spot_img
Homeຂ່າວທ້ອງຖິ່ນມອບຊົນລະປະທານ ຝົນຝອຍໃຫ້ແຂວງ ເຊກອງຄຸ້ມຄອງ

ມອບຊົນລະປະທານ ຝົນຝອຍໃຫ້ແຂວງ ເຊກອງຄຸ້ມຄອງ

Published on

    ພິ­ທີ​ມອບ-ຮັບ​ໂຄງ­ການ​ຊົນ​ລະ​ປະທານ​ຝົນ­ຝອຍ​ລະ­ຫວ່າງ​ກົມ​ຊົນ​ລະ​ປະທານ​ກະ­ຊວງ​ກະ­ສິ­ກຳ-ປ່າ­ໄມ້ ແລະ​ ພະແນກ​ກະ­ສິ­ກຳ​ປ່າ­ໄມ້​ແຂວງ​ເຊ​ກອງ​ໄດ້ມີ​ຂຶ້ນ​ໃນ​ວັນ​ທີ 26 ມັງ­ກອນຜ່ານ​ມາ ທີ່​ສະ­ຖາ­ນີ​ຄົ້ນ­ຄວ້າ​ເຂົ້າ ແລະ​ພືດ​ເສດ​ຖະກິດ,ບ້ານ​ຈະ​ກຳ​ໃໝ່, ເມືອງ​ທ່າ​ແຕງ, ແຂວງ​ເຊ​ກອງ, ເປັນ​ກຽດ​ເຂົ້າ​ຮ່ວມຂອງ ທ່ານ ເຫຼັກ­ໄຫຼ ສີ­ວິ­ໄລ ຮອງ​ເຈົ້າແຂວງໆ​ເຊ​ກອງ, ມີ​ທ່ານ ຄຳ​ໄມ ວົງ​ສະ ຖຽນ ຮອງ​ຫົວ­ໜ້າ​ກົມ​ຊົນ­ລະ­ປະ­ທານ​ກະຊວງ​ກະ­ສິ­ກຳ-ປ່າ­ໄມ້, ມີ​ຫົວ­ໜ້າ​ພະ​ແນກ ກະ­ສິ­ກຳ-ປ່າ­ໄມ້​ແຂວງ, ເມືອງ, ອົງການ​ປົກ­ຄອງ​ເມືອງ​ທ່າ​ແຕງ ແລະ​ຂະແໜງ​ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

