spot_img
Homeຂ່າວເຫດການຫຼາຍພາກສ່ວນ ສືບຕໍ່ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ

ຫຼາຍພາກສ່ວນ ສືບຕໍ່ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ

Published on

ທ່ານ ​ດຣ. ລຽນ ທິ​ແກ້ວ ກຳມະ​ການ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ໄດ້​ໃຫ້​ກຽດ​ຮັບເອົາ​ການ​ສະໜັບສະໜູນ​ກອງ​ປະຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນປະຕິວັດລາວ ຈາກ​ພາກສ່ວນ​ຕ່າງໆ​ຢູ່​ຫໍປະຊຸມ​ແຫ່ງ​ຊາດ.

ບັນດາ​ພາກສ່ວນ​ທີ່​ມາ​ໃຫ້ການ​ສະໜັບສະໜູນ​ຈາກ​ພາກສ່ວນ​ຕ່າງໆ ​ໃນ​ວັນ​ທີ 20-21 ມັງກອນ 2016 ປະກອບ​ມີ​ກອງເລຂາ​ຄະນະ​ກຳມະການ​ແຫ່ງຊາດ ເພື່ອ​ຄຸ້ມ​ຄອງ​ເຂດ​ເສດ​ຖະກິດ​ພິເສດ ແລະ ເຂດ​ເສດຖະກິດສະເພາະ ອຸປະຖຳ 746 ລ້ານ​ກີບ ລັດ​ວິ​ສາ​ຫະ​ກິດ​ລາວ​ໂທລະ​ຄົມມະ​ນາ​ຄົມ 100 ລ້ານ​ກີບ ແຂວງຊຽງ​ຂວາງ ບໍລິສັດ​ ສະ​ກາຍ​ໂທລະ​ຄົມຊີ​ທີ​ຊີ​ດີ​ວີ​ໂລບ​ເມັນ ຈຳກັດຜູ້​ດຽວ ບໍລິສັດ ​ພັດທະນາ​ຊົນ​ນະບົດ​ໃໝ່ ກະຊວງ​ກະສິກຳ ແລະ ປ່າໄມ້ ພາກສ່ວນ​ລະ 50 ລ້ານກີບ ທະນາຄານ​ພົງ​ສະຫວັນ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ພາກສ່ວນ​ລະ 20 ລ້ານ​ກີບ ບໍ​ລິສັດ​ ອຸດສາຫະກຳ-ກະສິກຳ ​ຈຳກັດ 16 ລ້ານ​ກີບ ສະມາຄົມ​ນັກ​ທຸລະກິດ​ຍິງ ກຸ່ມ​ຮ້ານ​ອາຫານ​ຂອບໃຈເດີ ລັດ​ວິ​ສາ​ຫະ​ກິດ​ໂຮງງານ​ຜະລິດ​ຢາ ເລກ 3 ພາກສ່ວນ​ລະ 10 ລ້ານ​ກີບ ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ 5 ລ້ານ​ກີບ.

ໂອກາດ​ນີ້​ທ່ານ ​ດຣ. ລຽນ ທິ​ແກ້ວ ກໍ່​ໄດ້​ສະແດງ​ຄວາມຂອບໃຈ​ຕໍ່​ພາກສ່ວນ​ຕ່າງໆ ທີ່​ໄດ້ໃຫ້ການ​ສະໜັບສະໜູນ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ໄດ້​ແຈ້ງ​ໃຫ້ຮູ້​ວ່າ ປັດຈຸບັນ​ການ​ສະໜັບ​ສະໜູນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະເທດ ຄັ້ງ​ທີ X ຂອງ​ພັກ ຈາກພາກສ່ວນ​ຕ່າງໆ ທັງ​ພາກ​ລັດ ແລະ ເອກະ​ຊົນ ເຊິ່ງ​ເປັນ​ເງິນ ແລະ ວັດຖຸ​ຮັບ​ໃຊ້​ມູນ​ຄ່າ​ເກືອບ 4 ຕື້​ກີບ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...