spot_img
Homeຂ່າວຕ່າງປະເທດຣັດ​ເຊຍ​​ຮ່ວມ​ມື​ໂ​ອ​ເປັ​ກ ຫຼຸດ​ຜະລິດ​ນ້ຳມັນ

ຣັດ​ເຊຍ​​ຮ່ວມ​ມື​ໂ​ອ​ເປັ​ກ ຫຼຸດ​ຜະລິດ​ນ້ຳມັນ

Published on

    ລັດຖະບານຣັດ​ເຊຍ​ເປີດ​ເຜີຍ​ພ້ອມ​ຮ່ວມ​ມື​ກັບ​ໂອ​ເປັກ​ໃນ​ການ​ຫຼຸດ​ກຳລັງ​ການ​ຜະລິດ​ນ້ຳມັນ ​ເພື່ອ​ຮັກສາ​ສົມ​ດຸນ​ໃນ​ຕະຫຼາດ ຫຼັງ​ອຸປະທານ​ທີ່​ເກີນ​ຄວາມ​ຕ້ອງການ​ຕະຫຼອດປີ​ທີ່​ຜ່ານ​ມາ ສົ່ງ​ຜົນ​ກະທົບ​ຢ່າງ​ໜັກ​ຕໍ່​ເສດຖະກິດ​ຂອງ​ກຸ່ມ​ປະ​ເທດ​ຜູ້​ຜະລິ​ດນ້ຳມັນ.

    ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະ​ຄອນ​ຫຼວງ​ມຸສ​ກູ​ຂອງຣັດ​ເຊຍ​ໃນ​ທ້າ​ຍອາທິດ​ທີ່​ຜ່ານ​ມາ​ວ່າ ທ່ານ ອາ​ເລັກ​ເດີ ​ໂນ​ວັດ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ຂອງຣັດ​ເຊຍ​ລະບຸ​ເລື່ອງ​ອົງການ​ກຸ່ມ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ  (​ໂອ​ເປັກ) ກຽມ​ຫຼຸດ​ກຳລັງ​ການ​ຜະລິດ​ນ້ຳມັນ​ລົງ 5% ວ່າ ​ເປັນ​ປັດ​ໄຈ​ທີ່​ກຳນົດ​ ທີ່​ມີ​ການສະ​ເໜີ​ຂຶ້ນ​ໃນ​ກຸ່ມ​ສະມາຊິກ​ໂອ​ເປັກ ຂະນະ​ທີ່​ແຫຼ່ງຂ່າວ​ໂອ​ເປັກ​ເປີດ​ເຜີຍ​ວ່າ ທາງ​ອົງການ​ພ້ອມ​ຮ່ວມມື​ກັບປະ​ເທດ​ນອກ​ກຸ່ມ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ລາຄາ​ນ້ຳມັນ, ທັງ​ນີ້​ຊາ​ອຸ​ດິດອາຣັບບີ​ສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງ​ເວ​ເນ​ຊູ​ເອລາ ​ແລະ ​ອານ​ເຊຣີ ​​ໃນ​ເລື່ອງ​ການ​ໃຫ້​ສະມາຊິກ​ໂອ​ເປັກ​ແຕ່ລະ​ປະ​ເທດ​ຫຼຸດ​ກຳລັງ​ການ​ຜະລິດ​ຂອງ​ຕົນ​ເອງ​ລົງ 5% ຂະນະ​ທີ່ຣັດ​ເຊຍ​ບໍ່​ໄດ້​ເປັນ​ສະມາ​ຊິກ​ໂອ​ເປັກ​ເປີດ​ເຜີຍ​ວ່າ ພ້ອມ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມ​ໂອ​ເປັກ​ເທື່ອ​ຕໍ່​ໄປ ​ເພື່ອ​ສະ​ເໜີ​ແຜນ ການ​ຫຼຸດ​ກຳລັງ​ການ​ຜະລິດ​ຂອງ​ຕົ​ນ​ເອງ​ລົງ 5 ​ແສນ​ບາ​ເຣລຕໍ່​ມື້.

ຖ້າ​ຫາກ​ຂໍ້​ມູນ​ດັ່ງກ່າວ​ເປັນຄວາມ​ຈິງ​ຈະ​ຖື​ວ່າ​ເປັນ​ຂໍ້​ຕົກລົງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຮອບ 1 ທົດ​ສະ​ວັດ​ຂອງ​ວົງ​ການ​ນ້ຳມັນ​ໂລກ ​ໃນ​ການ​ແກ້​ໄຂ​ບັນຫາ​ວິ​ກິດ​ຄວາມ​ຕ້ອງການ​ລົ້ນ​ຕະຫຼາດ ຊຶ່ງ​ເປັນ​ປັດ​ໃຈ​ສຳຄັນທີ່​ເຮັດ​ໃຫ້​ລາຄາ​ນ້ຳມັນ​ດິບ​ໃນ​ຕະຫຼາດ​ໂລກ​ຕົກ​ຕໍ່າຢ່າງ​ໜັກ​ຕັ້ງ​ແຕ່​ກາງ​ປີ 2015 ​ແລະ ສ້າງ​ສະຖິຕິ​ຕໍ່າ​ສຸດ​ໃນ​ຮອບ 12 ປີ ​ໂດຍ​ເຫຼືອ​ພຽງ 27 ​ໂດ​ລາ​ສະຫະລັດ​ຕໍ່​ບາ​ເຣລ​ເມື່ອ​ຕົ້ນ​ເດືອນ​ມັງກອນ ສົ່ງ​ຜົນ​ກະທົບ​ຢ່າງ​ໜັກ​ຕໍ່​ກຸ່ມ​ປະ​ເທດ​ຕາ​ເວັນ​ອອກ​ກາງ ທີ່​ຕ້ອງ ການ​ແກ້​ໄຂ​ສະຖານະ​ການ​ດ້ວຍ​ການ​ປັບ​ຫຼຸດ​ງົບປະມານ ​ແລະ ຫຼຸດ​ຄ່າ​ເງິນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...