spot_img
Homeຂ່າວຕ່າງປະເທດມຽນມາ ອະນຸຍາດຕ່າງຊາດຊື້ຄອນໂດໄດ້ 40%

ມຽນມາ ອະນຸຍາດຕ່າງຊາດຊື້ຄອນໂດໄດ້ 40%

Published on

     ລັດ​ຖະ​ສະ­ພາມຽນ​ມາໄດ້ອະ­ນຸ­ມັດ​ກົດ­ໝາຍສະ­ບັບໃໝ່ໃນການຖືຄອງອະ­ສັງ­ຫາ­ລິ­ມະຊັບຂອງຊາວຕ່າງ​ປະເທດ ໂດຍ​ອະ­ນຸ­ຍາດ​ໃຫ້​ຊາວ​ຕ່າງ­ປະ­ເທດ​ສາ­ມາດ​ຊື້​ຄອນ​ໂດ​ໄດ້​ບໍ່​ເກີນ 40% ຂອງ​ຫ້ອງ​ຊຸດ​ທັງ​ໝົດ​ໃນ​ອາ­ຄານ ແລະຫ້ອງ​ຊຸດ​ໃນ​ຄອນ​ໂດ​ນັ້ນ​ຕ້ອງ​ຢູ່​ໃນ​ຄອນ​ໂດ​ມິ​ນຽມ​ທີ່​ມີ​ຄວາມ​ສູງ 6 ຊັ້ນ​ຂຶ້ນ​ໄປ ແລະມີ​ພື້ນ​ທີ່​ລວມ​ກັນ​ປ​ມານ 20 ພັນ​ກວ່າ​ຕາ­ລາງ​ຟຸດ​ເທົ່າ​ນັ້ນ.

     ກະ­ຊວງການກໍ່­ສ້າງມຽນ​ມາຈະລະ­ບຸອີກເທື່ອໜຶ່ງວ່າ ຄອນ​ໂດ​ມິ​ນຽມ​ດັ່ງ­ກ່າວ​ຈະ​ຕ້ອງ​ມີ​ມາດ­ຖານ​ການ​ສາ​ທາລະ​ນູ​ປະ​ໂພກ, ລະ­ບົບ​ຮັກ­ສາ​ຄວາມ​ປອດ​ໄພ ແລະພື້ນ​ທີ່​ຈອດ​ລົດ​ທໍ່​ໃດ ຈຶ່ງ​ຈະ​ສອດ­ຄ່ອງ​ກັບ​ຫຼັກ​ສາ­ກົນ ທັງ​ນີ້​ຜູ້​ຖື​ຄອງ​ຄອນ​ໂດ​ມິ​ນຽມ​ສາ­ມາດ​ຄອບ​ຄອງ​ອາ­ຄານ ແລະທີ່​ດິນ​ບໍ­ລິ­ເວນ​ທີ່​ຕັ້ງ ພ້ອມ​ທັງ​ຍັງ​ສາ­ມາດ​ລົງ­ທຶນ​ໃນ​ທຸ­ລະ​ກິດ​ຄອນ​ໂດ​ມິ​ນຽມ​ໄດ້ ແຕ່​ວ່າ​ບໍ່​ສາ­ມາດ​ຈະ​ມີ​ສິດ​ບໍ­ລິ­ຫານ​ໂຄງ­ການ​ໄດ້.

ຈາກກົດ­ໝາຍສະ­ບັບດັ່ງ​ກ່າວ ສະ­ແດງ​ໃຫ້​ເຫັນ​ວ່າ ມຽນ​ມາ​ເລີ່ມ​ເປີດ​ກ້ວ​າງ​ຕໍ່​ການ​ຄອບ​ຄອງ​ຊັບ​ສິນ​ຫຼາຍ​ຂຶ້ນ ໂດຍ​ສະ­ເພາະ​ແມ່ນ​ການ​ຄອບ​ຄອງ​ອະ­ສັງ­ຫາ­ລິ­ມະ​ຊັບ​ຂອງ​ຊາວ​ຕ່າງ­ປະ­ເທດ ຫຼັງ​ຈາກ​ທີ່​ນັກ​ລົງ­ທຶນ​ຕ່າງ​ມອງ​ວ່າ ກົດ ໝາຍ​ທີ່​ບໍ່​ເປີດ​ກວ້າງ​ຂອງ​ມຽນ​ມາ​ເຮັດ​ໃຫ້­ການ​ລົງ­ທຶນ​ນັ້ນ​ມີ​ຄວາມ​ສ່ຽງ​ສູງ ແລະບໍ່​ແນ່­ນອນ ໃນ​ຂະ­ນະ​ທີ່​ລາ­ຄາ​ອະສັງ­ຫາ­ລິ­ມະ​ຊັບ​ໃນ​ນະ­ຄອນ​ຢາງ​ກຸ້ງ​ມີ​ລາ­ຄາ​ສູງ​ຂຶ້ນ​ທຸກ​ປີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...