spot_img
Homeຂ່າວຕ່າງປະເທດຜູ້ນຳຈີນປະກາດ ທຸ້ມເງິນລົງທຶນ ຊ່ວຍອີຣ່ານພັດທະນາ ລະບົບລົດໄຟຄວາມໄວສູງ!

ຜູ້ນຳຈີນປະກາດ ທຸ້ມເງິນລົງທຶນ ຊ່ວຍອີຣ່ານພັດທະນາ ລະບົບລົດໄຟຄວາມໄວສູງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ມັງກອນຜ່ານມານີ້ວ່າ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ຮັດຊັນ ຣູຮານີ ປະທານາທິບໍດີແຫ່ງປະເທດອີຣ່ານ ໄດ້ກ່າວຖະແຫລງຂ່າວຮ່ວມກັນ ໃນລະຫວ່າງທີ່ຜູ້ນຳຈີນ ເດີນທາງໄປຢ້ຽມຢາມອີຣ່ານ ຢ່າງເປັນທາງການ ເມື່ອວັນທີ 23 ມັງກອນ 2016 ຜ່ານມານີ້ວ່າ ຈີນຈະໃຫ້ຄວາມຮ່ວມມື ໂຄງການກໍ່ສ້າງ ລະບົບເສັ້ນທາງລົດໄຟຄວາມໄວສູງ ລະຫວ່າງນະຄອນຫລວງເຕເຮຣານ ແລະ ເມືອງມັດຮັດ ເມືອງໃຫຍ່ອັນດັບທີສອງຂອງອີຣ່ານ ໂດຍຝ່າຍຈີນຈະໃຫ້ຄວາມຊ່ວຍເຫລືອ ທາງດ້ານການເງິນ ໃຫ້ແກ່ໂຄງການດັ່ງກ່າວ.

ພ້ອມດຽວກັນນັ້ນ, ໃນລະຫວ່າງເດີນທາງຢ້ຽມຢາມອີຣ່ານຂອງ ສີຈິ້ນຜິງ ຜູ້ນຳທັງສອງປະເທດ ຍັງໄດ້ມີການລົງນາມ ຂໍ້ຕົກລົງທະວິພາຄີຮ່ວມກັນເຖິງ 17 ສະບັບ ຊຶ່ງເປັນຂໍ້ຕົກລົງຮ່ວມມື ໃນຂົງເຂດພື້ນຖານໂຄງລ່າງ, ການລົງທຶນ ແລະ ສິ່ງແວດລ້ອມ ໂດຍຜູ້ນຳທັງສອງປະເທດ ຍັງໄດ້ປະກາດວ່າ ຈະຜັກດັນໃຫ້ການຄ້າລະຫວ່າງ ຈີນ-ອີຣ່ານ ໃຫ້ບັນລຸມູນຄ່າ 600 ຕື້ໂດລາ ພາຍໃນສິບປີຕໍ່ໜ້າ ຊຶ່ງຕົວເລກມູນຄ່າການຄ້າສອງຝ່າຍ ເມື່ອປີ 2014 ຜ່ານມາ ແມ່ນມີມູນຄ່າຢູ່ໃນລະດັບ 52 ຕື້ໂດລາ.

ສປ ຈີນ ແມ່ນເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງອີຣ່ານ ຊຶ່ງໃນໄລຍະທີ່ອີຣ່ານ ຖືກມາດຕະການຂວ້ຳບາດ ຈາກຊາດຕາເວັນຕົກ ໃນປີ 2012 ຈີນກໍຍັງຄົງຊື້ນ້ຳມັນຈາກອີຣ່ານ ເຖິງແມ່ນໄດ້ສ້າງຄວາມບໍ່ພໍໃຈ ໃຫ້ແກ່ສະຫະລັດອາເມຣິກາກໍຕາມ, ທັງນີ້ ປະທານປະເທດ ສີຈິ້ນຜິງ ກໍຍັງເປັນຜູ້ນຳຕ່າງຊາດຄົນທຳອິດ ທີ່ເດີນທາງໄປຢ້ຽມຢາມອີຣ່ານ ນັບຕັ້ງແຕ່ມີການຍົກເລີກ ມາດຕະການຂວ້ຳບາດດັ່ງກ່າວຜ່ານມາ.

ທ່ານ ຢາຕອນລາ ອາລີ ຄາເມເນ ຜູ້ນຳສູງສຸດຂອງອີຣ່ານ ໄດ້ກ່າວກັບປະທານປະເທດຈີນວ່າ ອີຣ່ານຈະເດີນໜ້າ ສົ່ງເສີມຄວາມສຳພັນກັບຕາເວັນອອກ ພ້ອມທັງຍົກຍ້ອງຈຸດຢືນອິດສະຫລະຂອງຈີນ ເທິງເວທີໂລກ ຊຶ່ງຈະຊ່ວຍໃຫ້ ຄວາມສຳພັນຍຸດທະສາດກັບອີຣ່ານ ກ້າວເຂົ້າສູ່ລວງເລິກຂຶ້ນຕື່ມ, ພ້ອມນັ້ນ ທ່ານຍັງໄດ້ກ່າວອີກວ່າ ” ລັດອິດສະລາມຈະບໍ່ລືມການຮ່ວມມືຂອງຈີນ ໃນລະຫວ່າງຍຸກແຫ່ງການຂວ້ຳບາດ “.

ພາບ: REUTERS
ພາບ: REUTERS

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...