spot_img
Homeລົດຍົນ-ຍານພາຫະນະໂຕໂຍຕ້າ ຄອງແຊັ້ມຜູ້ຜະລິດລົດຍົນ ລາຍໃຫຍ່ທີ່ສຸດຂອງໂລກ 4 ປີຊ້ອນ!

ໂຕໂຍຕ້າ ຄອງແຊັ້ມຜູ້ຜະລິດລົດຍົນ ລາຍໃຫຍ່ທີ່ສຸດຂອງໂລກ 4 ປີຊ້ອນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ມັງກອນນີ້ວ່າ ບໍລິສັດ ໂຕໂຍຕ້າ ປະເທດຍີ່ປຸ່ນ ຍັງຄົງຮັກສາຕຳແໜ່ງ ຜູ້ຜະລິດລົດຍົນລາຍໃຫຍ່ທີ່ສຸດໃນໂລກ ເປັນປີທີ 4 ຕິດຕໍ່ກັນ ຫລັງຈາກທີ່ອອກມາເປີດເຜີຍ ໃນວັນພຸດທີ 27 ມັງກອນຜ່ານມາວ່າ ພວກເຂົາສາມາດຂາຍລົດ ໄດ້ສູງເຖິງ10.15 ລ້ານຄັນໃນທົ່ວໂລກ ເມື່ອປີ 2015 ຜ່ານມາ ຊຶ່ງສູງກ່ວາຜູ້ຜະລິດລົດຄ້າຍໃຫຍ່ອື່ນໆ.

ທ່ານ ໂຢຊິອາກິ ຄາວາໂນະ ນັກວິເຄາະຊາວຍີ່ປຸ່ນໄດ້ລະບຸວ່າ ໂຕໂຍຕ້າ ອາດຄອງແຊັ້ມຜູ້ຜະລິດລົດຍົນ ອັນດັບ 1 ຂອງໂລກ ໄດ້ອີກຢ່າງໜ້ອຍ 1 ປີ ໂດຍຈະໄດ້ຮັບຜົນປະໂຫຍດ ຈາກຕະຫລາດລົດຍົນໃນສະຫະລັດອາເມຮິກາ ທີ່ຄາດວ່າຈະເຕີບໂຕຂຶ້ນອີກໃນປີ 2016, ແຕ່ຍອດຂາຍລົດຂອງໂຕໂຍຕ້າ ໃນປະເທດຈີນ ຍັງຄົງຕາມຫລັງຄູ່ແຂ່ງ ຢ່າງລົດໂຟກສະວາເກັນ ຫລື ນິດສັນ ຊຶ່ງອາດເຮັດໃຫ້ໂຕໂຍຕ້າ ເສຍແຊັ້ມໃນປີຖັດໄປ.

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...