອໂລກໄວຣັສຊິກາຄົນທໍາອິດ ເປັນຍິງຊາວແອັດສະປາຍກໍາລັງເດີນທາງກັບຈາກປະເທດແຖວອາເມລິກາໃຕ້ບໍ່ດົນມານີ້ ຂະນະທີ່ ອົງການອະນາໄມໂລກແນະນໍາໜ່ວຍງານສາທາລະນະສຸກທົ່ວໂລກ ຄວນງົດຮັບບໍລິຈາກເລືອດຈາກຜູ້ທີ່ເດີນທາງໄປລາຕີນອາເມລິກາ ຫຼືແຄຣິບບຽນ ຫຼັງຈາກເຫັນວ່າໄວຣັສຊິກາສາມາດຕິດທາງການຖ່າຍເລືອດ.

ມື້ວັນທີ 5 ກຸມພາ ສໍານັກງານຂ່າວຕ່າງປະເທດລາຍງານ ກະຊວງສາທາລະນະສຸກ ຢືນຢັນພົບຍິງຖືພາຊາວແອັດສະປາຍຕິດເຊື້ອໄວຣັສຊິກາເປັນຄົນທໍາອິດແລ້ວ ຫຼັງຫາກໍ່ເດີນທາງກັບຈາກປະເທດໂຄລົມບີເມື່ອໄວໆນີ້ ອີກທັງຍັງນັບເປັນແມ່ຍິງມີລູກທີ່ຕິດເຊື້ອໄວຣັສຊິກາຄົນທໍາອິດໃນທະວີບຍູໂລບດ້ວຍ ຂະນະທີ່ອັນຕະລາຍຮ້າຍແຮງຈາກເຊື້ອໄວຣັສຊິກາທີ່ກໍາລັງສ້າງຄວາມວິຕົກກັງວົນຢ່າງໃຫຍ່ ພົບອັດຕາເດັກນ້ອຍໃນບຣາຊິນທີ່ແມ່ຕິດເຊື້ອໄວຣັສຊິກາລະຫວ່າງຖືພາ ເກີດມາມີຫົວນ້ອຍເພີ່ມສູງຂຶ້ນຫຼາຍ

ກະຊວງສາທາລະນະສຸກແອັດສະປາຍ ຖະແຫຼ່ງວ່າ ແມ່ຍິງຖືພາທີ່ຕິດເຊື້ອຊິກາຜູ້ນີ້ ບໍ່ມີການເປີດເຜີຍຊື່-ນາມສະກຸນຢູ່ທີ່ແຄວ້ນຄາຕາໂລເນຍ ທາງພາກຕາເວັນອກຫສຽງເໜືອຂອງແອັດສະປາຍ ແລະນັບເປັນຊາວແອັດສະປາຍໜຶ່ງໃນ 7 ຄົນ ທີ່ໄດ້ຮັບການກວດວິນິດໄສ ແລະຢືນຢັນວ່າຕິດເຊື້ອໄວຣັສຊິກາ ໂດຍຂະນະນີ້ມີຜູ້ຕິດເຊື້ອໄວຣັສຊິກາຫຼາຍກວ່າ 2 ຄົນຢູ່ໃນແຄວ້ນຄາຕາໂລເນຍ ແລະ 1 ຄົນ ຢູ່ທີ່ນະຄອນຫຼວງມາດຣິດ ແນວໃດກໍ່ຕາມ ຜູ້ຕິດເຊື້ອໄວຣັສຊິກາທັງ 7 ຄົນໃນແອັດສະປາຍຍັງແຂງແຮງດີ

ຂະນະດຽວກັນ ເມື່ອວັນທີ 4 ກຸມພາທີ່ຜ່ານມາ ອັງການອະນາໄມໂລກ (WHO) ໄດ້ແນະນໍາໃຫ້ໜ່ວຍງານສາທາລະນະສຸກໃນປະເທດຕ່າງໆ ບໍ່ຄວນຮັບບໍລິຈາກເລືອດປະຊາຊົົນທີ່ເດີນທາງໄປປະເທດທີ່ມີການລະບາດຂອງໄວຣັສຊິກາ ບໍ່ວ່າຈະເປັນພູມິພາກລາຕິນອາເມລິກາ ຫຼືແຖບແຄຣິບບຽນ ຫຼັງຈາກໜ່ວຍງານສາທາລະນະສຸກໃນປະເທດບຣາຊິນ ຊຶ່ງເກີດການລະບາດຂອງເຊື້ອໄວຣັສຊິກາແບບຮຸ່ນແຮງ ຢືນຢັນພົບການຕິດໄວຣັສຊິກາທີ່ຜ່ານການຖ່າຍເລືອດນຳ ຫຼັງຈາກກ່ອນໜ້ານີ້ ເຊື້ອໄວຣັສຊິກາມີການແພ່ລະບາດ ໂດຍຍຸງລາຍເປັນພາຫະ ແລະທີ່ສະຫະລັດ ພັບມີການຕິດເຊື້ອໄວຣັສຊິກາຜ່ານການມີເພດສໍາພັນແລ້ວ 1 ລາຍ.

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...