spot_img
Homeຂ່າວເຫດການປະທານປະເທດ ຈູມມະລີ ໄຊຍະສອນ ສົ່ງສານອວຍພອນ ວັນຊາດອົດສະຕຣາລີ ຄົບຮອບ 228 ປີ!

ປະທານປະເທດ ຈູມມະລີ ໄຊຍະສອນ ສົ່ງສານອວຍພອນ ວັນຊາດອົດສະຕຣາລີ ຄົບຮອບ 228 ປີ!

Published on

ຂປລ.ທ່ານ ຈູມມາລີໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ສົ່ງສານ ເຖິງ ທ່ານ ປີເຕີ ໂກສກຣົບ ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບ ອົດສະຕຣາລີ ເນື່ອງໃນໂອກາດວັນຊາດ ຄົບຮອບ 228 ປີທີ່​ນະຄອນຫລວງ​ແຄນ​ເບີຣາ.

ເນື້ອໃນສານລະບຸວ່າ: ເນື່ອງ ​ໃນ​ໂອ​ກາດ​ວັນ​ຊາດອົດ​ສະ​ຕ​ຣາ​ລີ ຄົບ​ຮອບ 228 ປີ​, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,ຂ້າພະເຈົ້າ ຂໍສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​​ ທ່ານ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ອົດ​ສະ​ຕ​ຣາ​ລີ ທຸກ​ຖ້ວນ​ໜ້າ.

ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ ລະ​ຫວ່າງ ສ​ປ​ປ ລາວ ແລະ ອົດ​ສະ​ຕ​ຣາ​ລີ ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ຂະ​ຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ. ລັດຖະບານແລະ ປະຊາຊົນລາວຕີລາຄາສູງ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫລືອ ແລະ ການສະໜັບສະໜູນຂອງລັດຖະບານແລະປະຊາຊົນອົດສະຕຣາລີໃຫ້ແກ່ ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ ອັນໄດ້ປະກອບສ່ວນສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ​ຂອງ ສ​ປ​ປ ລາວ. ຂ້າ ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ​ສາຍ​ພົວ​ພັນ ແລະ ການ​ຮ່ວມ​ມື​ທີ່​ດີ​ດັ່ງ​ກ່າວ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ພ້ອມ​ດຽວ​ກັນ​ນີ້, ຂ້າ ​ພະ​ເຈົ້າ​ກໍ​ຫວັງ​ຢ່າງ​ຍິ່ງວ່າ ລັດ​ຖະ​ບານ ອົດ​ສະ​ຕ​ຣາ​ລີ ຈະສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫລືອ ສ​ປ​ປ ລາວ ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ ລວມ​ທັງ​ການ​ເປັນ​ປະ​ທານ ອາ​ຊຽນ ໃນ​ປີ 2016 ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ.

ຂ້າພະເຈົ້າຂໍຖື​ໂອ​ກາດນີ້ອວຍພອນໃຫ້ ທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະ ປະສົບຜົນສຳເລັດ ໃນພາລະກິດອັນ​ສູງ​ສົ່ງ​ຂອງ​ທ່ານ ແລະ ຂໍໃຫ້ປະຊາຊົນອົດສະຣາລີ ຈົ່ງສືບຕໍ່ມີຄວາມວັດທະນາຖາວອນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...