spot_img
Homeມູມໄອທີລາວຫົວເຫວີຍເຕີບໂຕຢູ່ໃນຕະຫຼາດໂລກ ຈົນກາຍເປັນສະມາດໂຟນຍີຫໍ້ຊັ້ນນຳຢູ່ໃນຈີນ

ຫົວເຫວີຍເຕີບໂຕຢູ່ໃນຕະຫຼາດໂລກ ຈົນກາຍເປັນສະມາດໂຟນຍີຫໍ້ຊັ້ນນຳຢູ່ໃນຈີນ

Published on

ຫົວເຫວີຍເຕີບໂຕຢູ່ໃນຕະຫຼາດໂລກຈົນກາຍເປັນສະມາດໂຟນຍີຫໍ້ຊັ້ນນຳຢູ່ໃນຈີນ

ນັບເປັນປີທອງຂອງກຸ່ມບໍລິສັດຫົວເຫວີຍທີ່ລ່າສຸດໄດ້ປະກາດຕົວເລກຜົນປະກອບການແລະຕົວເລກຜົນປະກອບການຂອງປີ 2015 ພາຍໃນງານ CES 2015 ຢ້ຳ!! ປີທອງແຫ່ງການທຳລາຍສະຖິຕິດ້ວຍຜົນປະກອບການສູງເກີນກ່ວາ 20,000 ລ້ານໂດລ້າເຕີບໂຕກ່ວາ 70% ເມື່ອທຽບກັບຊ່ວງດຽວກັນຂອງປີກ່ອນ.

ນອກຈາກນັ້ນຫົວເຫີວຍຍັງຈັດສົ່ງສະມາດໂຟນກວ່າ 108 ລ້ານໜ່ວຍສູ່ຕະຫຼາດໂລກໃນປີດຽວກັນເຊິ່ງເພີ່ມຂື້ນຈາກປີກ່ອນເຖິງ 44% ເຮັດໃຫ້ຫົວເຫີວຍກາຍເປັນຜູ້ນຳໃນຖານະຜູ້ຜະລິດສະມາດໂຟນສັນຊາດຈີນທີ່ສາມາດຈັດສົ່ງສະມາດໂຟນໄດ້ເຖິງ 108 ໜ່ວຍ.

ດ້ວຍຕົວເລກການຈັດສົ່ງສະມາດໂຟນກ່ວາ 108 ລ້ານໜ່ວຍໃນປີ 2015 ຖືເປັນເຄື່ອງຢືນຢັນເຖິ່ງຄວາມເຂັ້ມແຂງຂອງຫົວເຫີວຍໃນຖານະໜຶ່ງໃນສາມບໍລິສັດຊັ້ນນຳທີ່ຄອບຄອງສ່ວນແບ່ງການຕະຫຼາດຫຼາຍທີ່ສຸດ ໃນຂະນະທີ່ຊ່ອງຫ່ວາງຂອງການແຂ່ງຂັນຫຼຸດລົງທັງນີ້ຫົວເຫີວຍຍັງເປັນຜູ້ຄອບຄອງສ່ວນແບ່ງການຕະຫຼາດຫຼາຍທີ່ສຸດໃນປະເທດຈີນມາຕັ້ງແຕ່ເດືອນມີນາ 2015 ເຊິ່ງເປັນຊ່ວງທີ່ບໍລິສັດສົ່ງສະມາດໂຟນລະດັບພີມ້ຽມສອງລຸ້ນອອກສູ່ຕະຫຼາດນັ້ນຄື P8 ແລະ Mate S ນອກຈາກຄວາມສຳເລັດໃນປະເທດຈີນແລ້ວຫົວເຫີວຍຍັງປະສົບຄວາມສຳເລັດໃນລະດັບໂລກຢ່າງຫຼາຍນຳອີກໂດຍໃນແຖບຢູໂຣບຕາເວັນຕົກ ຕົວເລກສ່ວນແບ່ງໃນຕະຫຼາດສະມາດໂຟນແບບໄຮແອນ (ສະມາດໂຟນລາຄາ 400-500 ຢູໂຣ) ຂອງຫົວເຫີວຍກໍ່ໂດດເດັ່ນຫຼາຍເຊັນກັນໂດຍຫົວເຫີວຍຕິດໜຶ່ງໃນສາມບໍລິສັດຊັ້ນນຳທີ່ຄອບຄອງສ່ວນແບ່ງການຕະຫຼາດໃນປະເທດສະເປນ, ອີຕາລີ, ເບຢ້ຽມ, ສະວິດເຊີແລນ, ໂປຣຕຸເກດແລະປະເທດອື່ນໆອີກຫຼາຍປະເທດ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...