Homeຂ່າວພາຍ​ໃນເສົ້າ ຕະຫຼາດທົ່ງຂັ້ນຄຳ ໄໝ້ໝົດ ແຕ່ບໍ່ມີຜູ້ບາດເຈັບ

ເສົ້າ ຕະຫຼາດທົ່ງຂັ້ນຄຳ ໄໝ້ໝົດ ແຕ່ບໍ່ມີຜູ້ບາດເຈັບ

Published on

630 (1)

ຄວາມຂືບໜ້າລ່າສຸດທີ່ໄຟໄໝ້ ທົ່ງຂັນຄຳໃນລາວເມື່ອຄືນທີ່ຜ່ານມາ ປາກົດວ່າຮ້ານຄ້າໃນຕະຫຼາດໄດ້ຮັບຄວາມເສຍຫາຍທັ້ງໝົດ ແຕ່ບໍ່ມີຜູ້ຮັບບາດເຈັບຫຼືເສຍຊີວິດ…
ຄວາມຄືບໜ້າເຫດໄຟໄໝ້ຄັ້ງໃຫຍ່ທີ່ຕະຫຼາດ ‘ທົ່ງຂັນຄຳ’ ຕະຫຼາດເກົ່າແກ່ເປັນຕະຫຼາດໃຫຍ່ລະດັບ 2 ໃນວຽງຈັນ ຢູ່(ສປປລາວ)
ເມື່ອຄືນທີ່ 26 ມີນາທີ່ຜ່ານມາ ລ່າສຸດທາງການຍັງບໍ່ສະຫຼຸບດີ ແຕ່ການສອບຸາມຂໍ້ມູນຈາກແຫຼ່ງຂ່າວພົບວ່າ ຮ້ານຄ້າຫຼາຍກວ່າ 300 ຮ້ານ ຖືກໄຟໄໝ້ໃດ້ຮັບຄວາມເສຍຫາຍທັ້ງໝົດ ຂະນະຂໍ້ມູນທີ່ເສຍຫາຍກຳລັງຢູ່ລະຫວ່າງປະເມຶນ ແຕ່ແຫຼ່ງຂ່າວລະບຸວ່າ ຮ້ານຄ້າຂະໜາດກາງພຽງຮ້ານດຽວກໍ່ເສຍຫາຍຫຼາຍກວ່າ 2,500,000,000ກີບ ສ່ວນສາເຫດໄຟໄໝ້ແມ່ນຢູ່ໃນລະຫວ່າງການສືບສວນ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...