spot_img
Homeຂ່າວພາຍ​ໃນເກີດເຫດຄົນຮ້າຍລັກພະພຸດທະຮູບ ຢູ່ວັດບ້ານນາລ້ອງ

ເກີດເຫດຄົນຮ້າຍລັກພະພຸດທະຮູບ ຢູ່ວັດບ້ານນາລ້ອງ

Published on

     ເຈົ້າ​ອະ­ທິ­ການ​ວັດປ່າ​ນາ­ລ້ອງ ບ້ານນາ­ລ້ອງ ເມືອງ​ຫາດ ຊາຍ​ຟອງນະ­ຄອນ­ຫລວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ໃນ​ຄ່ຳ​ຄືນ​ວັນ​ທີ 30 ມັງ­ກອນ ຜ່ານ​ມານີ້, ໄດ້​ມີ​ກຸ່ມ​ຄົນ​ຮ້າຍ​ບໍ່​ຮູ້​ຈຳ­ນວນ​ໄດ້ເຂົ້າ​ມາ​ລັກ ເອົາ​ພະ​ພຸດ​ທະ​ຮູບ​ທອງ​ສຳ­ລິດ​ຈຳ­ນວນ 5 ອົງ, ໃນ​ນັ້ນ​ມີ 1 ອົງ​ທີ່ເປັນ​ພະ​ພຸດ​ທະ​ຮູບ​ທີ່​ເກົ່າ​ແກ່​ຂອງ​ວັດ, ຊຶ່ງ​ພາຍ­ຫລັງ​ເກີດ​ເຫດ, ທາງ​ວັດ​ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ­ທີ່​ລົງ​ກວດ­ກາ​ເພື່ອ​ຕິດ­ຕາມ​ຄົນ​ຮ້າຍມາ​ດຳ­ເນີນ​ຄະ­ດີ.

    ເຈົ້າ​ໜ້າ­ທີ່​ພະ​ແນກ​ສືບ­ສວນ-ສອບ​ສວນ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ຈາກ ການ​ລົງ​ກວດ­ກາ​ສະ­ຖານ­ທີ່​ເກີດ​ເຫດ​ຄົນຮ້າຍ​ໄດ້​ເຂົ້າ​ໄປ​ໃນ​ກຸດ​ຕິດ​ຂອງ​ວັດ ແລ້ວ ໃຊ້​ຄີມ​ຕັດ​ກະ­ແຈ, ຂະ­ນະ​ນັ້ນ ມີ​ສາ​ມະ ເນນ 2 ອົງ ທີ່​ນອນ​ເຝົ້າ​ກຸດ­ຕິ​ດັ່ງ­ກ່າວ, ຊຶ່ງ​ພະ​ພຸດ​ທະ​ຮູບ​ທອງ​ສຳ­ລິດ​ປາງ​ນັ່ງ​ສມາ​ທິ​ໜັກ 12 ກິ­ໂລ­ ທີ່​ຄົນ​ຮ້າຍ​ລັກໄປ​ແມ່ນ ເປັນ​ພະ​ເກົ່າ​ແກ່, ໂດຍ​ທຸກ​ປີທາງ​ວັດ​ຈະ​ນຳ​ເອົາ​ພະ​ດັ່ງ­ກ່າວ​ມາ​ຫົດສົງ ແລະ​ສ່ຽງ​ໂຊກ​ຊະ​ຕາ​ຂອງ​ບ້ານ​ຕາມຄວາມ​ເຊື່ອ​ຖື​ຂອງ​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ, ພ້ອມ​ນັ້ນ ຍັງ​ມີ​ພະ​ພຸດ​ທະ​ຮູບ​ນ້ອຍ​ອີກ​ຈຳນວນ 4 ອົງ​ທີ່​ຖືກ​ຄົນ​ບໍ່​ດີ​ລັກ​ໄປ​ເຊັ່ນ​ກັນ.

ເຈົ້າ​ໜ້າ­ທີ່​ຍັງ​ເປີດ­ເຜີຍ​ວ່າ: ຈາກ​ການ ກວດ­ກາ​ເບື້ອງ​ຕົ້ນ​ຄາດ​ວ່າ ກຸ່ມ​ຄົນ​ບໍ່​ດີ​ທີ່ ເຂົ້າ​ມາ​ລັກ​ເອົາ​ພະ​ພຸດ​ທະ​ຮູບ ນັ້ນ​ອາດຈະ​ເປັນ​ຄົນ​ທີ່​ຄຸ້ນ​ເຄີຍ ແລະ​ອາດ​ຢູ່​ພາຍໃນ​ບ້ານ, ເພາະ​ກ່ອນ​ໜ້າ​ນີ້ ທາງ​ວັດ​ຍັງ​ຖືກ​ກຸ່ມ​ຄົນ​ບໍ່​ດີ​ລັກ​ງັດ​ແງະ​ຕູ້​ສ່ຽງ​ຊີ ແລະ ຕູ້​ບໍ­ລິ­ຈາກ​ເງີນ​ຂອງວັດ​ມາ​ແລ້ວ, ຊຶ່ງ​ປັດ­ຈຸ­ບັນ​ທາງ​ເຈົ້າ​ໜ້າ­ທີ່​ກຳ­ລັງ​ເລັ່ງ​ຕິດ­ຕາມ​ຕົວ​ຄົນ​ຮ້າຍ​ມາ​ດຳ­ເນີນ​ຄະ­ດີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...