spot_img
Homeຂ່າວພາຍ​ໃນລາວ-ເບລາຣຸສ ຮັດແໜ້ນສາຍພົວພັນຮ່ວມມື

ລາວ-ເບລາຣຸສ ຮັດແໜ້ນສາຍພົວພັນຮ່ວມມື

Published on

ລາວ-ເບລາຣຸສ ຮັດແໜ້ນສາຍພົວພັນຮ່ວມມື

ເພື່ອ​ເປັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື ລະຫວ່າງ​ລັດຖະບານ​ສອງ​ປະເທດ ລາວ-ເບ​ລາ​ຣຸສ ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ເຂັ້ມແຂງ​ເປັນ​ກ້າວໆ ຕອນ​ເຊົ້າ​ວັນ​ທີ 26 ມີນາ 2014 ຢູ່​ທີ່​ກະຊວງ​ການ​ຕ່າງປະເທດ ໄດ້​ມີ​ພິທີ​ພົບ​ປະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ຝ່າຍ ລາວ-ເບ​ລາ​ຣຸສ ຂຶ້ນ ຝ່າຍ​ລາວ​ນຳ​ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ຝ່າຍ ເບ​ລາ​ຣຸສ ນຳ​ໂດຍ​ທ່ານ ວະ​ລາ​ດີ​ເມຍ ມາກ​ເກ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ສ.ເບ​ລາ​ຣຸສ.

ການ​ພົບ​ປະ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ປຶກສາ​ຫາລື ແລະ ທົບ​ທວນຄືນ​ບັນດາ​ທິດ​ທາງ​ການ​ຮ່ວມ​ມື​ໄລຍະ​ຜ່ານ​ມາ ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ ກ່າວ​ວ່າ: ພັກ ແລະ ລັດຖະບານ​ລາວ ຂໍ​ສະແດງ​ຄວາມ​ຍ້ອງຍໍ-ຊົມເຊີຍ​ຕໍ່​ລັດຖະບານ ສ.ເບ​ລາ​ຣຸສ ທີ່​ໄດ້​ໃຫ້ການ​ຮ່ວມ​ມື ແລະ ຊ່ວຍເຫຼືອ​ວຽກ​ງານ​ການ​ພັດທະນາ​ດ້ານ​ເສດຖະກິດ-ສັງຄົມ ເປັນຕົ້ນ​ແມ່ນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື ວຽກ​ງານ​ການ​ຕ່າງປະເທດ​ສອງ​ຝ່າຍ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ແລະ ເຂັ້ມແຂງ​ຍິ່ງ​ຂຶ້ນ ເຊິ່ງ​ການ​ມາ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ຄະນະ​ຄັ້ງ​ນີ້ ໄດ້​ມີ​ຂຶ້ນ​ພາຍຫຼັງ​ການ​ເປີດ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການເມືອງ ແລະ ກອງ​ປະຊຸມ​ຄະນະ​ກຳມາ​ທິ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ ວັດທະນະທຳ ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ແລະ ການ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 20 ປີ.

ໂອກາດ​ການ​ພົບ​ປະ​ຄັ້ງ​ນີ້ ລັດຖະບານ​ລາວ-ເບ​ລາ​ຣຸສ ຍັງ​ໄດ້​ຫາລື​ເຖິງ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ອາ​ເລັກ​ຊັນ​ເດີ ລູ​ກາ​ແຊນ​ໂກ ປະທານາທິບໍດີ​ແຫ່ງ ສາທາລະນະ​ລັດ​ເບ​ລາ​ຣຸສ ໂດຍ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ປີ 2014.

ທີ່ມາ : http://www.vientianemai.net/teen/khao/1/11445

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...