spot_img
Homeຂ່າວພາຍ​ໃນສຳ​ຫຼວດ​ກຽມ​ສ້າງ​ເຂື່ອນ​ຫ້ວຍ​ລຸ່ມ​ພູ

ສຳ​ຫຼວດ​ກຽມ​ສ້າງ​ເຂື່ອນ​ຫ້ວຍ​ລຸ່ມ​ພູ

Published on

ວັນ​ທີ 26 ມັງ­ກອນ ຜ່ານ​ມາ​ທີ່​ພະ​ແນກ​ແຜນ­ການ ແລະ​ການ​ລົງ­ທຶນ​ແຂວງ​ອັດ​ຕະ​ປື ໄດ້​ມີ​ພິ­ທີ​ເຊັນ​ສັນ­ຍາ MOU, ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ຂະ­ໜາດ​ນ້ອຍ​ຫ້ວຍ​ລຸ່ມ​ພູ​ທີ່​ຕັ້ງ​ຢູ່​ເຂດ​ເມືອງ​ພູ​ວົງ ລະ­ຫວ່າງ​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ອັດ​ຕະ​ປື​ກັບ​ບໍ­ລິ­ສັດ​ແມ່​ຂອງ​ຄອນ​ກຼິດ​ແອນ​ເມ​ເຕີ​ຮຽນ​ຈຳ­ກັດ.

ເຂົ້າ​ຮ່ວມ​ພິ­ທີ​ລົງ​ນາມ​ເຊັນ​ສັນ­ຍາ​ມີ ທ່ານ ວິ­ລະ​ພົນ ສຸດ​ທະ­ລາ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ​ການ​ລົງ­ທຶນ ແຂວງ​ອັດ​ຕະ​ປື, ທ່ານ ສົມ​ຫວັງ ສິ­ລາ​ເພັດ ຮອງ​ຫົວ­ໜ້າ​ພະ​ແນກ​ພະ­ລັງ­ງານ ແລະ​ບໍ່​ແຮ່, ທ່ານ ບຸນ​ນາວ ຈັນ​ດອນ ເຈົ້າ­ເມືອງໆ​ພູ​ວົງ ແລະ ທ່ານ ວົງ​ສຸກ​ໃຈ ສີ​ສະ­ແຫວງ​ສຸກ ອຳ­ນວຍ​ການ​ບໍ­ລິ­ສັດ​ແມ່​ຂອງ​ຄອນ​ກຼິດ​ແອນ​ເມ​ເຕີ ຮຽນ​ຈຳ­ກັດ​ໂດຍ​ການ​ເຂົ້າ ຮ່ວມ​ຊ້ອງ​ໜ້າ​ເປັນ​ສັກ­ຂີ​ພີ­ຍານ​ຂອງ​ທ່ານ ອຸ່ນ​ຫຼ້າ ໄຊ​ຍະ​ສິດ ຮອງ​ເຈົ້າ­ແຂວງ​ອັດ​ຕະ​ປື ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ຂະ­ໜາດ​ນ້ອຍ​ຫ້ວຍ​ລຸ່ມ​ພູ​ທີ່​ຕັ້ງ​ຢູ່​ເຂດ ເມືອງ​ພູ​ວົງ​ແມ່ນ ຫ່າງ​ຈາກ​ເທ­ສະ​ບານ​ເມືອງ​ປະ­ມານ​ເກືອບ 30 ກິ­ໂລ­ແມັດ​ໄປ​ທາງ​ທິດ­ຕາ­ເວັນ­ອອກ​ສຽງ​ໃຕ້, ໂດຍ​ໄລ­ຍະ​ຂອງ​ການ​ສຶກ​ສາ​ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ກໍ່­ສ້າງ ແມ່ນ​ເວ­ລາ 18 ເດືອນ ດ້ວຍ​ວົງ​ເງິນ​ຄ້ຳ ປະ­ກັນ 10 ພັນ​ໂດ​ລາ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...

ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​

ໄພສັງຄົມ! ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​ຄາດ​ວ່າ​ມີ​ຜູ້​ໂດຍສານ​ຍິງຖືກຂົ່ມຂືນກວ່າ 50 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ພຶດສະພາ 2025 ເຈົ້າໜ້າທີ່ຕໍາຫຼວດປະເທດຍີ່ປຸ່ນໄດ້ໃຫ້ຖະແຫຼງການວ່າ ສາມາດຈັບຊາຍຜູ້ຖືກຫາໃນຄະດີຂົ່ມຂືນ ຊື່ວ່າ:...

ໄທກຽມອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ

ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ພຶດສະພາ 2025 ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ...