spot_img
Homeຂ່າວພາຍ​ໃນປີແລ້ວ ລຮລ ມີລາຍຮັບຫຼາຍ ກວ່າຮ້ອຍຕື້ກີບ

ປີແລ້ວ ລຮລ ມີລາຍຮັບຫຼາຍ ກວ່າຮ້ອຍຕື້ກີບ

Published on

    ຕະ­ຫຼອດ​ໄລ­ຍະຜ່ານ​ມາ, ລັດ​ວິ​ສາ​ຫະ​ກິດ ຖື​ຮຸ້ນ​ລາວ (ລຮລ) ໄດ້ ຮັບ​ການ​ຊີ້​ນຳໆພາທີ່​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ ແລະ​ລັດ­ຖະ­ບານ​ຢ່າງ​ໃກ້ ສິດ ຈິ່ງ​ເຮັດ​ໃຫ້­ການ​ດຳເນີນ​ທຸ­ລະ​ກິດ​ຂອງ ລຮລ ນັບ​ມື້​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ນັບ​ທັງ​ດ້ານ​ປະ­ລິ­ມານ ແລະ​ຄຸນ ນະ​ພາບ, ທັງ​ມີ​ຜົນ​ກຳ­ລັງ​ທີ່​ເພີ່ມ​ຂຶ້ນ​ເປັນ​ກ້າວໆ​ໃນ​ແຕ່​ລະ​ປີ ໂດຍ​ສະ­ເພາະ 2015 ລຮລ ໄດ້​ສ້າງ​ລາຍ​ຮັບ​ຫຼາຍ​ກວ່າ 100 ຕື້​ກີບ.

    ທ່ານ ດຣ. ສົມ­ບູນ ມະ­ໂນ​ລົມ ຜູ້​ອຳ ນວຍ​ການ ລຮລ ໃຫ້​ສຳ­ພາດ​ກັບ​ທີມ​ຂ່າວ ເສດ­ຖະ­ກິດ-ສັງ­ຄົມ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ນັບ​ແຕ່​ປີ 2005 ທີ່​ລັດ​ວິ​ສາ​ຫະ​ກິດ​ຖື​ຮຸ້ນ ລາວ (ລຮລ) ໄດ້​ຖືກ​ສ້າງ­ຕັ້ງ ເພື່ອ​ເຂົ້າ ຮ່ວມ​ຖື​ຮຸ້ນ, ຄຸ້ມ​ຄອງ ແລະ​ບໍ­ລິ­ຫານ​ຮຸ້ນ ໃນ​ໂຄງ­ການ​ໄຟ­ຟ້າ​ນ້ຳ​ເທີນ 2 ແລະ​ບັນ ດາ​ໂຄງ­ການ​ຜະ­ລິດ​ໄຟ­ຟ້າ​ທີ່​ຖືກ​ມອບ ໝາຍ​ຈາກ​ລັດ­ຖະ­ບານ ເພື່ອ​ການ​ສົ່ງ​ອອກ ຢ່າງ​ມີ​ປະ​ສິດ­ທິ​ຜົນ ແລະ​ເກີດ​ຜົນ​ຕອບ ແທນ​ສູງ ຊຶ່ງ​ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ​ທີ່ ລຮລ ໄດ້​ດຳ­ເນີນ​ທຸ­ລະ​ກິດ​ຈົນ​ເຕີບ​ໃຫຍ່ ຂະ­ຫຍາຍ­ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ນັບ​ທັງ​ດ້ານ ປະ­ລິ­ມານ ແລະ​ຄຸ​ຸນ​ນະ​ພາບ ຊຶ່ງ​ສະ­ແດງ ອອກ​ໃນ​ການ​ສ້າງ​ບຸກ​ຄະ­ລາ​ກອນ​ທີ່​ມີ ຄຸນ​ນະ​ພາບ ເພື່ອ​ຮັບ​ໃຊ້​ວຽກ​ງານ​ດັ່ງ ກ່າວ ແລະ​ການ​ສ້າງ​ຜົນ​ກຳ­ໄລ​ໃນ​ການ​ບໍ­ລິ­ຫານ​ກິດ­ຈະ­ການ.

ໄປ​ຄຽງ​ຄູ່​ກັບ​ການ​ຊີ້​ນຳ​ຂອງ​ພັກ-ລັດ­ຖະ­ບານ​ຢ່າງ​ໃກ້­ຊິດ ຈິ່ງ​ເຮັດ​ໃຫ້ ລຮລ ມີ​ຜົນ­ງານ​ອັນ​ພົ້ນ​ເດັ່ນ​ຫຼາຍ​ດ້ານ​ໃນ​ແຕ່ລະ​ປີ, ສະ­ເພາະ​ໃນ​ປີ 2015 ລຮລ ໄດ້​ສຳ ເລັດ​ການ​ສະ­ໜອງ​ບຸກ​ຄະ­ລາ​ກອນ​ຈຳ ນວນ 13 ຄົນ ຮັບ​ໃຊ້​ໂຮງ­ງານ​ຂີ້​ເຖົ່າ​ລອຍ ທີ່​ເປັນ​ໜຶ່ງ 4 ໂຄງ­ການ​ໃຫຍ່​ທີ່ ລຮລ ຮ່ວມ​ຖື​ຮຸ້ນ​ເຊັ່ນ: ໂຄງ­ການ​ໄຟ­ຟ້າ​ນ້ຳ​ເທີນ 2, ໂຄງ­ການ​ໄຟ­ຟ້າ​ຄວາມ​ຮ້ອນ​ຫົງ​ສາ, ໂຄງ­ການ​ໄຟ­ຟ້າ​ເຊ​ປ່ຽນ-ເຊ​ນ້ຳ​ນ້ອຍ ແລະ​ໂຄງ­ການ​ໄຟ­ຟ້າ​ນ້ຳ​ງຽບ 1, ພ້ອມ ນັ້ນ​ໃນ​ປີ 2015 ລຮລ ຍັງ​ສາ­ມາດ​ສ້າງ ລາຍ​ຮັບ​ຈາກ​ການ​ດຳ­ເນີນ​ທຸ­ລະ​ກິດ ໂດຍ ຫຼັກໆ​ແລ້ວ​ແມ່ນ​ໄດ້​ຈາກ​ໂຄງ­ການ​ໄຟ­ຟ້າ ນ້ຳ​ເທີນ 2, ໄຟ­ຟ້າ​ຫົງ​ສາ ແລະ​ຂີ້​ເຖົ່າ​ລອຍ ລວມ​ເປັນ​ມູນ​ຄ່າ​ທັງ​ໝົດ 15,13 ລ້ານ​ໂດ ລາ ຫຼື ປະ­ມານ 121,04 ຕື້​ກີບ, ໃນ​ນີ້ ລາຍ​ຮັບ​ຕົ້ນ­ຕໍ​ຍັງ​ແມ່ນ​ໂຄງ­ການ​ໄຟ­ຟ້າ ນ້ຳ​ເທີນ 2 ທີ່​ປະ­ຕິ­ບັດ​ລາຍ​ຮັບ​ໄດ້​ເກີນ ແຜນ 12%.

ພ້ອມ​ນັ້ນ ອັນ​ພົ້ນ​ເດັ່ນ​ອີກ​ດ້ານ​ໜຶ່ງ​ຄື ລຮລ ສາ­ມາດ​ບັນ­ລຸ​ການ​ກູ້​ເງິນ​ຈາກ​ເກົາ­ຫຼີ​ໃຕ້ ເພື່ອ​ມາ​ຖອກ​ຮຸ້ນ​ໃນ​ໂຄງ­ການ​ໄຟ­ຟ້າ ເຊ​ປ່ຽນ-ເຊ​ນ້ຳ​ນ້ອຍ ລວມ​ມູນ​ຄ່າ 80,8 ລ້ານ​ໂດ​ລາ ແລະ​ອີກ​ໜຶ່ງ​ຜົນ­ສຳ­ເລັດ​ແມ່ນ ລຮລ ຍັງ​ໄດ້​ຖອກ​ທຶນ​ຮຸ້ນ​ທັງ​ໝົດ 175 ລ້ານ​ໂດ​ລາ ເທົ່າ​ກັບ 41% ຂອງ​ການ​ຖື ຮຸ້ນ​ທັງ​ໝົດ​ເຂົ້າ​ໃນ 3 ໂຄງ­ການ​ເຊັ່ນ: ໂຄງ­ການ​ໄຟ­ຟ້າ​ຫົງ​ສາ ຈຳ­ນວນ 86,2 ລ້ານ​ໂດ​ລາ, ໂຄງ­ການ​ໄຟ­ຟ້າ​ເຊ​ປ່ຽນ-ເຊນ້ຳ​ນ້ອຍ ມູນ​ຄ່າ 58,2 ລ້ານ​ໂດ​ລາ ແລະ ໂຄງ­ການ​ໄຟ­ຟ້າ​ນ້ຳ​ງຽບ 1 ຈຳ­ນວນ 30,6 ລ້ານ​ໂດ​ລາ.

ທ່ານ ດຣ. ສົມ­ບູນ ມະ­ໂນ​ລົມ ໃຫ້​ຮູ້ ອີ​ກວ່າ: ທັງ​ໝົດ​ທີ່​ເຮັດ​ໃຫ້­ການ​ດຳ­ເນີນ​ທຸ ລະ​ກິດ​ຂອງ ລຮລ ເຕີບ​ໃຫຍ່​ຂະ­ຫຍາຍ ຕົວ​ຂຶ້ນ​ເປັນ​ກ້າວໆ ແລະ​ມີ​ຜົນ​ກຳ­ໄລ​ນີ້ ກໍ​ຍ້ອນ​ວ່າ­ການ​ຊີ້​ນຳ​ອັນ​ສະ­ຫຼາດ​ສ່ອງ​ໃສ​ຂອງ​ພັກ ແລະ​ລັດ­ຖະ­ບານ ຢ່າງ​ໃກ້​ສິດ ບວກ​ກັບ​ການ​ທຸ່ມ​ເທ​ເຫື່ອ­ແຮງ ແລະ​ສະ ຕິ​ປັນ­ຍາ​ຂອງ​ພະ­ນັກ­ງານ ລຮລ ດ້ວຍ ຄວາມ​ຮັບ­ຜິດ­ຊອບ​ສູງ, ສະ­ນັ້ນ ຈິ່ງ​ເຮັດ ໃຫ້ ລຮລ ມີ​ຄວາມ​ຄ່ອງ​ຕົວ​ໃນ​ການ​ຍາດ ແຍ່ງ​ການ​ລົງ­ທຶນ​ຂອງ​ຕ່າງ­ປະ­ເທດ ແລະ ຍາດ​ແຍ່ງ​ການ​ລະ­ດົມ​ທຶນ​ຈາກ​ທະ​ນາ ຄານ​ໂລກ​ນັບ​ມື້​ເພີ່ມ​ຫຼາຍ​ຂຶ້ນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...