spot_img
Homeຂ່າວເຫດການເລຂາທິການໃຫຍ່ພັກກອມມູນິດຈີນ ສົ່ງຜູ້ຕາງໜ້າພິເສດ ເຂົ້າຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ!

ເລຂາທິການໃຫຍ່ພັກກອມມູນິດຈີນ ສົ່ງຜູ້ຕາງໜ້າພິເສດ ເຂົ້າຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ!

Published on

ຂປລ. ​ໃນ​ວັນ​ທີ 26 ມັງ​ກອງນີ້ ທີ່​ຫ້ອງ​ວາ ​ການ​ສູນ​ກາງ​ພັກ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍ​ລິ​ຫານງານສູນ​ກາງ​ພັກ ປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບຂອງສະຫາຍ ຊົ້ງ​ທາວ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໃນ​ນາມ​ຜູ້ຕາງໜ້າ​ພິ​ເສດຂອງ​ສະຫາຍ ສີ​ຈິນຜິ​ງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ ພ້ອມ​ດ້ວຍ​ຄະນະ ທີ່​ເດີ​ນທາງ​ມາ​ຢ້ຽມຢາມ ​ແລະ ຊົມ​ເຊີຍ​ຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ X ຂອງ​ພັກ ປະຊາຊົນ​ ປະຕິວັດ​ລາວ.

ສະຫາຍ ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ​ໄດ້​ຕີ​ລາຄາ​ສູງ ​ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ພັກ​ກອມ​ມູນິດ​ຈີນ ທີ່​ໄດ້​ແຕ່ງຕັ້ງຄະນະ​ ມາ​ຊົມ​ເຊີຍ​ຜົສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ X ຂອງ​ພັກ ປປ ລາວ ​ໃນ​ຄັ້ງນີ້ ​ເຊິ່ງ​ເປັນ​ການ​ໃຫ້​ກຳລັງ​ໃຈ​ອັ​ນ​ແຮງ​ກ້າ​ແກ່​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ້ງ​ໝັ້ນ ​ໃນການ​ເພີ່ມ​ທະວີ​ໄມຕີ​ຈິດມິດ​ຕະພາບ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ການ​ເມືອງ, ​ເສີມ​ຂະ ຫຍາຍ​ສາຍ​ພົວພັນ ​ແລະ ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ ​ແລະ ຮ່ວມ​ະ ​ຕາ​ກຳ ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ລະຫວ່າງ​ສອງ​ພັກ ສອງ​ລັດ ລາວ-ຈີນ. ພ້ອມ​ທັງສະ​ແດງ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ພົວພັນ​ແບບ​ຄູ່​ຮ່ວມຍຸດ​ທະ​ສາດ​ຮອບດ້ານ​ຍາວ​ນານ ລະຫວ່າງ​ ສອງ​ພັກ ສອງ​ລັດ ລາວ-ຈີນ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ ຕາມ​ທິດ​ 4 ດີ, ສອງ​ຝ່າຍ​ໄດ້​ຮັກສາ​ການ​ໄປມາຫາສູ່​ກັນ​ໃນ​ລະດັບ​ສູງ​, ມີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນຕ່າງໆ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ນຳ​ກັນ​ເປັນ​ປະຈຳ.

ໃນ​ໂອກາດ​ນີ້, ສະຫາຍ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປປ ລາວ ​​ໄດ້​ຕາງໜ້າ​ໃຫ້​ພັກ, ລັດຖະ ບານ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ​ອ້າ​ນນ້ອງ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ ​ແລະ ມີ​ປະສິດທິ​ຜົນ​ແກ່​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ຂອງ​ລາວ​ໃນ​ປັດຈຸບັນ. ພ້ອມ​ນັ້ນ ກໍ​ໄດ້ ຢືນຢັນ​ສືບຕໍ່​ຢຶດໝັ້ນນະ​ໂຍບາຍ​ຈີນ​ດຽວ ​ແລະ ຖື ສປ ຈີນ ​ເປັນ​ເພື່ອ​ນມິດ​ຍຸດ​ທະ​ສາດ​ທີ່​ໃກ້ຊິດ ​ແລະ ​ໄວ້​ວາງໃຈ​ຂອງ​ຕົນ.

ໂອກາດ​ນີ້, ສະຫາຍ ຊົ້ງທາວ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງ ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ​ແລະ ​ໄດ້​ນຳ​ເອົາ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ ​ແລະ ອວຍພອນ​ໄຊ​ອັນ​ປະ​ເສີດ​ຂອງ​ສະຫາຍ ​ ເລຂາທິການ​ໃຫຍ່ ສີ​ຈິນຜິ​ງ ​ແລະ ບັນດາ​ສະຫາຍ​ການ​ນຳ​ຂັ້ນສູງ ຂອງ​ພັກ​ກອມ​ມູນິດ​ຈີນ ມາ​ຍັງ​ສະຫາຍ ​ບຸນ​ຍັງ ວໍລະ​ຈິດ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປປ ລາວ; ຕາງໜ້າ​ໃຫ້​ພັກ​ກອມ​ມູນິດ​ຈີນ ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ X ຂອງ​ພັກ ປປ ລາວ ພ້ອມ​ທັງ​ເຊື່ອ​ໝັ້ນຢ່າງ​ໜັກ​ແໜ້ນວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ ພັກ ປປ ລາວ ​ໂດຍ​ມີ ​ສະຫາຍ ​ບຸນ​ຍັງ ວໍລະ​ຈິດ ​ເປັນ​ຜູ້ນຳ​ໜ້ານັ້ນ, ປະຊາຊົນ​ລາວ​ບັນດາ​ເຜົ່າ ຈະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນສຳ​ເລັດ​ອັນ​ໃໝ່ ​ໃຫຍ່​ຫລວງ​ກວ່າ​ເກົ່າ​ ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ, ປະຕິບັດ​ສຳ​ເລັດ​ມະ​ຕິກອງ​ປະຊຸມ​ໃຫຍ່​ຄັ້ງທີ X ຂອງ​ພັກ, ສ້າງ​ປະ​ເທດ​ລາວ​ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...