spot_img
Homeຂ່າວການພັດທະນາສະມາຄົມນັກປະພັນລາວ ມອບເຄື່ອງບໍລິຈາກ ໃຫ້ນັກຮຽນຊົນເຜົ່າແດນວິໄລ ແຂວງສະຫວັນນະເຂດ

ສະມາຄົມນັກປະພັນລາວ ມອບເຄື່ອງບໍລິຈາກ ໃຫ້ນັກຮຽນຊົນເຜົ່າແດນວິໄລ ແຂວງສະຫວັນນະເຂດ

Published on

ຂປລ, ວັນທີ 23 ມັງກອນ ນີ້ ສະມາຄົມນັກປະພັນລາວ ຮ່ວມກັບສະມາຄົມນັກປະພັນ ແຂວງສະຫວັນນະເຂດ ໄດ້ໄປມອບເຄື່ອງຊ່ວຍເຫລືອໃຫ້ໂຮງຮຽນຊົນເຜົ່າບ້ານແດນວິໄລ ເມືອງນອງ ແຂວງສະ ຫວັນນະເຂດ. ເຄື່ອງທີ່ເອົາໄປຊ່ວຍ ເຫລືອ​ໃນ​ຄັ້ງນີ້ ມີຜ້າຫົ່ມ, ເຄື່ອງນຸ່ງຫົ່ມ, ນໍ້າດື່ມ, ນ້ຳນົມ, ໝີ່ສຳເລັດຮູບ, ປື້ມຂຽນ, ບິກສໍ, ປື້ມເລື່ອງຕ່າງໆ, ວາລະສານ ແລະ ອື່ນໆ ລວມມູນຄ່າ 26.376.000 ກີບ.

ພິທີມອບເຄື່ອງດັ່ງກ່າວ, ໄດ້ຈັດຂຶ້ນທີ່ໂຮງຮຽນມໍ​ຕົ້ນແດນວິໄລ ເມືອງນອງ ແຂວງສະຫວັນນະເຂດ ຕາງໜ້າໃຫ້ສະມາຄົມນັກປະພັນລາວ ມອບໂດຍທ່ານ ຫົງເຫີນ ຂຸນພິທັກ, ກ່າວ​ຮັບໂດຍທ່ານ ບຸນທັນ ແສງສຸລິນ ຫົວໜ້າອຳນວຍການໂຮງ ຮຽນມໍຕົ້ນແດນວິໄລ, ໂດຍຊ້ອງໜ້າຂອງທ່ານ ບຸນຍົງ ວັນນາລີ ຮອງເຈົ້າເມືອງໆນອງ, ທ່ານ ກາດຳ ເຜີຍຊະນະວົງ ຫົວໜ້າພະແນກສຶກສາເມືອງນອງ, ພ້ອມດ້ວຍ​ນັກຮຽນ, ນັກປະພັນ, ຈາກສູນກາງ ແລະ ແຂວງ ດັ່ງກ່າວເຂົ້າຮ່ວມ.

ໂຮງຮຽນມໍ​ຕົ້ນແດນວິໄລ ສ້າງຕັ້ງຂຶ້ນໃນວັນ​ທີ 25/02/2013, ຕັ້ງຫ່າງຈາກເທສະບານເມືອງນອງ ໄປທາງທິດຕາເວັນອອກປະມານ 40 ກມ, ເປັນໂຮງຮຽນແຫ່ງທີ່ 5 ໃນຈຳນວນໂຮງຮຽນທັງໝົດ 6 ແຫ່ງ ເມືອງນອງ, ມີ 13 ບ້ານ ທີ່ມາຮຽນຢູ່ ມໍ​ຕົ້ນແດນວິໄລ, ໃນເບື້ອງຕົ້ນ ມີນັກຮຽນທັງໝົດ 20 ຄົນ, ຍິງ 5 ຄົນ, ມີຄູສອນ 4 ຄົນ, ຍິງ 2 ຄົນ, ມາຮອດສົກຮຽນ 2015-2016 ມີ ນັກຮຽນ 90 ຄົນ, ຍິງ 25 ຄົນ. ໂຮງຮຽນແຫ່ງນີ້ ແມ່ນຮັບນັກຮຽນຢູ່ 2 ກຸ່ມ ຄື: ກຸ່ມບ້ານ ອາສີງ ແລະ ກຸ່ມບ້ານ ປະເລາະ ເຊິ່ງສອງກຸ່ມບ້ານ ມີໂຮງຮຽນປະຖົມສົມບູນ ທັງໝົດ 10 ແຫ່ງ.

ການມອບເຄື່ອງຊ່ວຍ ​ເຫລືອ​​ຄັ້ງນີ້ ກໍເພື່ອເປັນການຊ່ວຍເຫລືອນັກຮຽນທີ່ຍັງທຸກຍາກຢູ່ ມໍ​ຕົ້ນແດນວິໄລ ເຊິ່ງມີສາມຊົນເຜົ່າ ຄື: ເຜົ່າປະໂກ໊ະ, ເຜົ່າມັງກອງ ແລະ ເຜົ່າຕຣີ. ໂຮງຮຽນດັ່ງກ່າວ ເປັນອາຄານກໍ່ຊັ້ນດຽວ ມີ 4 ຫ້ອງ, ມີຊັ້ນ ມ1 ແລະ ມ2 ນັກຮຽນຈຳນວນ​ໜຶ່ງທີ່ຢູ່ຫ່າງໄກ ແມ່ນນອນຫໍພັກ ເຊິ່ງຍັງເປັນເຮືອນນອນແບບປະຖົມປະຖານ ບໍ່ມີໄຟຟ້າ, ນ້ຳກິນນ້ຳໃຊ້​ ແມ່ນອາ​ໄສທຳມະຊາດ ແລະ ຍັງຂາດ​ເຂີນອຸປະກອນການຮຽນ ການສອນຫລາຍ​ຢ່າງ.

ການຊ່ວຍເຫລືອຄັ້ງນີ້ ສ່ວນຫລາຍ ແມ່ນໄດ້ຈາກການລະດົມຂອງພະອາຈານ ໄພວັນ ມາລາວົງ ນັກກະວີ ລາງວັນແມ່ນ້ຳຂອງ ປີ 2015 ບວກກັບນັກປະພັນລາວ ທີ່ ຢູ່ນະຄອນຫລວງວຽງຈັນ ແລະ ສະມາຄົມນັກປະພັນສາຂາແຂວງສະຫວັນນະເຂດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...