spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕ້ອນຮັບ ຈອນ ເຄຣີ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ ເຂົ້າຢ້ຽມຂ່ຳນັບ!

ນາຍົກລັດຖະມົນຕີ ຕ້ອນຮັບ ຈອນ ເຄຣີ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ ເຂົ້າຢ້ຽມຂ່ຳນັບ!

Published on

ຂປລ. ໃນຕອນເຊົ້າຂອງວັນທີ 25 ມັງກອນນີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບທ່ານ ຈອນ ເຄຣີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ພ້ອມດ້ວຍຄະນະ ໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ​ໃນວັນທີ 24-25 ມັງກອນ 2016.

ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນ ຮັບທ່ານ ຈອນ ເຄຣີ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການ ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວອາເມຣິກາ ໃຫ້ນັບມື້ດີຂຶ້ນ.

ທ່ານ ຈອນ ເຄຣີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທອງສິງ ທຳມະວົງ ກໍຄື ລັດຖະບານລາວ ທີ່ໄດ້ ສະຫລະ​ເວລາ​ອັນ​ມີຄ່າໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ໃນການຢ້ຽມຢາມ ລາວ ຄັ້ງນີ້ ແລະ ເຊື່ອໝັ້ນວ່າ ລັດຖະບານສອງປະເທດ ອາເມລິກາລາວ ຈະເພີ່ມທະວີການພົວພັນຮ່ວມ ມືໃຫ້ດີຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...