spot_img
Homeຂ່າວພາຍ​ໃນປກສ ເລ່ງຈັບໂຈນລັກລົດ

ປກສ ເລ່ງຈັບໂຈນລັກລົດ

Published on

ວັນ​ທີ 27 ມັງ­ກອນ ຜ່ານ​ມາ​ໄດ້​ມີ​ຄົນ​ຮ້າຍ​ເຂົ້າ​ໄປ​ລັກ​ລົດ­ຈັກ​ຍີ່­ຫໍ້ຮອນ​ດາ​ເວບ ສີ­ແດງ​ດຳ ໝາຍ​ເລກ​ທະ­ບຽນ ຍຣ 7497 ກຳ­ແພງ​ນະ­ຄອນ ຢູ່​ບ້ານ​ສີ​ໄຄ ໂດຍ​ທາງ​ເຈົ້າ​ຂອງ​ເຮືອນ​ໄດ້​ມີ​ກ້ອງ​ວົງ​ຈອນ​ປິດ​ຕິດ​ໄວ້­ໜ້າ​ບ້ານ ແລະ​ສາ­ມາດ​ບັນ­ທຶກ​ພາບ​ຂອງ​ຄົນ​ຮ້າຍ​ດັ່ງ­ກ່າວ​ໄວ້​ໄດ້ ຊຶ່ງ​ເປັນ​ໄວ​ໜຸ່ມ 2 ຄົນ​ທີ່​ຂີ່​ລົດ­ຈັກ​ຊ້ອນ​ກັນ​ມາ​ໂດຍ​ໃສ່​ໝວກ​ກັນ​ກະ­ທົບ​ປິດ​ບັງ­ໃບ​ໜ້າ​ຈາກ​ນັ້ນ​ໄວ້​ໜຸ່ມ​ທີ່​ໃສ່​ໝວກ​ກັນ​ກະ­ທົບ​ສີ­ຂາວ, ນຸ່ງ​ໂສ້ງ​ຢີນ ແລະ​ເສື້ອ​ກັນ​ໜາວ​ສີ­ດຳ​ໄດ້​ລົງ​ຈາກ​ລົດ ແລະ​ຍ່າງ​ເຂົ້າ​ມາ​ໃນ​ເຮືອນ​ກ່ອນ​ລົງ­ມື​ລັກ​ເອົາ​ລົດ​ແລ້ວ​ຫຼົບ­ໜີ​ໄປ, ປະ­ຈຸ​ບັນ​ທາງ​ເຈົ້າ​ໜ້າ­ທີ່​ກຳ­ລັງ​ເລັ່ງ​ຕິດ­ຕາມ​ມາ​ດຳ­ເນີນ​ຄະ­ດີ.

ເຫດ­ການ​ດັ່ງ­ກ່າວ ທາງ​ນັກ​ຂ່າວ​ໜັງ­ສື­ພິມ ເສດ­ຖະ­ກິດ-ສັງ­ຄົມ ໄດ້​ສອບ​ຖາມ​ລູກ​ສາວ​ຂອງ​ຜູ້​ເສຍ​ຫາຍ​ໃຫ້​ຮູ້​ວ່າ: ກ່ອນ​ເກີດ​ເຫດ​ພໍ່​ຂອງ​ຕົນ​ເອງ​ໄດ້​ຂີ່​ລົດ­ຈັກ​ອອກ​ມາ​ຈາກ​ບ້ານ​ທົ່ງ​ປົ່ງ ເພື່ອ​ມາ​ຫາ​ພີ່­ນ້ອງ​ຢູ່​ບ້ານ​ສີ​ໄຄ, ຈາກ​ນັ້ນ ກໍ​ໄດ້​ຈອດ​ລົດ​ໄວ້­ໜ້າ​ບ້ານ ແລະ​ເຂົ້າ​ໄປ​ຖາມ​ເບີ​ໂທ ພຽງ​ບໍ່​ເທົ່າ­ໃດ​ນາ­ທີ​ອອກ​ມາ​ກໍ​ບໍ່​ເຫັນ​ລົດ­ຈັກ​ທີ່​ຂີ່​ມາ, ຈິ່ງ​ໄດ້​ແຈ້ງ​ໄປ​ຍັງ​ເຈົ້າ​ໜ້າ­ທີ່​ຈະ­ລາ­ຈອນ​ປະ­ຈຳ​ປ້ອມ​ຕ່າງໆ ແລະ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ໃຫ້​ຊ່ວຍ​ຕິດ­ຕາມ ເພື່ອ​ນຳ​ຕົວ​ຜູ້​ກະ­ທຳ​ຜິດ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...