spot_img
Homeຂ່າວພາຍ​ໃນພິດໄພໜາວ ສັດໃຫຍ່ໃນແຂວງພາກເໜືອຕາຍແລ້ວເກືອບ 30 ໂຕ

ພິດໄພໜາວ ສັດໃຫຍ່ໃນແຂວງພາກເໜືອຕາຍແລ້ວເກືອບ 30 ໂຕ

Published on

ຈາກສະພາບອາກາດໃນຂອບເຂດທົ່ວປະເທດໜາວເຢັນເຖິງໜາວຈັດໃນໄລຍະ 2-3 ວັນຜ່ານມາ ໂດຍສະເພາະທາງພາກເໜືອຂອງລາວ, ຊຶ່ງເຮັດໃຫ້ສັດລ້ຽງ (ງົວ, ຄວາຍ, ໝູ ແລະປາ) ຂອງພໍ່ແມ່ປະຊາຊົນບັນດາເຜົ່າເກີດລົ້ມຕາຍ, ມາຮອດປະຈຸບັນສາມາດສະຫຼຸບຕົວເລກ ຈໍານວນສັດຕາຍໄດ້ແລ້ວເປັນບາງຂົງເຂດ ໃນນີ້, ສະເພາະສອງແຂວງຊຽງຂວາງ ແລະແຂວງຫົວພັນມີສັດລົ້ມຕາຍ ລວມກັນ 27 ໂຕ, ໃນນີ້ ຕາຍຫຼາຍກວ່າໝູ່ແມ່ນຢູ່ເມືອງຊໍາເໜືອ.

ຕາມການລາຍງານຈາກພະນັກງານວິທະຍຸແຂວງຫົວພັນຕໍ່ນັກຂ່າວໜັງສືພິມພວກເຮົາໃນຕອນແລງວັນທີ 26 ມັງກອນ
ຜ່ານມາຮູ້ວ່າ: ສະພາບອາກາດຢູ່ແຂວງຮອດວັນທີ 26 ມັງກອນ 2016 ຍັງຄົງສືບຕໍ່ໜາວເຢັນ ແລະມີຝົນຕົກໃນລະດັບ
ຄ່ອຍຢູ່ຕະຫຼອດ, ວັດແທກອຸນຫະພູມປະມານ 1 ອົງສາ, ສ່ວນສັດລ້ຽງຂອງພໍ່ແມ່ປະຊາຊົນບັນດາເຜົ່າທີ່ລົ້ມຕາຍນັ້ນສາມາດສັງລວມໄດ້ແລ້ວໃນບາງເຂດທີ່ເມືອງລາຍງານເຊັ່ນ: ເມືອງຫົວເມືອງມີສັດຕາຍທັງໝົດ 4 ໂຕ, ໃນນີ້ ມີຄວາຍ 3 ແລະ ງົວ 1 ໂຕ, ເມືອງຊໍາເໜືອຕາຍ 14 ໂຕ, ໃນນີ້ມີງົວ 5 ໂຕ, ທີ່ເຫຼືອແມ່ນຄວາຍ, ສັງ ລວມແລ້ວທີ່ແຂວງຫົວພັນສັດລ້ຽງປະ ເພດຄວາຍ,ງົວຕາຍແລ້ວທັງໝົດ 18 ໂຕ.

ໃນມື້ດຽວກັນ ນັກຂ່າວໜັງສືພິມພວກເຮົາກໍໄດ້ສອບຖາມໄປຍັງທ່ານ ຄໍາໄພພົມມະວົງ ຮອງຫົວໜ້າຂະແໜງລ້ຽງສັດ ແຂວງຊຽງຂວາງ ຊຶ່ງສະພາບອາກາດຍັງສືບຕໍ່ໜາວ ແລະຝົນກໍຍັງຕົກໃນລະດັບຄ່ອຍຕໍ່ເນື່ອງ, ອຸນຫະພູມວັດໄດ້ປະມານ 7-8 ອົງສາ, ງົວ, ຄວາຍ ຂອງພໍ່ແມ່ປະຊາຊົນບັນດາເຜົ່າລົ້ມຕາຍ ຊຶ່ງເລີ່ມແຕ່ວັນ ທີ 24 ມັງກອນເປັນຕົ້ນມາຮອດວັນທີ 26 ຂອງເດືອນດຽວກັນມີສັດຕາຍທັງໝົດ 7 ໂຕ ແລະໝູ ອີກ 2 ໂຕ, ຈໍານວນສັດທີ່ຕາຍທັງໝົດແມ່ນຢູ່ເມືອງໜອງແຮດ.

ສ່ວນແຂວງຜົ້ງສາລີມີຂ່າວສັດລົ້ມຕາຍເຊັ່ນດຽວກັນ ແຕ່ທັງນີ້ສື່ພວກເຮົາກໍຍັງບໍ່ທັນໄດ້ຮັບລາຍງານການຕາຍຂອງສັດຈາກພະນັກງານກ່ຽວຂ້ອງຢູ່ແຂວງດັ່ງກ່າວເທື່ອ.

ຂະນະທີ່ແຂວງຫຼວງນໍ້າທາ ແລະແຂວງອຸດົມໄຊ ຊຶ່ງມີອາກາດໜາວຈັດເຊັ່ນກັນ ແຕ່ຍັງບໍ່ມີລາຍງານກ່ຽວກັບສັດຕາຍເທື່ອ,
ຊຶ່ງຄວາມໜາວຢູ່ແຂວງຫຼວງນໍ້າທາວັດອຸນຫະພູມໄດ້ປະມານ 5 ອົງສາ, ຂະນະທີ່ແຂວງອຸດົມໄຊ ແມ່ນມີຄວາມໜາວເຢັນ -1 ອົງສາ.

ແນວໃດກໍດີ ຕໍ່ກັບສະພາບອາກາດໜາວເຢັນແບບນີ້ ພໍ່ແມ່ປະຊາຊົນຄົນລາວທຸກຖ້ວນໜ້າກໍບ່ໍໄດ້ນິ້ງເສີຍ ໂດຍໄດ້ນໍາ
ເອົາເຄື່ອງກັນໜາວມາຊ່ວຍເຫຼືອຜູ້ໄດ້ຮັບໄພໜາວໂດຍສະເພາະຜູ້ທີ່ອາໃສຢູ່ເຂດພາກເໜືອ, ຫຼ້າສຸດບໍລິສັດການລົງທຶນຢາງ
ພາລາແຂວງຢຸນນານ ສປ ຈີນ ຊຶ່ງປະກອບມີ 28 ກຸ່ມບໍລິສັດພັດທະນາກະສິກໍາ ແຂວງຢຸນນານ ໄດ້ສົມທົບກັນຈັດຕັ້ງລະດົມເຄື່ອງນຸ່ງຫົ່ມມາຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາເຜົ່າ 2 ບ້ານ ຂອງເມືອງ ແລະແຂວງຫຼວງນໍ້າທາ, ໂດຍເຄື່ອງທີ່ນໍາມາມອບປະກອບມີ ໂສ້ງ, ເສື້ອກັນໜາວ, ຜ້າຮົ່ມ ແລະເກີບທັງໝົດ 10.388 ຜືນ, ລວມເປັນມູນຄ່າ 30 ລ້ານກີບ ຂໍ້ມູນລາຍງານຂອງນັກຂ່າວປະຈໍາແຂວງດັ່ງກ່າວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...