spot_img
Homeຂ່າວພາຍ​ໃນຕຳຫຼວດໄທ ກັກຕົວຄົນລາວ ຂ້າມໄປສົ່ງຢາບ້າຢູ່ມຸກດາຫານ

ຕຳຫຼວດໄທ ກັກຕົວຄົນລາວ ຂ້າມໄປສົ່ງຢາບ້າຢູ່ມຸກດາຫານ

Published on

 

ຕາມການໃຫ້ຂໍ້ມູນຈາກຕຳຫຼວດປະຈຳດ່ານກວດຄົນເຂົ້າເມືອງມຸກດາຫານລາຊະອານາຈັກໄທໃນ ວັນທີ 25 ມັງກອນນີ້ວ່າ: ວັນທີ 24 ມັງກອນ 2016 ໄດ້ສາມາດກັກຕົວຄົນລາວຈຳນວນ 3 ຄົນ, ຍິງ 2 ຄົນປະຊາຊົນບ້ານໄຜ່ເມືອງຈຳພອນ ແຂວງສະຫວັນນະເຂດ ແລະຄົນຢູ່ບ້ານໜອງແວງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜ່ານການກວດຄົ້ນໄດ້ພົບຢາບ້າຈຳນວນ 6 ມັດ ຫຼື ເທົ່າ ກັບ 24 ພັນເມັດ.

ຈາກການລາຍງານຂອງທັງ 3 ຄົນໃຫ້ຮູ້ວ່າ: ພວກຕົນໄດ້ຖືກຈ້າງຂົນສົ່ງຢາບ້າຈາກທ້າວ ໄຊ ອາຍຸ 45 ປີປະຊາຊົນບ້ານລັດຕະນະລັງສີ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ທີ່ຊັກຊວນໃຫ້ໄປສົ່ງຢາບ້າທີ່ປະເທດໄທ ຊຶ່ງມີຈຸດໝາຍປາຍທາງໄປສົ່ງຢູ່ຈັງຫວັດຂອນແກ່ນ ໂດຍໄດ້ຮັບຄ່າຈ້າງຜູ້ລະ 5 ລ້ານກວ່າກີບ.  ຜູ້ທີ່ຖືກກັກໂຕຄັ້ງ ນີ້ມີນາງ ມ໊ອກ ອາຍຸ 37 ປີ ແລະທ້າວ ຕັດ ອາຍຸ 59 ປີປະຊາຊົນບ້ານໄຜ່ເມືອງ ຈຳພອນ, ນາງ ລັດຕະນະສະຫວັນ ຫຼື ໄກ່ ອາຍຸ 24 ປີ ບ້ານໜອງແວງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈາກການຮັບສາລະພາບຈາກທ້າວ ຕັດ ເຈົ້າຂອງລົດໂຕໂຍຕາວີໂກ ໝາຍເລກທະບຽນ ກຄ 2599 ສະຫວັນ ນະເຂດ ເບື້ອງຕົ້ນໃຫ້ຮູ້ວ່າ: ໄດ້ຖືກຕິດຕໍ່ຈາກທ້າວ ໄຊ ບໍ່ຮູ້ຊື່ແທ້ ຕິດຕໍ່ໃຫ້ຂັບລົດໄປສົ່ງຢາບ້າໂດຍຈະໄດ້ຮັບຄ່າ
ຈ້າງ 2 ລ້ານກວ່າກີບ ຢູ່ທີ່ມຸກດາຫານ, ຈາກນັ້ນທ້າວ ໄຊ ກໍໄດ້ນຳເອົາເບີນາງ ມ໊ອກ ໃຫ້ເພື່ອຕິດຕໍ່ຫາກັນ, ຕໍ່ມາໃນວັນທີ 24 ມັງກອນ ກໍໄດ້ມີຜູ້ຊາຍໄວໜຸ່ມໄດ້ນຳເອົາກະເປົາສີດຳມາສົ່ງໃຫ້ຕົນໂດຍປະໄວ້ເບາະຫຼັງລົດຂອງຕົນແຕ່ບໍ່ຮູ້ວ່າມີຢາບ້າຈຳນວນຫຼາຍທ່ໍໃດ ແລ້ວທ້າວ ຕັດ ກໍໄດ້ພານາງ ລັດຕະນະສະຫວັນ ຫຼື ໄກ່ ທີ່ເປັນເມຍຂອງຕົນຂຶ້ນມາຮັບເອົານາງມ໊ອກຢູ່ຄິວລົດເພື່ອຂ້າມໄປປະເທດໄທ.

ພາຍຫຼັງທີ່ຂັບລົດຂ້າມໄປເຖິງທ້າວ ຕັດກໍໄດ້ໃຫ້ ນາງ ລັດຕະນະສະຫວັນ ແລະ ນາງ ມ໊ອກ ພ້ອມຢາບ້າລົງຖ້າຢູ່ສະຖານທີ່
ພັກລໍຖ້າລົດໂດຍສານປະຈຳທາງເພື່ອໄປສົ່ງຕໍ່ທີ່ຈັງຫວັດຂອນແກ່ນ ຈາກນັ້ນ ຕົນເອງກໍກັບຄືນມາ ພາຍຫຼັງທີ່ກັບມານັ້ນກໍໄດ້ພະຍາຍາມຕິດຕໍ່ກັບທັງສອງຄົນ ແຕ່ ກໍບໍ່ສາມາດຕິດຕໍ່ໄດ້, ຕົນຈຶ່ງໄດ້ຂັບລົດກັບມາສະຖານທີ່ໆທັງສອງລົງລໍຖ້າລົດຈຶ່ງໄດ້ຖືກຕຳຫຼວດຈັບໄດ້ໃນຄັ້ງນີ້.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...