spot_img
HomeມູມໄອທີລາວHuawei Talk Band B2 ໂມງແລະບລູທູດຄູ່ໃຈອະສະລິຍະ

Huawei Talk Band B2 ໂມງແລະບລູທູດຄູ່ໃຈອະສະລິຍະ

Published on

Huawei Talk Band B2 ໂມງແລະບລູທູດຄູ່ໃຈອະສະລິຍະ

Huawei Talk Band B2 ສຸດຍອດອຸປະກອນສ່ວມໃສ່ອັດສະລິຍະໂດດເດັ່ນກ່ວາໃຜດ້ວຍດີຊາຍລຽບຫຼູສະຕາຍໂມເດີ້ນມາພ້ອມຟັງຊັນການໃຊ້ງານທີ່ງ່າຍດາຍພຽງປາຍນີ້ວທີ່ສຳພັດ ເປັນໄດ້ທັງໂມງ,ບູລທູດ ແລະ Smart Health Tracking ສຳລັບຜູ້ທີ່ຮັກການອອກກຳລັງກາຍຊ່ວຍໃນການກວດສອບນັບຈຳນວນການຍ່າງການເຜົາພານແຄລໍລີແລະອື່ນໆ. ນອກຈາກນີ້ຍັງມີຟັງຊັນສຸດພິເສດ Remote control camera ໃຫ້ໂມງຂອງເຈົ້າກົດຊັດເຕີ້ການຖ່າຍຮູບສະມາດໂຟນແລະຟັງຊັນ Phone Finder ສຳລັບຄົ້ນຫາສະມາດໂຟນຄູ່ໃຈດ້ວຍຄຳສັ່ງສຽງໄດ້ອີກດ້ວຍ.

Huawei Talk Band B2 ສາມາດເຊື່ອມຕໍ່ກັບ iphone ທີ່ໃຊ້ລະບົບ IOS 7.0 ຂື້ນໄປໄດ້ທຸກລຸ້ນຜ່ານບູລທູດແລະ ຕ້ອງຕິດຕັ້ງແອັບພິເຄເຊີນ Huawei Wear ເພື່ອໃຊ້ສຳລັບຊີ້ງຂໍ້ມູນດ້ວຍໄດ້ທີ່ນີ້ Android ແລະ IOS.

ເມື່ອເປີດແອັບພິເຄເຊີນ Huawei Wear ຂື້ນມາຈະມີຄໍາແນະນໍາການເຊື່ອມຕໍ່ກັບ Huawei Talk Band B2 ງ່າຍໆເລີ້ມຈາກການກົດຄ້າງທີ່ປຸ່ມທາງເທິງຂອງ Huawei Talk Band B2 ຄ້າງໄວ້ໜ້ອຍໜື່ງຈົນຂື້ນໄອຄອນ Bluetooth ຈາກນັ້ນໃຫ້ແຕະທີ່ໄອຄອນ Bluetooth ເທິງໜ້າຈໍ Huawei Talk Band B2 ຈາກນັ້ນເທິງສະມາດໂຟນໃຫ້ເຂົ້າໄປທີ່ເມນູການຕັ້ງຄ່າ Bluetooth ເພື່ອຄົ້ນຫາ Huawei Talk Band B2 ແລະເຮັດການເຊື່ອມຕໍ່ໃຫ້ຮຽບຮ້ອຍເພື່ອເຊື່ອມຕໍ່ກັນແລ້ວລະບົບຈະຊີ້ງວັນເວລາທີ່ຕົວ Huawei Talk Band B2 ໃຫ້ອັດຕະໂນມັດ.

ບົດຄວາມຫຼ້າສຸດ

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...