spot_img
Homeຂ່າວຕ່າງປະເທດຍີ່ປຸ່ນ​ຂາດ​ດຸນ​ການ​ຄ້າຕໍ່າ​ສຸດ​ໃນ​ຮອບ 4 ປີ

ຍີ່ປຸ່ນ​ຂາດ​ດຸນ​ການ​ຄ້າຕໍ່າ​ສຸດ​ໃນ​ຮອບ 4 ປີ

Published on

ມູນ​ຄ່າ​ການຄ້າ​ຂອງ​ຍີ່ປຸ່ນ​ປະຈຳ​ປີ​ 2015 ທີ່​ຜ່ານ​ມາ ຢູ່​ໃນ​ລະດັບ​ຂາດ​ດຸນ 2,83 ພັນ​ຕື້​ເຢນ ຊຶ່ງ​ເປັນ​ລະດັບ​ຕໍ່າ​ສຸດ​ນັບ​ຕັ້ງ​​ແຕ່​ປີ 2011 ທີ່​ຜ່ານ​ມາ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫຼວງ​ໂຕ​ກຽວ​ຂອງ​ຍີ່ປຸ່ນ​ໃນ​ວັນ​ທີ 25 ມັງກອນ​ທີ່ຜ່ານ​ມາ​ວ່າ ກະຊວງ​ເສດຖະກິດ, ການຄ້າ ​ແລະ ອຸດສາຫະກຳ​ຂອງ​ຍີ່ປຸ່ນ ລາຍ​ງານ​ມູນ​ຄ່າ​ການ​ຄ້າ​ຂອງ​ປະ​ເທດ​ປະຈຳ​ປີ 2015 ທີ່​ຜ່ານ​ມາວ່າ ມູນ​ຄ່າ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 3,5% ຈາກ​ປີ 2014 ຂະນະ​ທີ່​ມູນ​ຄ່າ​ການ​ນຳ​ເຂົ້າ​ຫຼຸດ​ລົງ  8,7% ຊຶ່ງ​ມູນ​ຄ່າ​ການ​ສົ່ງ​ອອກ​ທີ່​ເພີ່ມ​ຂຶ້ນສົ່ງ​ຜົນ​ໃຫ້​ມູນ​ຄ່າ​ການ​ຂາດ​ດຸນ​ການ​ຄ້າ​ຫຼຸດລົງ 78% ມາ​ຢູ່​ທີ 2,83 ພັນ​ຕື້​​ເຢນສ່ວນ​ມູນ​ຄ່າ​ການ​ຄ້າ​ສະ​ເພາະ​ເດືອນ​ທັນວາ​ປີ​ທີ່​ຜ່ານ​ມາ​ເກີນ​ດຸນ​ປະມານ 140,2 ຕື້​ເຢນ.

ທັງ​ນີ້​ ສະຖິຕິ​ການ​ຂາດ​ດຸນ​ທາງ​ການ​ຄ້າ​ດັ່ງກ່າວ​ຖື​ເປັນ​ລະດັບ​ຕໍ່າ​ສຸດ​ນັບ​ຕັ້ງ​ແຕ່​ປີ 2011 ຊຶ່ງ​ເປັນ​ປີ​ທີ່​ຍີ່ປຸ່ນ​ຕ້ອງ​ພົບ​ກັບ​ໄພ​ທຳ​ມະ​ຊາດ​ທີ່​ຮ້າຍ​ແຮງ​ຈາກ​ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່ ​ແລະ ຄື້ນສຶນາ​ມິ ນອກຈາກ​ມີ​ຜູ້​ເສຍ​ຊີວິດ​ຈຳນວນ​ຫຼາຍ​ແລ້ວ ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ກັບ​ໂຮງງານ​ໄຟຟ້າ​ນິວ​ເຄລຍຟຸກຸ​ຊິ​ມະ​ໄດ​ອິຈິຍັງ​ນຳ​ໄປ​ສູ່​ການ​ປິດ​ເຕົາ​ປະຕິ​ກອນ ​ເຮັດ​ໃຫ້​ລັດຖະບານ​ຕ້ອງ​ນຳ​ເຂົ້າ​ນ້ຳມັນ ​ແລະ ​ແກ໊ສຈາກ​ຕ່າງປະ​ເທ​ດຫຼາຍ​ຂຶ້ນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...