spot_img
Homeຂ່າວພາຍ​ໃນສາຍ​ການ­ບິນ​ແຫ່ງ​ຊາດ ຮັບ​ໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ​ຄວາມ​ປອດ​ໄພ​ຂົນ­ສົ່ງ​ທາງ​ອາ­ກາດ​ສາ­ກົນ

ສາຍ​ການ­ບິນ​ແຫ່ງ​ຊາດ ຮັບ​ໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ​ຄວາມ​ປອດ​ໄພ​ຂົນ­ສົ່ງ​ທາງ​ອາ­ກາດ​ສາ­ກົນ

Published on

   ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວສາຍ​ການບິນ​ແຫ່ງ​ຊາດ ໄດ້​ຮັບ​ໃບ­ຢັ້ງ­ຢືນ​ມາດ­ຕະ­ຖານຄວາມ​ປອດ​ໄພ (IOSA) ຈາກ​ສະ­ມາ­ຄົມ​ການຂົນ­ສົ່ງ​ທາງ​ອາ­ກາດ​ສາ­ກົນ ອັນ​ຈະ​ປະ­ກອບສ່ວນ​ເປັນ​ຕົວ​ເສີມ​ທີ່​ສຳ­ຄັນ​ສ້າງ​ຄວາມ​ເຊື່ອໝັ້ນ ແລະ​ຄວາມ​ໄວ້​ວາງ­ໃຈ​ໃຫ້​ກັບ​ລູກ​ຄ້າ​ກໍ​ຄື ຜູ້­ໂດຍ­ສານ​ໃຫ້​ມາ​ໃຊ້​ບໍ­ລິ­ການ​ນັບ​ມື້​ນັບ​ຫຼາຍຂຶ້ນ​ໃນ​ອະ­ນາ­ຄົດ ໂດຍ​ຂະ­ນະ​ນີ້​ການ­ບິນ​ລາວ​ມີ​ເຮືອ­ບິນ​ທັງ​ໝົດ 11 ລຳ​ໄວ້​ຮອງ​ຮັບ​ລູກ​ຄ້າ​ມາໃຊ້​ບໍ­ລິ­ການ​ບິນ​ໄປ 6 ສະ­ໜາມ​ບິນ​ພາຍ​ໃນ ແລະ 15 ເສັ້ນ​ບິນ​ຕ່າງ­ປະ­ເທດ.

   ການ​ໄດ້​ຮັບ​ໃບ­ຢັ້ງ­ຢືນ​ດັ່ງ­ກ່າວ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ບ່າຍ​ວັນ​ທີ 4 ກຸມ­ພາ 2016 ທີ່​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະ​ມົນຕີ​ວ່າ­ການ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ, ທ່ານ ດຣ. ສົມ​ພອນ ດວງດາ­ລາ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ພ້ອມ​ນີ້​ກໍ​ມີ​ຄະ­ນະ​ສາ​ມາ​ຄົມ​ການ­ບິນ​ສາ­ກົນ ແລະ​ພະ­ນັກ­ງານ ຕະ­ຫຼອດ​ຮອດ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງເຂົ້າ​ຮ່ວມ.

ຕາມ​ຂໍ້​ມູນ​ຈາກ​ລັດ​ວິ​ສາ​ຫະ​ກິດ​ການບິນ​ລາວ ລະ­ບຸ​ວ່າ: ຜົນ­ສຳ­ເລັດ​ດັ່ງ­ກ່າວ ຈະ​ຊ່ວຍ​ເຮັດ​ໃຫ້­ການ​ບິນ​ລາວ​ສາ­ມາດ​ບໍລິ​ຫານ​ຈັດ­ການ​ລະ­ບົບ​ມາດ​ຕະ​ຄວາມປອດ​ໄພ​ໃນ​ການ​ໃຫ້​ບໍ­ລິ­ການ, ການ​ກວດກາ​ທີ່​ດີ ແລະ​ມີ​ປະ­ສິດ­ທິ­ພາບ​ຄຽງ​ຄູ່​ກັບການ​ຈະ­ເລີນ​ເຕີບ​ໂຕ​ທາງ​ທຸ­ລະ​ກິດ ສຳລັບໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ​ຄວາມ​ປອດ​ໄພຈາກ​ສະ­ມາ­ຄົມ​ການ​ຂົນ­ສົ່ງ​ທາງ​ອາ­ກາດ​ສາ­ກົນ​ແມ່ນ​ເປັນ​ທີ່​ຮັບ​ຮູ້​ໃນ​ລະ­ດັບ​ສາ­ກົນ ແລະ​ການ­ບິນ​ລາວ​ໄດ້​ໃຫ້​ສັດ­ຕະ­ຍາ­ບັນ ຈະ​ສືບ­ຕໍ່​ດຳ­ເນີນ​ທຸ­ລະ​ກິດ​ການ­ບິນ​ຮັບ​ໃຊ້​ຜູ້­ໂດຍ­ສານ​ດ້ວຍ​ຄວາມ​ຖືກ­ຕ້ອງ, ປອດ​ໄພ ແລະ​ສາ­ມາດ​ໃຫ້​ຄວາມ​ໄວ້​ວາງ ໃຈ​ໄດ້​ພາຍ​ໃຕ້​ລະ­ບຽບ​ຂອງ IOSA ຢ່າງ​ເຄັ່ງ​ຄັດ.

ທ່ານ ດຣ. ສົມ​ພອນ ດວງ​ດາ­ລາ ກ່າວວ່າ: ການ​ໄດ້​ຮັບ​ໃບ­ຢັ້ງ­ຢືນ​ເທື່ອ​ນີ້​ໄດ້​ສະແດງ​ເຖິງ​ຜົນ­ສຳ­ເລັດ​ພົ້ນ​ເດັ່ນ​ທາງ​ດ້ານຄວາມ​ປອດ​ໄພ​ຂອງ​ການ­ບິນ​ລາວ ຊຶ່ງ​ຈະສ້າງ​ຄວາມ​ເຊື່ອ​ໝັ້ນ ແລະ​ຄວາມ​ໄວ້​ວາງໃຈ​ໃຫ້​ກັບ​ລູກ​ຄ້າ​ກໍ​ຄື​ຜູ້­ໂດຍ­ສານ​ທີ່​ມາໃຊ້​ບໍ­ລິ­ການ ໂດຍ​ໃນ​ປະ­ຈຸ​ບັນ​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວນຳ​ໃຊ້​ເຮືອ­ບິນ​ແອບັສ A320-214 ຈຳ­ນວນ 4 ລຳ ແລະ ເຮືອບິນ​ຊະ­ນິດ​ອາ​ເຕ​ແອ້ ATR 72-500 ແລະ600 ຈຳ­ນວນ 7 ລຳ ຊຶ່ງ​ມີ​ເສັ້ນ​ບິນ ພາຍ​ໃນ​ປະ­ເທດ​ບິນ​ໄປ 6 ສະ­ໜາມ​ບິນ ແລະ​ເສັ້ນ​ບິນ​ຕ່າງ­ປະ­ເທດ 15 ສະ­ໜາມບິນ​ໃນ​ຂົງ­ເຂດ​ອາ­ຊີ.

ຂະ­ນະ​ທີ່​ ໃນ­ຕໍ່­ໜ້າ​ການ­ບິນ​ລາວ​ຍັງ​ມີແຜນ­ທີ່​ຈະ​ເພີ່ມ​ເສັ້ນ​ບິນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ຕື່ມ​ອີກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...