Homeຂ່າວເຫດການການນຳພາຂອງພັກແມ່ນກຳລັງແຮງຊະນະເລີດແຫ່ງການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດ

ການນຳພາຂອງພັກແມ່ນກຳລັງແຮງຊະນະເລີດແຫ່ງການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດ

Published on

ນີ້ແມ່ນຄຳເຫັນຂອງສະຫາຍ ພັນ​ດວງ​ຈິດ ວົງສາ ປະທານ​ສູນ​ກາງ​​ແນວ​ລາວ​ສ້າງ​ຊາດ ​ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ X ຂອງພັກ ໃນວັນທີ 19 ມັງກອນທີ່ຜ່ານມາ, ຊຶ່ງເປັນມື້ທີ 2 ຂອງການດຳເນີນກອງປະຊຸມສຳຄັນດັ່ງກ່າວວ່າ: ພາຍໃຕ້ການນຳພາຂອງພັກແມ່ນມູນເຊື້ອ ແລະ ກຳລັງແຮງຊະນະເລີດໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາ, ຍ້ອນແນວນັ້ນ ບໍ່ວ່າເວລາໃດການເພີ່ມທະວີຄວາມສາມັກຄີທົ່ວປວງຊົນເປັນໜ້າທີ່ຍຸດທະສາດອັນຍາວນານຂອງພັກເຮົາ, ເປັນຄຳຂັວນ ແລະ ແນວຄິດຊີ້ນຳໃນຕະຫລອດໄລຍະຂອງການປະຕິວັດປະເທດເຮົາ.
ຄະນະພັກສູນກາງແນວລາວສ້າງຊາດ ກ່າວວ່າ: ກອງປະຊຸມໃຫຍ່ສະໄໝທີ X ຂອງພັກຄັ້ງນີ້ ໄດ້ເນັ້ນໜັກ ແລະ ຖືເປັນສຳຄັນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງຊາດ ຍ້ອນມາຈາກຫລາຍປັດໄຈ, ໂດຍສະເພາະດ້ານເສດຖະກິດ, ດັ່ງນັ້ນ ໃນສະໄໝທີ IX, ພັກ ໄດ້ສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ພັດທະນາຊົນນະບົດ, ປະຕິບັດວຽກງານ 3 ສ້າງ, ເຮັດໃຫ້ປະຊາຊົນມີລາຍຮັບຕົວຈິງສູງຂຶ້ນເທື່ອລະກ້າວ, ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດດ້ານການສຶກສາ, ຮໍ່າຮຽນ, ການປິ່ນປົວສຸຂະພາບ ແລະ ຖືວຽກເຮັດງານທຳ, ເປັນປັດໄຈສຳຄັນໃນການເຕົ້າໂຮມຄວາມສາມັກຄີ, ຄວາມສະເໝີພາບດ້ານການເມືອງ, ດ້ານກົດໝາຍ ແລະ ດ້ານເສດຖະກິດວັດທະນະທຳ-ສັງຄົມ, ໄດ້ຊ່ວຍໃຫ້ພົນລະເມືອງມີສິດເສລີພາບ ຈຶ່ງມີຄວາມສາມັກຄີກັນດີ ແຕ່ຖ້າຫາກຫລຸດໂຕນກັນ ມີການຈຳແນກຊັ້ນຄົນ, ເພດ-ໄວ ແລະ ສາສະໜາໃນສັງຄົມ ກໍຈະຂາດຄວາມສາມັກຄີ
ພ້ອມນີ້ ການປະພຶດທີ່ຍຸຕິທຳ, ບໍ່ເອົາລັດເອົາປຽບກັນ, ການແກ້ ໄຂຄະດີ, ຄວາມຂັດແຍ້ງຕະຫລອດເຖິງການຊຸກຍູ້ສົ່ງເສີມການຜະລິດສິນຄ້າ, ການຄ້າຂາຍ ທີ່ມີຄວາມຍຸຕິທຳ, ທ່ຽງທຳ ເປັນການກະຕຸ້ນໃຫ້ມີຄວາມສາມັກຄີຮ່ວມມືກັນ.
ນອກຈາກນີ້ ການເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ, ເປັນແບບຢ່າງ ແລະ ຮັບປະກັນໃຫ້ຄວາມສາມັກຄີປອງດອງທົ່ວປວງຊົນ ແມ່ນການເສີມຂະຫຍາຍແບບແຜນວິທີເຮັດວຽກ, ປຶກສາຫາລືປະຊາທິປະໄຕ ກົງໄປກົງມາ ເປັນເອກກະພາບ ຖ້າບໍ່ມີປະຊາທິປະໄຕ ແລ້ວຄວາມສາມັກຄີກໍບໍ່ແໜ້ນຄະນະພັກ, ພະນັກງານຫຼັກແຫຼ່ງ, ຜູ້ເປັນຫົວໜ້າຕ້ອງເປັນແບບຢ່າງກ່ອນໝູ່, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ເປັນແບບຢ່າງດ້ານຄວາມຊື່ສັດບໍລິສຸດ ແລະ ທ່ຽງທຳ ຈຶ່ງເຮັດໃຫ້ຜູ້ອື່ນຮໍ່າຮຽນຕາມແບບຢ່າງທີ່ດີ, ເວົ້າລວມແລ້ວແມ່ນສ້າງຄວາມສາມັກຄີປອງດອງຂອງທຸກພາກສ່ວນ, ໃຫ້ກາຍເປັນຍຸດທະສາດ, ເປັນມູນເຊື້ອ ແລະ ອະລິຍະທຳຂອງຄົນລາວທຸກຊົນເຜົ່າ, ຊັ້ນຄົນ, ເພດ-ໄວ ແລະ ສາສະໜາໃນວົງຄະນະຍາດແຫ່ງຊາດລາວພາຍໃຕ້ແສງສະຫວ່າງມະຕິ IX ຂອງພັກ, ແນວລາວສ້າງຊາດ ຊຶ່ງເປັນພື້ນຖານການເມືອງຂອງພັກທີ່ໄດ້ມີມູນເຊື້ອສ້າງຄວາມສາມັກຄີມາເປັນເວລາ 60 ກ່ວາປີ, ນັບແຕ່ປະທານ ໄກສອນ ພົນວິຫານ, ປະທານ ສຸພານຸວົງ, ປະທານ ຄຳໄຕ ສີພັນດອນ, ຈົນເຖິ່ງປັດຈຸບັນ ດັ່ງສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ເພີ່ມພູນຄູນສ້າງຄວາມສາມັກຄີຂອງຊາດຕະຫຼອດມາ. ແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນ, ແນວລາວສ້າງຊາດແຕ່ລະຂັ້ນໄດ້ເພີ່ມທະວີການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີທຸກຊົນເຜົ່າໃຫ້ໄປຕາມແນວທາງຂອງພັກ, ສົ່ງເສີມການເຄົາລົບຄວາມສະເໝີພາບ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເຈືອຈານທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ປຸກລະດົມເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດພັດທະນາ, ໃນນັ້ນສູນກາງແນວລາວສ້າງຊາດໄດ້ວາງມາດຕະຖານເງື່ອນໄຂກ່ຽວກັບການສ້າງບ້ານສາມັກຄີ; ໝາຍຄວາມວ່າບ້ານນັ້ນຈະເປັນບ້ານພັດທະນາໄດ້ຕ້ອງມີຄວາມສາມັກຄີ ແລະ ແນວລາວສ້າງຊາດແຕ່ລະຂັ້ນໄດ້ລົງພົບປະກັບປະ ຊາຊົນ, ສາສະໜາ ແລະ ເຈົ້າກົກ ເຈົ້າເຫຼົ່າ, ຜູ້ຊົງຄຸນວຸດທິ, ກຳເອົາປະຊາຊົນ, ສຶກສາອົບຮົມ ແລະ ໄກ່ເກ່ຍໄກ້ໄຂຂໍ້ຂັດແຍ້ງ ເພື່ອຫັດແໜ້ນຄວາມສາມັກຄີພື້ນຖານ ແລະ ໄດ້ໃຊ້ຄວາມພະຍາຍາມເຂົ້າຮ່ວມ ຊຸກຍູ້ການ ຈັດຕັ້ງປະຕິບັດນະໂຍບາຍຊົນເຜົ່າ ໃນດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານພະນັກງານຊົນເຜົ່າ, ໃນຄວາມສາມັກຄີປອງດອງ ໄດ້ສະແດງອອກຫຼາຍດ້ານແຕ່ພື້ນຖານແມ່ນ: ຈິດໃຈຮັກຊາດເອກະພາບໃນວົງຄະນະຍາດແຫ່ງຊາດ; ຈິດໃຈຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນທຸກກໍລະນີຫຍຸ້ງຍາກ ແລະປົກກະຕິ; ພ້ອມພຽງຮຽງໜ້າປະຕິບັດຕາມການຊີ້ນຳຂອງຄະນະພັກ; ພ້ອມກັນເຂັ້ມງວດຕາມກົດໝາຍ, ຕາມການຄຸ້ມຄອງຂອງລັດ; ເຈືອຈານດ້ານເສດຖະກິດ, ວັດທະນະທຳ, ວິຖີຊີວິດເຮັດໃຫ້ຊົນເຜົ່າຕ່າງໆຍັບເຂົ້າມໍ່ກັນ, ບໍ່ຫລຸດໂຕນກັນ; ເດັດດ່ຽວຕໍ່ສູ້ ຮັບປະກັນຄວາມຍຸດຕິທຳ, ຄວາມກ້າວໜ້າສີວິໄລໃນສັງຄົມ, ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆໃຫ້ໝົດໄປ.

ທີ່ມາ http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...