spot_img
Homeຂ່າວຕ່າງປະເທດປະເທດລວຍ! ລັດຖະບານສະວິດ ກຽມຈັດປະຊາມະຕິ ໃຫ້ເງິນເດືອນປະຊາຊົນ ເດືອນລະປະມານ 20 ລ້ານກວ່າກີບ!

ປະເທດລວຍ! ລັດຖະບານສະວິດ ກຽມຈັດປະຊາມະຕິ ໃຫ້ເງິນເດືອນປະຊາຊົນ ເດືອນລະປະມານ 20 ລ້ານກວ່າກີບ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ມັງກອນຜ່ານມານີ້ວ່າ ລັດຖະບານສະວິດ ກຽມຈັດລົງປະຊາມະຕິ ໃນວັນທີ 5 ມິຖຸນາຈະມາເຖິງນີ້ ເພື່ອສອບຖາມຄວາມເຫັນຂອງປະຊາຊົນ ວ່າເຫັນດີຕໍ່ກັບນະໂຍບາຍ ການຮັບປະກັນລາຍໄດ້ພື້ນຖານຂອງປະຊາຊົນ ດ້ວຍການໃຫ້ເງິນປະມານເດືອນລະ 2,300 ເອີໂຣ ຫລື ປະມານ 20,235,000 ກີບຕໍ່ເດືອນ ແກ່ພົນລະເມືອງທີ່ຖືສັນຊາດສະວິດທຸກຄົນ ລວມທັງຄົນຕ່າງປະເທດ ທີ່ດຳລົງຊີວິດໃນສະວິດຢ່າງຖືກຕ້ອງຕາມກົດໝາຍ ອັນຈະເຮັດໃຫ້ປະເທດສະວິດ ກາຍເປັນປະເທດທຳອິດຂອງໂລກ ທີ່ນຳໃຊ້ນະໂຍບາຍສະວັດດີການສັງຄົມດັ່ງກ່າວ.

ທັງນີ້ ຄາດການວ່າລັດຖະບານສະວິດ ຈະໃຊ້ງົບປະມານເຂົ້າໃນບ້ວງດັ່ງກ່າວນີ້ ປີລະປະມານ 186 ຕື້ເອີໂຣ ຊຶ່ງແຫລ່ງລາຍຮັບ ທີ່ຈະຈັດສັນເຂົ້າໃນງົບປະມານດັ່ງກ່າວນີ້ ແມ່ນຈະໄດ້ມາຈາກການເກັບພາສີ-ອາກອນ ທີ່ລັດໄດ້ຮັບປົກກະຕິ ບວກກັບການຕັດງົບປະມານ ບ້ວງເງິນຊ່ວຍເຫລືອສະຫວັດດີການສັງຄົມອື່ນໆອອກ ແລ້ວມາຈັດສັນໃສ່ງົບດັ່ງກ່າວແທນ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...