spot_img
Homeຂ່າວຕ່າງປະເທດສະໜາມບິນດູໄບ ແຊ໋ມຜູ້ໂດຍສານຫຼາຍສຸດໃນໂລກ

ສະໜາມບິນດູໄບ ແຊ໋ມຜູ້ໂດຍສານຫຼາຍສຸດໃນໂລກ

Published on

   ສະ­ໜາມ​ບິນ​ນາ­ນາ​ຊາດ​ດູ​ໄບ​ຂອງ​ສະ­ຫະ­ລັດ​ອາ​ຣັບ​ອາ​ມິ​ເຣດ ຍັງ​ເປັນ​ສະ­ໜາມ​ບິນ​ທີ່​ມີ​ຜູ້­ໂດຍ­ສານ​ຫຼາຍ​ທີ່​ສຸດ​ໃນ​ໂລກ ​ສຳ­ລັບ​ການ​ເດີນ­ທາງ​ລະ​ຫ່ວ​າງ​ປະ­ເທດ​ໃນ​ປີ 2015 ທີ່​ຜ່ານ​ມາ ໂດຍ​ມີ​ຈຳ­ນວນ​ຜູ້­ໂດຍ­ສານ​ເພີ່ມ​ຂຶ້ນ 10,7%.

     ສະ­ໜາມ​ບິນ​ດູ​ໄບ​ຖະ­ແຫຼງ​ໃນ​ວັນ​ທີ 1 ກຸມ­ພາ​ທີ່​ຜ່ານ​ມາ​ວ່າ ໃນ​ປີ 2015 ສະ­ໜາມ​ບິນ​ດູ​ໄບ​ຮອງ​ຮັບ​ຜູ້­ໂດຍ­ສານ​ຫຼາຍ​ກວ່າ 78 ລ້ານ​ຄົນ ໄດ້​ແຮງ​ສະ­ໜັບ­ສະ­ໜູນ​ຈາກ​ການ​ເພີ່ມ​ຈຳ­ນວນ​ນັກ​ທ່ອງ​ທ່ຽວ​ອິນ​ເດຍ, ອັງ­ກິດ ແລະ ຊາ​ອຸ​ດິດ​ອາ​ຣັບ​ບີ ໂດຍ​ຊາວ​ອິນ​ເດຍ​ເດີນ­ທາງ​ມາ​ຍັງ​ສະ­ໜາມ​ບິນ​ດູ​ໄບ​ໃນ​ປີ​ທີ່​ຜ່ານ​ມາ​ເກືອບ 10,4 ລ້ານ​ຄົນ ເພີ່ມ​ຂຶ້ນ​ຈາກ​ປີ 2014 ຄິດ​ເປັນ 17% ສ່ວນ​ຊາວ​ອັງ­ກິດ​ເພີ່ມ​ຂຶ້ນ 6% ເປັນ 5,7 ລ້ານ​ຄົນ ນັກ​ເດີນ­ທາງ​ຊາ​ອຸ​ດິດ​ອາ​ຣັບ​ບີ​ເພີ່ມ​ຂຶ້ນ 12% ເປັນ 5,5 ລ້ານ​ຄົນ, ຊຶ່ງ​ປີ​ທີ່​ຜ່ານ​ມາ​ສະ­ໜາມ​ບິນ​ດູ​ໄບ​ປະ­ກາດ​ວ່າ ມີ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ນຳ​ໜ້າ​ສະ­ໜາມ​ບິນ​ຮິ​ດ​ໂທວ​ຂອງ​ອັງ­ກິດ​ໄປ ໂດຍ​ຕະ­ຫຼອດ​ປີ 2014 ມີ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ເດີນ­ທາງ​ຜ່ານ​ສະ­ໜາມ​ບິນ​ດູ​ໄບ 70,4 ລ້ານ​ຄົນ.

ທັງ​ນີ້​ດູ​ໄບ​ຕັ້ງ​ຢູ່​ເສັ້ນ­ທາງ​ການ­ບິນ​ຂ້າມ​ທະ­ວີບ ແລະເປັນ​ທີ່​ຕັ້ງ​ຂອງ​ສາຍ​ການ­ບິນ​ເອ​ມິ​ເຣດ​ຈິ່ງ​ມີ​ສາຍ​ການ­ບິນ​ປະ­ມານ 100 ແຫ່ງ​ບິນ​ອອກ​ຈາກ​ສະ­ໜາມ​ບິນ​ດູ​ໄບ​ໄປ​ຍັງ​ຫຼາຍ​ກວ່າ 240 ປາຍ­ທາງ​ທົ່ວ​ໂລກ ແລະ ສະ­ໜາມ​ບິນ​ດູ​ໄບ​ຍັງ​ເປັນ​ສະ­ໜາມ​ບິນ​ໜຶ່ງ​ໃນ​ຫຼາຍໆ​ແຫ່ງ​ໃນ​ອ່າວ​ເປີ​ເຊຍ​ທີ່​ມີ​ການ​ເຕີບ​ໂຕ​ຢ່າງ​ມະ­ຫາ­ສານ​ໃນ​ໄລ­ຍະ​ບໍ່​ທໍ່​ໃດ​ປີ​ທີ່​ຜ່ານ​ມາ (ຕາມ​ຂ່າວ​ຕ່າງ­ປະ­ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...