   ທ່ານ ສີ​ສະ­ຫວາດ ອິນ​ທະ​ໄຊ ຜູ້​ປະ­ສານ​ງານ​ໂຄງ­ການ​ຊົນ­ລະ­ປະ­ທານ​ຝົນ­ຝອຍ​ກ່າວ​ວ່າ: ໂຄງ­ການ​ກໍ່­ສ້າງ​ຊົນ​ລະປະ­ທານ​ຝົນ­ຝອຍ​ນີ້​ແມ່ນ​ສ້າງ​ຂຶ້ນ​ເພື່ອ​ຮັບໃຊ້​ເຂົ້າ​ໃນ​ສະ­ຖາ­ນີ​ຄົ້ນ­ຄວ້າ​ເຂົ້າ ແລະ​ ພືດເສດ­ຖະ­ກິດ, ບ້ານ​ຈະ​ກຳ​ໃໝ່, ເມືອງທ່າ​ແຕງ,ແຂວງ​ເຊ​ກອງ, ເປັນ​ໂຄງ­ການທີ່​ຕິດ​ຕັ້ງ​ລະ­ບົບ​ຊົນ­ລະ­ປະ­ທານ​ທີ່​ສະໜອງ​ໃຫ້​ນ້ຳ​ແກ່​ພືດ​ແບບ​ປະ­ຢັດ, ສາ­ມາດຕອບ​ສະ­ໜອງ​ນ້ຳ​ໃຫ້​ແກ່​ການ​ຜະ­ລິດໄດ້​ດີ ຊຶ່ງ​ພາຍ­ຫຼັງ​ທີ່​ກົມ​ຊົນ­ລະ­ປະ­ທານກະ­ຊວງ​ກະ­ສິ­ກຳ-ປ່າ­ໄມ້​ໄດ້​ເຊັນ​ສັນ­ຍາ ກັບ​ບໍ­ລິ­ສັດ ບາວ​ເອີ ປະ­ເທດ ໂອ​ຕຣິດ ທີ່​ຜະ­ລິດ​ອຸ­ປະ­ກອນ​ເຄື່ອງ​ສີດ​ຝົນ­ຝອຍ ເພື່ອ​ນຳ​ເຂົ້າ​ມາ​ຕິດ​ຕັ້ງ​ຢູ່ 12 ແຂວງ​ໃນປະ­ເທດ​ລາວ, ໃນ​ນັ້ນ​ແຂວງ​ເຊ​ກອງ​ກໍ ນອນ​ໃນ 12 ແຂວງ​ທີ່​ໄດ້​ຮັບ​ອຸ­ປະ­ກອນ ເຄື່ອງ​ສີດ​ຝົນ­ຝອຍ​ດັ່ງ­ກ່າວ, ໂດຍ​ນຳ​ໃຊ້ຈັກ­ສູບ­ນ້ຳ ຂະ­ໜາດ 18,5 ກິ​ໂລ​ວັດ 1 ເຄື່ອງ, ມີ​ທໍ່​ສົ່ງ​ນ້ຳ​ຍາວ 500 ແມັດ​ສົ່ງ ເຂົ້າ​ຫາ​ອຸ­ປະ­ກອນ​ສີດ​ຝົນ­ຝອຍ​ຈຳ­ນວນ 2 ເຄື່ອງ ເພື່ອ​ຫົດ​ເນື້ອ­ທີ່​ການ​ຜະ­ລິດ, ມີລັດ​ສະ​ໜີ​ສີດ​ຝົນ­ຝອຍ​ໄດ້​ໄກ​ເຖິງ 25 ແມັດ ແລະ​ສາ­ມາດ​ໝູນ​ໄດ້​ເຖິງ 360 ອົງສາ, ປະ­ຈຸ​ບັນ​ສຳ­ເລັດ​ການ​ຕິດ​ຕັ້ງ​ອຸ­ປະກອນ​ແລ້ວ 100%, ມີ​ມູນ​ຄ່າ​ທັງ​ໝົດ 39.800 ເອີ​ໂລ ແລະ​ກຽມ­ພ້ອມ​ແລ້ວ​ທີ່​ຈະ​ສະ­ໜອງ​ນ້ຳ​ເຂົ້າ​ໃນ​ສະ­ຖາ­ນີ​ຄົ້ນ­ຄວ້າເຂົ້າ ແລະ​ພືດ​ເສດ­ຖະ­ກິດ, ບ້ານ​ຈະ​ກຳໃໝ່,ເມືອງ​ທ່າ​ແຕງ, ແຂວງ​ເຊ​ກອງ ເພື່ອສະ­ໜອງ​ນ້ຳ​ເຂົ້າ​ໃນ​ການ​ຜະ­ລິດ​ທີ່​ທັນ​ສະ­ໄໝ​ແລະ​ໜູນ​ໃຊ້​ເຂົ້າ​ໃນ​ການ​ຄົ້ນ­ຄວ້າ​ທົດ​ລອງ​ໃນ​ຂົງ­ເຂດ​ກະ­ສິ­ກຳ.

ຂະ­ນະ​ດຽວ​ກັນ ທ່ານ ເຫຼັກ­ໄຫຼ ສີ​ວິ ໄລ ກໍ​ໄດ້​ເນັ້ນ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ເອົາໃຈ​ໃສ່ ພາຍ­ຫຼັງ​ທີ່​ສະ­ຖາ­ນີ​ຄົ້ນ­ຄວ້າ​ເຂົ້າ ແລະ​ພືດ​ເສດ­ຖະ­ກິດ, ບ້ານ​ຈະ​ກຳ​ໃໝ່, ເມືອງ​ທ່າ​ແຕງ​ໄດ້​ມີ​ໂຄງ­ການ​ຊົນ​ລະ​ປະທານ​ຝົນ­ຝອຍ​ສະ­ໜອງ​ນ້ຳ​ເຂົ້າ​ໃນ​ການທົດ​ລອງ, ຜະ­ລິດເພື່ອ​ເປັນ​ແບບ­ຢ່າງ​ໃຫ້ແກ່​ປະ­ຊາ­ຊົນ, ສະ­ນັ້ນ​ໃນ­ຕໍ່­ໜ້າ​ນີ້​ຕ້ອງ​ໄດ້ມີ​ການ​ວາງ​ແຜນ­ການ​ພັດ­ທະ­ນາ​ສູນ​ຢ່າງລະ­ອຽດ, ເພື່ອ​ນຳ​ໃຊ້​ອຸ­ປະ­ກອນ​ດັ່ງ­ກ່າວໃຫ້​ເກີດ​ປະ­ໂຫຍດ​ສູງ​ສຸດ, ພ້ອມ​ທັງ​ປັບປຸງ​ກົນ​ໄກ​ການ​ບໍ­ລິ­ຫານ​ໃຫ້​ມີ​ຄຸນ​ນະ​ພາບດີ​ຂຶ້ນ​ກວ່າ​ເກົ່າ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...