spot_img
Homeຂ່າວຕ່າງປະເທດເກົາຫລີໃຕ້ ປະກາດເຕືອນໄພໜາວຢູ່ເຊອູນ ຄັ້ງທຳອິດໃນຮອບ 5 ປີ!

ເກົາຫລີໃຕ້ ປະກາດເຕືອນໄພໜາວຢູ່ເຊອູນ ຄັ້ງທຳອິດໃນຮອບ 5 ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ມັງກອນນີ້ວ່າ ຈາກຄື້ນຄວາມເຢັນພັດຜ່ານປະເທດເກົາຫລີໃຕ້ ໄດ້ເຮັດໃຫ້ເກີດອາກາດໜາວເຢັນ ຢູ່ນະຄອນຫລວງເຊອູນ ຢ່າງກະທັນຫັນ ເຮັດໃຫ້ສຳນັກອຸຕຸນິຍົມວິທະຍາ ຂອງປະເທດເກົາຫລີໃຕ້ ໄດ້ອອກມາປະກາດເຕືອນໄພອາກາດໜາວ ຢູ່ເມືອງຫລວງຂອງປະເທດ ຊຶ່ງນັບເປັນເທື່ອຄຳອິດ ໃນຮອບ 5 ປີຜ່ານມາ.

ທັງນີ້ ອິດທິພົນຂອງຄື້ນຄວາມເຢັນດັ່ງກ່າວ ຈະເຮັດໃຫ້ອຸນຫະພູມໃນນະຄອນຫລວງເຊອູນ ຕິດລົບເຖິງ -16 ອົງສາ ໂດຍສະເພາະແຕ່ໃນວັນທີ 24 ມັງກອນຜ່ານມານີ້ ວັດແທກອຸນຫະພູມໄດ້ເຖິງ -18 ອົງສາ ຊຶ່ງສຳນັກງານອຸຕຸນິຍົມວິທະຍາ ຂອງເກົາຫລີໄດ້ໄດ້ຄາດກະວ່າ ອຸນຫະພູມຈະສືບຕໍ່ໜາວເຢັນ ແລະ ຈະຢູ່ໃນລະດັບ -15 ອົງສາ ໃນອີກ 2-3 ມື້ຂ້າງໜ້ານີ້.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...