spot_img
Homeຂ່າວພາຍ​ໃນສະຫະພັນແມ່ຍິງກົມໃຫຍ່ເສນາທິການສະຫລຸບວຽກງານຮອບດ້ານປີ 2013

ສະຫະພັນແມ່ຍິງກົມໃຫຍ່ເສນາທິການສະຫລຸບວຽກງານຮອບດ້ານປີ 2013

Published on

tue1apr4

ໃນວັນທີ 28 ມີນາ 2014 ຜ່ານມານີ້, ຢູ່ທີ່ສະໂມສອນ ກົມໃຫຍ່ເສນາທິການກອງ ທັບ, ພະແນກສະຫະພັນແມ່ ຍິງກົມໃຫຍ່ເສນາທິການກອງ
ທັບ ໄດ້ຈັດຕັ້ງກອງປະຊຸມສະ ຫຼຸບວຽກງານຮອບດ້ານປີ 2013 ແລະ ວາງທິດທາງແຜນ ການປີ 2014 ພ້ອມທັງຮັບ ຟັງການປາຖະກະຖາມູນເຊື້ອ ວັນແມ່ຍິງສາກົນວັນທີ 8 ມີ ນາ ຄົບຮອບ 104 ປີຂຶ້ນ,ໂດຍ ການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຈັນທອງ ສອນ ຕະອາດ, ຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວ ຫນ້າກົມໃຫຍ່ເສນາທິການ ກອງທັບ, ສະຫາຍພັນໂທນາງ ອຸ່ນຄຳ ແສງຄຳຢອງ, ຮອງ ຫົວຫນ້າຫ້ອງການສະຫະພັນ ແມ່ຍິງກອງທັບປະຊາຊົນ ລາວ, ພ້ອມດ້ວຍບັນດາສະ ຫາຍສະມາຊິກສະຫະພັນແມ່ ຍິງໃນທົ່ວກົມໃຫຍ່ເສນາທິ ການເຂ້ົາຮ່ວມ.
ສະຫາຍພັນໂທ ນາງ ພົມ ມາ ສິງເທບ, ຫົວຫນ້າພະ ແນກສະຫະພັນແມ່ຍິງກົມ ໃຫຍ່ເສນາທິການໄດ້ຂຶ້ນຜ່ານ ບົດສະຫຼຸບຂອງການຈັດຕັ້ງ ປະຕິບັດວຽກງານໃນໄລຍະ ຜ່ານມາ, ເຊິ່ງມີຜົນງານຫຼາຍ ດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດໂດຍ ໄດ້ຈັດຕັ້ງເຊື່ອມຊຶມເອກະ ສານຕ່າງໆຂອງພັກຂອງກອງ ທັບ ແລະ ສູນກາງສະຫະພັນ ແມ່ຍິງລາວວາງອອກ, ຂະ ບວນການທີ່ພົ້ນເດັ່ນກວ່າຫມູ່ ແມ່ນກຸ່ມທ້ອນເງິນພັດທະນາ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາເຖິງປັດຈຸບັນແມ່ນມີສະ ມາຊິກກອງທຶນທັງຫມົດ 5.244 ສະຫາຍ, ມີເງິນທ້ອນ ທັງຫມົດ 10.079.602.000 ກີບ ຈາກຜົນງານດັ່ງກ່າວໄດ້ມີ ແມ່ຍິງທີ່ເປັນພົນລະເມືອງດີ ໄດ້ 100%, ດ້ານພັດທະນາດີ 85%, ຄອບຄົວດີມີຄວາມຜາ ສຸກ 80%, ແມ່ຍິງ 3 ດີ ປະ ເພດ I ມີ 536 ສະຫາຍ, ປະ ເພດ II ມີ 437 ສະຫາຍ, ຫນ່ວຍ 3 ດີ 23 ຫນ່ວຍ ແລະ ຄອບຄົວຕົວແບບ 21 ຄອບ ຄົວ ແລະ ຜ່ານທິດທາງແຜນ ການໃນສົກປີ 2014 ທີ່ຈະ ສຸມໃສ່ຈັດຕັ້ງປະຕິບັດໃຫ້ ເກີດດອກອອກຜົນຍິ່ງໆຂຶ້ນ, ພ້ອມດຽວກັນນັ້ນກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ມະ ຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງສະຫະພັນ ແມ່ຍິງລາວ ແລະ ຮັບຟັງການ ປາຖະກະຖາມູນເຊື້ອວັນແມ່ ຍິງສາກົນວັນທີ 8 ມີນາ ຄົບ ຮອບ 104 ປີໂດຍການປາຖະ ກະຖາ ແລະ ເຜີຍແຜ່ຂອງສະ ຫາຍພັນໂທ ນາງ ອຸ່ນຄຳ ແສງ ຄຳຢອງ, ຮອງຫົວຫນ້າຫ້ອງ ການສະຫະພັນແມ່ຍິງກອງ ທັບປະຊາຊົນລາວ.

ທີ່ມາ http://www.kongthap.gov.la/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...