spot_img
Homeຂ່າວພາຍ​ໃນກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຈະຄວບຄຸມອັດຕາຫວ່າງງານ ໃຫ້ຍັງເຫລືອ 2%!

ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຈະຄວບຄຸມອັດຕາຫວ່າງງານ ໃຫ້ຍັງເຫລືອ 2%!

Published on

ຂປລ.​ ແຫລ່ງຂ່າວຈາກກະຊວງແຮງງານແລະ ສະຫວັດດີການ-​ສັງຄົມໃຫ້ຮູ້ວ່າ: ໃນສົກປີ 2015-2016 ຂະແໜງແຮງງານແລະສະຫວັດດີການສັງຄົມຈະສູ້ຊົນຄວບຄຸມອັດຕາການຫວ່າງງານຈາກ 4%​ ໃຫ້​​ເຫລືອ 2%, ​ໂດຍຈະເລັ່ງ​ສົ່ງ​​ເສີມໃຫ້ສະຖານທີ່ພັດທະນາສີມືແຮງງານ​ ​ແລະ ພາກ ສ່ວນຕ່າງໆ ສ້າງໂອກາດໃຫ້ແຮງງານຈໍານວນ 131.616 ຄົນໄດ້ຮັບການພັດທະນາສີມື​​ຕາມເງື່ອນໄຂທີ່ເໝາະສົມ, ​ແນ່ໃສ່ສ້າງມາດຖານສີມືແຮງງານໃຫ້ໄດ້ 5 ສາຂາອາຊີບ ​ເຊັ່ນ: ຊ່າງ​ໄຟ ຟ້າ​ເອ​ເລັກ​ໂຕຣ​ນິກ, ສ້ອມ​ແປງ, ກົນ​ຈັກ, ຊ່າງ​ກໍ່ ​ແລະ ອອກ​ແບບ,  ດັດສົມລະຫວ່າງຄວາມຕ້ອງການແລະ ການສະໜອງແຮງງານເພີ່ມຂຶ້ນໃໝ່ໃຫ້ໄດ້ 143.239 ຄົນ​ໃຫ້​ເຂົ້າສູ່ຕະຫລາດແຮງງານ.

ກະຊວງ​ແຮງ​ງານ​ ​ແລະ ສະຫວັດດີ​ການ​ສັງຄົມ​ ​ໃຫ້​ຮູ້​ຕື່ມ​ວ່າ: ຂະແໜງແຮງງານແລະ ສະ ຫວັດດີການສັງຄົມ ຈະສືບຕໍ່ສູ້ຊົນປັບປຸງສູນພັດທະນາສີມືແຮງງານຢູ່ພາກເໜືອ ໃຫ້ເປັນສູນທົດສອບອອກໃບຢັ້ງຢືນມາດຕະຖານສີມືແຮງງານໃຫ້ສໍາເລັດ, ຂຶ້ນທະບຽນຜູ້ອອກແຮງງານແຕ່ 100 ຄົນ ຂຶ້ນໄປໃຫ້ໄດ້ 6 ​ແຫ່ງແລະ ສູ້ຊົນສ້າງຫົວໜ່ວຍແຮງງານ ​ໃຫ້ໄດ້ມາດຕະຖານແຮງງານແຫ່ງຊາດ 3 ​ແຫ່ງ, ປັບປຸງການບໍລິການຈັດຫາງານໃຫ້ມີຄວາມເຂັ້ມແຂງ, ​ດ້ວຍຫລາຍຮູບແບບແລະ ຫລາຍທາງເລືອກ​ໃຫ້ສາມາດຕອບສະໜອງຄວາມຕ້ອງການ ຂອງຕະຫລາດແຮງງານ​ໄດ້ ​ໄປ​ຄຽງ​ຄູ່​ກັນ​ນີ້ ຈະ​ສູ້ຊົນກໍ່ສ້າງແລະ ປັບປຸງພື້ນຖານໂຄງລ່າງ ສະຖານທີ່ພັດທະນາສືມືແຮງງານຢູ່ບັນດາແຂວງ, ​ເອົາໃຈໃສ່ສ້າງມາດຕະຖານໂຄງສ້າງຫລັກສູດອາຊີວະສຶກສາແລະ ການຝຶກອົບຮົມວິຊາຊີບຕາມຄວາມຕ້ອງການຂອງຕະຫລາດແຮງງານ, ສົ່ງເສີມການເຂົ້າຮຽນເຕັກນິກວິຊາຊີບໃຫ້ຫລາຍ, ປັບປຸງຄຸນນະພາແລະ ມາດຕະຖານວຽກງານອາຊີວະສຶກສາແລະ ການສຶກສາຂັ້ນສູງ ຕາມຄວາມຮຽກຮ້ອງຕ້ອງການ ຂອງແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດແລະ ພາກພື້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...