spot_img
Homeຂ່າວພາຍ​ໃນສະຫະລັດປະກາດຊ່ວຍລາວເກືອບ 50 ຕື້ກວ່າກີບ ໃສ່ວຽກໂພຊະນາການ

ສະຫະລັດປະກາດຊ່ວຍລາວເກືອບ 50 ຕື້ກວ່າກີບ ໃສ່ວຽກໂພຊະນາການ

Published on

 

ໃນວັນທີ 28 ມັງກອນ 2016 ລັດຖະບານສະຫະລັດອາເມລິກາໄດ້ປະກາດມອບທຶນຊ່ວຍເຫຼືອຈຳນວນ 6 ລ້ານໂດລາສະຫະລັດ ປະມານ 48 ຕື້ກີບ ແກ່ໂຄງການໂພຊະນາການໂດຍອົງການຊ່ວຍເຫຼືອເດັກ (Save the Children) ເພື່ອປັບປຸງສຸຂະພາບຂອງແມ່ຍິງ ແລະເດັກນ້ອຍໃນ ສປປ ລາວ ປະຈຸບັນຜູ້ຈັດຕັ້ງປະຕິບັດໃນໄລຍະ3 ປີໃນຕໍ່ໜ້າໂດຍອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ຈະຊ່ວຍຫຼຸດຜ່ອນອັດຕາ ການຂາດສານອາຫານໃນເດັກ ແລະ ປັບປຸງໂພຊະນາການຂອງຄົວເຮືອນ, ລວມໄປເຖິງກິດຈະກຳນ້ຳສະອາດ, ສຸ ຂາພິບານ ແລະ ສຸຂະອະນາໄມໃນຊຸມຊົນທ່ານ ໂຈນາທານ ສະໄຕເວີ້ສ ຮອງຜູ້ບໍລິຫານສຳລັບຂົງເຂດອາຊີຂອງໂຄງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາກ່າວວ່າ: ການໃຫ້ທຶນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງພາຍໃນຊຸມຊົນທ້ອງຖິ່ນເພື່ອໃຫ້ເຂົາເຈົ້າເປັນຜູ້ນໍາໃນການປັບປຸງສະພາບການສໍາລັບຄອບຄົວຂອງເຂົາເຈົ້າເປັນຈຸດສຸມທີ່ສໍາຄັນຂອງໂຄງການໃໝ່ຂອງພວກເຮົາ ແລະ ມີຄວາມຍິນດີທີ່ຈະສະໜັບສະໜູນຄວາມພະຍາຍາມເພື່ອໃຫ້ເດັກນ້ອຍໄດ້ມີສຸຂະພາບທີ່ດີ ມີໂອກາດໃນການຮ່ຳຮຽນ ແລະເຂົ້າເຖິງສັກກະຍະພາບຂອງການເປັນຜູ້ໃຫຍ່ທີ່ມີປະສິດທິພາບ”.

ເຖິງແມ່ນວ່າຈະມີການຂະຫຍາຍຕົວທາງດ້ານເສດຖະກິດແລ້ວກໍຕາມ, ສປປ ລາວ ມີການເສຍຊີວິດຂອງແມ່ ແລະ ເດັກນ້ອຍລວມທັງການຂາດສານອາຫານໃນອັດຕາທີ່ສູງສຳລັບປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້. ປະມານ 44% ຂອງເດັກນ້ອຍໃນລາວ ແມ່ນມີພາວະຂາດສານອາຫານ ແລະ 27% ແມ່ນອັດຕາຂອງເດັກນ້ອຍທີ່ມີ ນ້ຳໜັກຕ່ຳກວ່າມາດຕະຖານ.

ໂຄງການດັ່ງກ່າວຈັດຕັ້ງປະຕິບັດ ໂດຍອົງກອນຊ່ວຍເຫຼືອເດັກຮ່ວມກັບອົງການພັດທະນາຂອງປະເທດເນເທີ ແລນ (SNV) ໄດ້ເຮັດວຽກຮ່ວມກັບຜູ້ ປະສານງານກ່ຽວກັບດ້ານສາທາລະນະ ສຸກລະດັບຊຸມຊົນ ແລະບັນດາໝູ່ບ້ານ ເພື່ອຝຶກອົບຮົມການໃຫ້ອາຫານເດັກອ່ອນ ແລະ ເດັກນ້ອຍຮ່ວມກັບແມ່ມານ ແລະເດັກນ້ອຍອາຍຸຕ່ຳກວ່າ 2 ປີ ນອກຈາກນັ້ນ ສະມາຊິກຂອງໂຄງການຍັງຊ່ວຍເຫຼືອຊຸມຊົນໃນການປັບປຸງລະບົບສຸຂາພິບານອີກດ້ວຍ.

ການປະກາດໂຄງການໃໝ່ນີ້ເກີດຂຶ້ນໃນລະຫວ່າງການມາຢ້ຽມຢາມ ສປປ ລາວ ຄັ້ງທຳອິດຂອງທ່ານ ສະໄຕເວີ້ສ. ໃນໄລຍະການຢ້ຽມຢາມເພິ່ນໄດ້ໄປເບິ່ງໝູ່ບ້ານຢູ່ແຂວງຫຼວງພະບາງເພື່ອໄປເບິ່ງສະພາບກິດຈະກຳດ້ານສາທາລະນະສຸກ ແລະການສຶກສາກ່ອນທີ່ຈະເດີນທາງກັບໃນວັນທີ 29 ມັງກອນ, ເພິ່ນກໍໄດ້ເຂົ້າພົບພະນະທ່ານ ເອກສະຫວ່າງ ວົງວິຈິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມດ້ວຍເອກອັກຄະລັດຖະທູດແຫ່ງສະຖານທູດສະຫະລັດອາເມລິກາ ທ່ານ ແດນຽວ ເອ ຄລູນ ພ້ອມດ້ວຍທີມງານຜູ້ຊົງຄຸນນະວຸດທັງຝ່າຍລາວ ແລະສະຖານທູດເອງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...