spot_img
Homeຂ່າວພາຍ​ໃນທ່ານພົນໂທ ດວງໃຈ ພິຈິດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງເອກອັກຄະລັດຖະທູດ ສປປ ເກົາຫຼີ

ທ່ານພົນໂທ ດວງໃຈ ພິຈິດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງເອກອັກຄະລັດຖະທູດ ສປປ ເກົາຫຼີ

Published on

thu27mar6

ທ່ານພົນໂທ ດວງໃຈ ພິ ຈິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຄຳນັບຂອງທ່ານ ຣີຊາງ ກຸນ, ເອກອັກຄະລັດຖະທູດ
ສປປ ເກົາຫລີ ປະຈຳ ສປປ ລາວ ໃນວັນທີ 26 ມີນາ 2014 ນີ້, ຢູ່ທີ່ກະຊວງປ້ອງກັນປະ ເທດ, ໃນໂອກາດທີ່ທ່ານມາ ດຳລົງຕຳແຫນ່ງເປັນເອກອັກ ຄະລັດຖະທູດແຫ່ງ ສປປ ເກົາ ຫລີ ຄົນໃຫມ່ປະຈຳ ສປປ ລາວ.
ໂອກາດນີ້ທ່ານພົນໂທ ດວງໃຈ ພິຈິດ ກໍ່ໄດ້ສະແດງ ຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານຣີຊາງ ກຸນ ທີ່ໄດ້ມາດຳລົງຕຳແຫນ່ງ ເປັນເອກອັກຄະລັດຖະທູດ ສປປ ເກົາຫລີ ຄົນໃຫມ່ປະຈຳ ສປປ ລາວ ເຊິ່ງເປັນການປະ ກອບສ່ວນອັນສຳຄັນໃນການ ເສີມສ້າງມິດຕະພາບ ແລະ ການຮ່ວມມືທີ່ຍາວນານລະ ຫວ່າງ ລາວ-ສປປ ເກົາຫລີ ໃຫ້ພັດທະນາດີຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດຂອງທັງ ສອງຝ່າຍ.
ໃນຂະນະດຽວກັນທ່ານ ຣິຊາງກຸນ ກໍ່ໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ການຕ້ອນ ຢ່າງອົບອຸ່ນຂອງສະຫາຍພົນ ໂທ ດວງໃຈ ພິຈິດ ທີ່ຍາມໃດ ກໍ່ໄດ້ເອົາໃຈໃສ່ໃນການເສີມ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ທີ່ມີມາແຕ່ດົນນານນັ້ນ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນ ເລື້ອຍໆ.

ທີ່ມາ : http://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...