ແຂວງບໍ່ແກ້ວ ເປີດເທສະການດອກງິ້ວບານ ສົ່ງເສີມການທ່ອງທ່ຽວດອນຊາວ ເມືອງຕົ້ນເຜິ້ງ!

ເທ​ສະການ​ດອກ​ງິ້ວ​ບານ ຄັ້ງ​ທີ 16 ໄດ້​ຮັບ​ຄວາມ​ສົນໃຈຈາກ​ມວນ​ຊົນ​ຊາວ​ເມືອງ​ຕົ້ນ​ເຜິ້ງ ກໍ່​ຄືປະຊາຊົນ​ບັນດາເຜົ່າ​ພາຍໃນ​ແຂວງ​ບໍ່​ແກ້ວ ແຂວງ​ໃກ້​ຄຽງ ລວມ​ເຖິງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງປະເທດ ເຊິ່ງ​ງານ​ຄັ້ງ​ນີ້ ແນໃສ່​ສົ່ງເສີມ​ການທ່ອງທ່ຽວ​ທຳ​ມະ​ຊາດ​ດອນ​ຊາວ ຕິດ​ພັນ​ກັບການທ່ອງທ່ຽວ​ຄົບ​ວົງ​ຈອນ​ຂອງເຂດ​ເສດຖະກິດ​ພິເສດ 3 ຫຼ່ຽມຄຳ.

ທ່ານ ​ດຣ. ຄຳ​ພັນ ເຜີຍ​ຍະ​ວົງ ເຈົ້າແຂວງ​ບໍ່​ແກ້ວ ກ່າວ​ໃນ​ພິທີເປີດ​ເທ​ສະການ​ດອກ​ງິ້ວ​ບານ ຄັ້ງທີ 16 ຢ່າງ​ເປັນ​ທາງ​ການ​ວ່າ: ເທ​ສະການ​ດອກ​ງິ້ວ​ບານ​ປີ​ນີ້ ເປັນຄັ້ງ​ທີ 16 ແລະ ເປັນ​ປີ​ທີ 5 ທີ່​ເຂດເສດຖະກິດ​ພິເສດ 3 ຫຼ່ຽມ​ຄຳ ຮ່ວມ​ກັບ​ອຳນາດ​ການ​ປົກຄອງແຂວງ​ບໍ່​ແກ້ວ ຈັດ​ຂຶ້ນ ຈຸດປະສົງເພື່ອ​ສົ່ງເສີມ​ຄວາມ​ເປັນ​ເອກະລັກ​ດ້ານ​ວັດທະນະທຳ ແລະ ຮີດຄອງປະເພນີ​ອັນ​ດີງາມ​ຂອງ​ທ້ອງຖິ່ນ ແນໃສ່​ເສີມ​ຂະຫຍາຍຄວາມ​ສາມັກ​ຄີ​ປອງ​ດອງ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ກໍ່​ຄືພົນລະເມືອງ​ຜູ້​ອາໄສຢູ່​ໃນ​ເຂດ ແລະ ເມືອງ​ຕົ້ນ​ເຜິ້ງ ພ້ອມ​ທັງ​ເປັນ​ການ​ສົ່ງເສີມ​ການຜະລິດ ແລະ ການ​ແລກປ່ຽນສິນຄ້າ​ໃຫ້​ມີ​ການ​ຂະຫຍາຍຕົວຫຼາຍ​ຂຶ້ນ.

ງານ​ຄັ້ງ​ນີ້ ຈັດ​ຂຶ້ນ​ແຕ່​ວັນ​ທີ 26-31 ມັງກອນ 2016 ເຊິ່ງ​ປະກອບມີ​ຫຼາຍ​ກິດຈະກຳ ເຊັ່ນ: ການ​ຈັດພິທີ​ທາງ​ສາສະໜາ ຕັກບາດ ແລະ ສູດ​ປະລິ​ຕະ​ມຸງຄຸນ ງານຕະຫຼາດນັດ ຄັດ​ເລືອກ​ນາງ​ງາມດອກ​ງິ້ວ​ບານ ປະຈຳ​ປີ 2016 ຍ່າງ​ສະແດງ​ເຄື່ອງນຸ່ງ​ບັນດາເຜົ່າ ພິເສດ​ແມ່ນ​ໄດ້​ຮັບ​ຊົມ​ການ​ສະແດງ​ຂອງ​ນັກ​ຮ້ອງ​ຈາກ​ສູນ​ກາງ ອັນ​ໄດ້​ເປັນ​ສີສັນ​ເຮັດ​ໃຫ້​ງານ​ຄັ້ງ​ນີ້​ ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ​ຂຶ້ນຕື່ມ.

ພິທີ​ເປີດ​ງານ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ມັງກອນ 2016 ຜ່ານ​ມາ ທີ່​ດອນ​ຊາວ ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງນາຍົກລັດຖະມົນຕີ ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ເພື່ອຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິເສດ ແລະ ເຂດ​ເສດຖະກິດ​ສະເພາະ ທ່ານ ຈ້າວ ເຫວີຍ ປະທານ​ສະພາ​ບໍລິຫານ​ເຂດ​ເສດຖະກິດ​ພິເສດ 3 ຫຼ່ຽມ​ຄຳ ພ້ອມ​ພາກສ່ວນ​ກ່ຽວຂ້ອງ ແລະ ພໍ່​ແມ່​ປະຊາ​ຊົນ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ:

ວຈໝ