spot_img
Homeຂ່າວຕ່າງປະເທດປະທານາທິບໍດີບຣາຊິນ ປະກາດສົງຄາມກັບຍຸງ ຫລັງເຊື້ອໄວຣັສຊິກາ ລະບາດໜັກໃນປະເທດ!

ປະທານາທິບໍດີບຣາຊິນ ປະກາດສົງຄາມກັບຍຸງ ຫລັງເຊື້ອໄວຣັສຊິກາ ລະບາດໜັກໃນປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ກຸມພານີ້ວ່າ ທ່ານ ນາງ ດິນມາ ຣູດເຊບ ປະທານາທິບໍດີບຣາຊິນ ໄດ້ອອກມາປະກາດ ຈະດຳເນີນມາດຕະການເຂັ້ມງວດ ເພື່ອກວາດລ້າງຍຸງທີ່ເປັນພາຫະນະຂອງເຊື້ອພະຍາດຊິກ້າ (Zika virus) ທີ່ກຳລັງແຜ່ລະບາດໃນທົ່ວທະວີບອາເມຣິກາ ແລະ ຈົນຮອດປັດຈຸບັນນີ້ ຍັງບໍ່ທັນມີວິທີການປິ່ນປົວ ຕະຫລອດຮອດຍັງບໍ່ທັນມີວັກແຊັງປ້ອງກັນອີກດ້ວຍ.

ທັງນີ້ ໄວຣັສຊິກາ ຖືກຄົ້ນພົບເທື່ອທຳອິດ ໃນປະເທດອູກັນດາ ທາງພາກຕາເວັນອອກຂອງທະວີບອາຟຣິກາ ແຕ່ປີ 1947 ໂດຍໃນເວລານັ້ນ ຍັງບໍ່ທັນຖືເປັນເຊື້ອພະຍາດລະບາດຮ້າຍແຮງ, ແຕ່ພາຍຫລັງເກີດການລະບາດຂຶ້ນ ໃນພາກພື້ນອາເມຣິກາລາຕິນ ເມື່ອປີ 2015 ເປັນຕົ້ນມາ ເຊື້ອພະຍາດດັ່ງກ່າວ ຊຶ່ງມີຍຸງລາຍເປັນພາຫະນະນຳເຊື້ອ ໄດ້ມີການແຜ່ລະບາດໃນທຸກປະເທດ ທົ່ວທະວີບອາເມຣິກາ ຍົກເວັ້ນພຽງປະເທດຈີເລ ແລະ ການາດາ 2 ປະເທດເທົ່ານັ້ນ.

ສຳລັບປະເທດບຣາຊິນ ແມ່ນຖືເປັນປະເທດທຳອິດໃນພາກພື້ນດັ່ງກ່າວ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ອັນຕະລາຍ ຂອງເຊື້ອໄວຣັສຊິກາ ໂດຍໜ່ວຍງານສາທາລະນະສຸກຂອງບຣາຊິນ ໄດ້ລະບຸວ່າ ເຊື້ອພະຍາດດັ່ງກ່າວນີ້ ອາດມີຄວາມເຊື່ອມໂຍງຢ່າງຈະແຈ້ງ ກັບອາການຜິດປົກກະຕິ ຫລື ການເປັນພິການຂອງເດັກເກີດໃໝ່ ຫລັງຈາກທີ່ເຈົ້າໜ້າທີ່ສັງເກດເຫັນວ່າ ມີເດັກນ້ອຍທີ່ເກີດໃໝ່ຢູ່ບຣາຊິນ ມີກະໂຫລກຫົວນ້ອຍຜິດປົກກະຕິ ຈຳນວນຫລາຍກໍລະນີເຖິງ 4,000 ຄົນ.

An Anopheles stephensi mosquito obtains a blood meal from a human host through its pointed proboscis in this undated handout photo obtained by Reuters November 23, 2015.  A known malarial vector, the species can found from Egypt all the way to China.  Scientists have produced a strain of mosquitoes carrying genes that block the transmission of malaria, with the idea that they could breed with other members of their species in the wild and produce offspring that cannot spread the disease. REUTERS/Jim Gathany/CDC/Handout via Reuters   THIS IMAGE HAS BEEN SUPPLIED BY A THIRD PARTY. IT IS DISTRIBUTED, EXACTLY AS RECEIVED BY REUTERS, AS A SERVICE TO CLIENTS. FOR EDITORIAL USE ONLY. NOT FOR SALE FOR MARKETING OR ADVERTISING CAMPAIGNS - RTX1VI38
ພາບ: REUTERS/Jim Gathany/CDC/Handout via Reuters
A health worker fumigates the Altos del Cerro neighbourhood as part of preventive measures against the Zika virus and other mosquito-borne diseases in Soyapango, El Salvador January 21, 2016. REUTERS/Jose Cabezas
ພາບ: REUTERS/Jose Cabezas

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...