spot_img
Homeຂ່າວພາຍ​ໃນຄົ້ນພົບບໍ່ແຮ່ຫີນອ່ອນ ແລະ ອັນຍະມະນີ 7 ລ້ານໂຕນ ຢູ່ແຂວງອັດຕະປື ຄາດໃຊ້ເວລາຂຸດຫລາຍກ່ວາ 100 ປີ!

ຄົ້ນພົບບໍ່ແຮ່ຫີນອ່ອນ ແລະ ອັນຍະມະນີ 7 ລ້ານໂຕນ ຢູ່ແຂວງອັດຕະປື ຄາດໃຊ້ເວລາຂຸດຫລາຍກ່ວາ 100 ປີ!

Published on

ສປປ ລາວພົບຂຸມຊັບເປັນປະເພດຫີນອອ່ນ ແລະ ອັນຍະມານີໃຫຍ່ທີ່ສຸດຢູ່ພາກໃຕ້ລາວ (ແຂວງອັດຕະປື) ເຊິ່ງມີຄວາມບົ່ມຊ້ອນ 7 ລ້ານໂຕນ ຂະນະທີ່ ບັນດາບໍລິສັດຕ່າງປະເທດ ໃຫ້ຄວາມສົນໃຈ ເຂົ້າມາລົງທຶນຮ່ວມກັບລັດຖະບານລາວ.
ສະຫາຍ ດຣ ນາມ ວິຍະເກດ ເຂລາພັກແຂວງ, ເຈົ້າແຂວງອັດຕະປືໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນທີ 21 ມັງກອນ 2016 ທີ່ຫໍປະຊຸມແຫ່ງຊາດ ລະຫວ່າງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວວ່າ: ໃນຊຸມປີ 1990 ຫາ ປີ 2000 ປະຊາຊົນພາຍໃນແຂວງອັດຕະປື 90% ແມ່ນດໍາລົງຊີວິດຢູ່ເຂດຊົນນະບົດຫ່າງໄກສອກຫລີກ ແລະ ອັດຕາຄວາມທຸກຍາກຂອງປະຊາຊົນກວມເອົາ 10,68% ແຕ່ແຂວງດັ່ງກ່າວມີຄວາມບົ່ມຊ້ອນດ້ານຊັບພະຍາກອນທໍາມະຊາດທີ່ແສນອຸດົມສົມບູນຫລາຍທີ່ສຸດ ຈົນຖືກຂະໜານນາມວ່າ(ອັດຕະປືປຶ້ງຂາຍຄໍາແລກໄກ່).
ປັດຈຸບັນ ແຂວງອັດຕະປື ກຳລັງໄດ້ຮັບການພັດທະນາ ຕາມທິດຊີ້ນຳຂອງພັກ ແລະ ລັດຖະບານໂດຍສະເພາະພາຍໃຕ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ຄະນະພັກແຂວງອັດຕະປື ໄດ້ວາງໂຄງການຫັນປ່ຽນໃໝ່ຕາມທິດ ຖືເອົາການສົ່ງເສີມການປູກ-ການລ້ຽງ, ເອົາການຜະລິດຕິດພັນກັບຕະຫລາດແຕ່ຫົວທີ ແລະ ຖືເອົາການກະສິກຳ ເປັນແຜນບູລິມະສິດຂອງແຂວງ ໃນການພັດທະນາໄລຍະໃໝ່ໂດຍຄັດເລືອກເປົ້າໝາຍຕົວແບບເຂດທີ່ມີເງື່ອນໄຂພຽງພໍ, ເໝາະສົມໃນການປູກ-ການລ້ຽງແລ້ວຈັດເປັນໂຄງການທົດລອງ, ສຸມພະນັກງານວິຊາການລົງຊີ້ນຳຕົວຈິງ ແລ້ວຖອດຖອນບົດຮຽນ ແລະ ຂະຫຍາຍໄປສູ່ເຂດອື່ນ ເຊິ່ງໃນເບື້ອງຕົ້ນແມ່ນການປູກມັນຕົ້ນທີ່ມີຕະຫລາດກັບທີ່, ປູກສາລີ, ປູກເຂົ້າແນວພັນໃໝ່, ປູກຫຍ້າ ເພື່ອລ້ຽງງົວ ໂດຍແມ່ນບໍລິສັດຮວ່າງແອງຢາລາຍ ຈະສະໜອງແນວພັນຫຍ້າ ແລະ ແນວພັນງົວໃຫ້. ພ້ອມທັງໃຫ້ຄົ້ນຄວ້າຫາສິນຄ້າປະເພດອື່ນໆຕື່ມ ເພື່ອສົ່ງເສີມໃຫ້ປະຊາຊົນ ສ້າງລາຍຮັບເພີ່ມ ໄປພ້ອມກັບການສົ່ງເສີມທ່າແຮງເສດຖະກິດອື່ນໆເຊັ່ນ: ຂະແໜງການບໍລິການ, ການທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ, ການຂຸດຄົ້ນທ່າແຮງທາງທຳມະຊາດ ແລະ ອື່ນໆ.
ແນວໃດກໍດີ ແຂວງຂອງພວກເຮົາໄດ້ມີການຫັນປ່ຽນດ້ວຍໂສມໜ້າໃໝ່ ອັນພົ້ນເດັ່ນແມ່ນ ລັດຖະບານ ໄດ້ລົງທຶນຮ່ວມກັບ ສສ ຫວຽດນາມສ້າງເສັ້ນທາງ 18 ເບ ເຊື່ອມຕໍ່ອັດຕະປື ກັບ ສສ ຫວຽດນາມ ເຮັດໃຫ້ແຂວງອັດຕະປື ເປັນແຂວງເປີດ; ສົ່ງເສີມການລົງທຶນຂອງຕ່າງປະເທດ ເຂົ້າໃນການພັດທະນາກະສິກຳຂະໜາດໃຫຍ່ທີ່ທັນສະໄໝ ເຊັ່ນ: ການປູກຢາງພາລາຫລາຍ 10 ພັນເຮັກຕາ ດ້ວຍລະບົບນໍ້າຢອດ, ປູກປາມ ແລະ ອື່ນໆ.
ພິເສດນັ້ນ ທ່ານ ເຂລາເຈົ້າແຂວງອັດຕະປືຍັງໄດ້ແຈ້ງຂໍ້ມູນລາຍລະອຽດກັບນັກຂ່າວວ່າ: ພວກເຮົາໄດ້ຄົ້ນພົບບໍ່ແຮ່ ປະເພດຫີນອອ່ນ ແລະ ອັນຍະມານີ ກວມເອົາເນື້ອທີ່ຫລາຍຮ້ອຍເຮັກຕາ ຢູ່ເຂດພູຜາປ່າດົງ ເຊິ່ງປະເມີນເບື້ອງປະມານ 7 ລ້ານໂຕນ ປັດຈຸບັນນີ້ ເຂດດັ່ງກ່າວຕ້ອງສະຫງວນໄວ້ກ່ອນ ຂະນະທີ່ ບໍລິສັດຈີນ ແລະ ຫວຽດນາມ ພວມຫລັງໄຫລເຂົ້າໄປທາບທາມ ແລະ ຢຶນຂໍ້ສະເໜີ ເພື່ອຂໍເປັນສ່ວນຮ່ວມໃນການລົງທຶນ ພາຍໃຕ້ເງື່ອນໄຂຕ່າງຝ່າຍຕ່າງມີຜົນ.
ບໍ່ແຮ່ຖືກຄົ້ນພົບແຫ່ງນີ້ ມີເນື້ອທີ່ຫລາຍຮ້ອຍເຮັກຕາ ຖ້າດໍາເນີນການຂຸດຄົ້ນຕົວຈິງ ຈະໃຊ້ເວລາຫລາຍກວ່າ 100 ປີ ສະນັ້ນ ຖ້າພວກເຮົາຄິດໄລ່ເບິ່ງດ້ານເສດຖະກິດແລ້ວ ປະເທດເຮົາຈະໄດ້ຮັບຜົນປະໂຫຍດບໍ່ຕໍ່າກວ່າ 100 ຕື້ໂດລາສະຫະລັດ. ຂະນະນີ້ພວກເຮົາວາງແຜນຈັດການບໍລິຫານ ແລະ ຄຸ້ມຄອງບໍ່ແຮ່ ໃຫ້ເຂົ້າໃນລະບົບຢ່າງຖືກຕອ້ງ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...