spot_img
Homeຂ່າວພາຍ​ໃນຄຳ​ມ່ວນ ກວດ​ພົບ​ແປ້ງ​ນົວ​ກາ​ຈອງ​ປອມ

ຄຳ​ມ່ວນ ກວດ​ພົບ​ແປ້ງ​ນົວ​ກາ​ຈອງ​ປອມ

Published on

   ວັນ​ທີ 2 ກຸມ­ພາ​ຜ່ານ​ມາ ທີ່​ເມືອງ​ເຊ​ບັ້ງ­ໄຟ ແຂວງ​ຄຳ​ມ່ວນ ໄດ້​ເປີດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ແລະ​ລົງ​ກວດ­ກາ ສະ­ກັດ​ກັ້ນ​ການ​ຜະ­ລິດ​ຈຳ­ໜ່າຍ​ສິນ­ຄ້າ​ປະ ເພດ​ແປ້ງ​ນົວ​ກາ​ຈອງ​ປອມ, ໂດຍ​ການ ເປັນ​ປະ­ທານ​ຂອງ ທ່ານ ນາງ ແຕງ​ອ່ອນ ລິນ​ສົມ​ພູ ຮອງ​ຫົວ­ໜ້າ​ພະ​ແນກ​ວິ­ທະ­ຍາສາດ ແລະ​ເຕັກ​ໂນ​ໂລ​ຊີ​ແຂວງ ແລະ ທ່ານ ພອນ​ແກ້ວ ໃສ​ແສງ​ບຸນ ຫົວ­ໜ້າຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ເຊ​ບັ້ງ­ໄຟ, ມີ​ບັນ­ດາ​ຫ້ອງ­ການ​ທີ່​ກ່ຽວ­ຂ້ອງ ພ້ອມດ້ວຍ ທ່ານ ນາງ ດາວ​ວຽງ ຕາງ­ໜ້າ​ບໍ​ລິສັດ​ແປ້ງ​ນົວ​ລາ­ຊາ​ຊູ​ລົດ​ກາ​ຈອງ​ກໍ່​ໄດ້ເຂົ້າ​ຮ່ວມ​ໃນ​ການ​ກວດ­ກາ​ໃນ​ຄັ້ງ​ນີ້​ດ້ວຍ.

   ການ​ລົງ​ຄັ້ງ​ນີ້​ແມ່ນ​ໄດ້​ເຄື່ອນ​ໄຫວກວດ­ກາ​ຕາມ​ຫ້າງ​ຮ້ານ ແມ່​ຄ້າ​ຊາວ​ຂາຍໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບ​ການ ເພື່ອ​ເປັນ ການ​ບໍ່​ເອົາ​ປຽບ​ຜູ້​ບໍ­ລິ­ໂພກ​ໃນ​ອ້ອມ​ຂ້າງເທ­ສະ​ບານ​ເມືອງ​ເຊ​ບັ້ງ­ໄຟ, ໃນ​ຮ້ານ​ຂາຍເຄືອງ​ຍ່ອຍ​ຈຳ­ນວນ 17 ຮ້ານໃນ​ຕອນ ແລງ​ຂອງ​ວັນ​ດຽວ​ກັນ​ຍັງ​ໄດ້​ລົງ​ກວດກາ​ທີ່​ຕະ­ຫຼາດ​ສຸກ​ສົມ­ບູນ​ຫຼັກ 3 ຈຳ­ນວນ 11 ຮ້ານ ສາ­ມາດ​ຢືດ​ສິນ­ຄ້າ​ແປ້ງ​ນົວ​ກາຈອງ​ປອມ 1 ຮ້ານ ຈຳ­ນວນ 720 ຖົງ ຂະ­ໜາດ 40 ກຣາມ ລວມ​ມູນ​ຄາ 7,2 ແສນ​ກີບ.

ການ​ລົງ​ເຄື່ອນ​ໄຫວ​ຄັ້ງ​ນີ້ ຖື​ວ່າ​ແມ່ຄ້າ​ຊາວ​ຂາຍ​ສ່ວນ​ຫຼາຍ​ແມ່ນ​ໄດ້​ໃຫ້­ການຮ່ວມ​ມື​ເປັນ​ຢ່າງ​ດີ ແລະ​ເຂົ້າ­ໃຈ​ເຖິງ​ວຽກງານ​ນີ້​ຫຼາຍ​ຂຶ້ນ, ສິນ­ຄ້າ​ທີ່​ຢຶດ​ມາ​ໄດ້​ທັງໝົດ​ແມ່ນ​ໄດ້​ເອົາ​ມາ​ເກັບ​ຮັກ­ສາ​ໄວ້​ທີ່​ພະແນກ​ວິ­ທະ­ຍາ­ສາດ ແລະ​ເຕັກ​ໂນ​ໂລ​ຊີ ແຂວງ​ຄຳ​ມ່ວນ ເພື່ອ​ເປັນ​ຫຼັກ​ຖານ​ໃນການ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)