spot_img
Homeຂ່າວຕ່າງປະເທດກຳປູເຈຍສົ່ງອອກຜະລິດຕະພັນຕັດຫຍິບ ສ້າງລາຍຮັບເຂົ້າປະເທດກ່ວາ 7 ຕື້ໂດລາ ໃນປີຜ່ານມາ!

ກຳປູເຈຍສົ່ງອອກຜະລິດຕະພັນຕັດຫຍິບ ສ້າງລາຍຮັບເຂົ້າປະເທດກ່ວາ 7 ຕື້ໂດລາ ໃນປີຜ່ານມາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ກຸມຜາຜ່ານມານີ້ວ່າ ກຳປູເຈຍສົ່ງອອກເສື້ອຜ້າສຳເລັດຮູບ ແລະ ຜະລິດຕະພັນເກີບ ສ້າງລາຍຮັບເຂົ້າປະເທດໃນປີ 2015 ຜ່ານມາ ບັນລຸ 7.1 ຕື້ໂດລາ ຊຶ່ງເພີ່ມຂຶ້ນ 14.5% ເມື່ອທຽບກັບປີຜ່ານມາ ໂດຍຕະຫລາດຕົ້ນຕໍ ແມ່ນສົ່ງໄປປະເທດໃນທະວີບເອີຣົບ, ສະຫະລັດອາເມຣິກາ ແລະ ການາດາ.

ທ່ານ ກຽດ ຊົນ ຮອງນາຍົກລັດຖະມົນຕີກຳປູເຈຍ ໄດ້ລະບຸວ່າ ການເຕີບໂຕທາງດ້ານເສດຖະກິດຂອງກຳປູເຈຍ ແມ່ນຢູ່ໃນລະດັບປະມານ 7% ໃນປີ 2015 ແລະ ອຸດສາຫະກຳຕັດຫຍິບ ນັບວ່າເປັນຂະແໜງການທີ່ມີບົດບາດ ສົ່ງຜົນໃຫ້ແກ່ອັດຕາການເຕີບໂຕ ທາງດ້ານເສດຖະກິດດັ່ງກ່າວນີ້ ໂດຍລັດຖະບານກຳປູເຈຍ ຈະພະຍາຍາມ ຊອກຫາຕະຫລາດຕ່າງປະເທດແຫ່ງໃໝ່ ເພື່ອຮອງຮັບໃຫ້ແກ່ ຜະລິດຕະພັນຕັດຫຍິບຂອງກຳປູເຈຍ.

ທັງນີ້ ເນື່ອງຈາກພາກອຸດສາຫະກຳຕັດຫຍິບ ແມ່ນເປັນແຫລ່ງລາຍຮັບຈາກການສົ່ງອອກ ທີ່ຫລາຍທີ່ສຸດຂອງກຳປູເຈຍ ໂດຍມີໂຮງງານອຸດສາຫະກຳຕັດຫຍິບ ປະມານ 1,007 ແຫ່ງໃນທົ່ວປະເທດ ແລະ ມີແຮງງານໃນຂະແໜງການດັ່ງກ່າວ ຫລາຍກ່ວາ 754,000 ຄົນ ຊຶ່ງມີລາຍຮັບຂັ້ນຕ່ຳຢູ່ທີ່ 140 ໂດລາຕໍ່ເດືອນ.

 

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...