spot_img
Homeຂ່າວທ້ອງຖິ່ນວັດພູຈໍາປາສັກຖືກຄັດເລືອກໃຫ້ເປັນ ສະຖານທີ່ທ່ອງທ່ຽວຍອດນີຍົມ 2 ປີຊ້ອນ

ວັດພູຈໍາປາສັກຖືກຄັດເລືອກໃຫ້ເປັນ ສະຖານທີ່ທ່ອງທ່ຽວຍອດນີຍົມ 2 ປີຊ້ອນ

Published on

ແຫລ່ງມໍລະດົກ ໂລກວັດພູຈໍາປາສັກຖືກຄັດເລືອກໃຫ້ເປັນສະຖານທີ່ທ່ອງທ່ຽວຍອດນີຍົມ 2 ປີຊ້ອນ
ຂປລ. : ແຫລ່ງມໍລະດົກ ໂລກວັດພູຈໍາປາສັກໄດ້ຮັບການຄັດເລືອກໃຫ້ເປັນສະຖານທີ່ທ່ອງທ່ຽວຍອດນີຍົມ 2 ປີຊ້ອນ (2015-2016) ຂະນະທີ່ ສປປ ລາວໄດ້ປະກາດວ່າປີ 2015 ຜ່ານມານີ້ ມີນັກທ່ອງທ່ຽວເຂົ້າຢ້ຽມຢາມລາວປະມານ 4 ລ້ານກວ່າຄົນ ແລະ ສາມາດສ້າງລາຍຮັບໄດ້ 670 ລ້ານກີບ.
ອີງຕາມຈົດໝາຍແຈ້ງການ ຂອງເວັບໄຊ www.lianorg.com ໂດຍມີລາຍລະອຽດ ທີ່ບັນຈຸຂໍ້ມູນກ່ຽວກັບວັດພູ ສະບັບລົງວັນທີ 15 ກຸມພາ 2015 ແລະ 25 ທັນວາ 2015 ຫ້ອງການມໍລະດົກໂລກ ວັດພູຈຳປາສັກ ຈຶ່ງໄດ້ຂໍຖືເປັນກຽດຢ່າງສູງ ລາຍງານໃຫ້ທ່ານຊາບວ່າ: ມໍລະດົກ ໂລກວັດພູ ພ້ອມພື້ນທີ່ວັດທະນະທຳຈຳປາສັກ ໄດ້ຮັບການຄັດເລືອກ ໃຫ້ເປັນສະຖານທີ່ທ່ອງທ່ຽວຍອດນີຍົມ 2 ປີຊ້ອນ (2015-2016) ໂດຍເວັບໄຊ ຂອງປະທດ ສປ ຈີນ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງປັກກິ່ງ. ໃນແຕ່ລະປີເວັບໄຊດັ່ງກ່າວ ຈະທຳການຄັດເລືອກສິ່ງທີ່ເອີ້ນວ່າ ທາງເລືອກສູງສຸດ ຫລື Top Choice ໂດຍແບ່ງອອກເປັນ 4 ປະເພດຄື: ສະຖານທີ່ທ່ອງທ່ຽວຍອດນິຍົມ, ໂຮງແຮມ, ຮ້ານອາຫານ ແລະ ຮ້ານຄ້າ. ໃນນັ້ນມໍລະດົກໂລກວັດພູ ພ້ອມພື້ນທີ່ວັດທະນະທຳຈຳປາສັກ ໄດ້ຮັບຄັດເລືອກ ໃຫ້ເປັນສະຖານທີ່ທ່ອງທ່ຽວຍອດນິຍົມ ປະຈຳປີ 2015-2016 ໂດຍໃຫ້ຫລຽນໄຊເປັນເຄື່ອງໝາຍຢັ້ງຢືນ.
ສິ່ງດັ່ງກ່າວໄດ້ສະແດງອອກໃຫ້ເຫັນເຖິງ ຄວາມປະທັບໃຈຂອງນັກທ່ອງທ່ຽວໃນທົ່ວໂລກທີ່ມີຕໍ່ບັນດາແຫລ່ງ ສະຖານບູຮານ, ວັດຖຸບູຮານ, ທີ່ນອນໃນພື້ນທີ່ ມໍລະດົກໂລກ ຂອງພວກເຮົາ ເຊິ່ງແມ່ນໝາກຜົນ ແລະ ຜົນງານຂອງການເອົາໃຈໃສ່ໃນການຄຸ້ມຄອງ ປົກປັກຮັກສາໃນໄລຍະຜ່ານມາ ຂອງອຳນາດການປົກຄອງທຸກຂັ້ນ ນັບແຕ່ຂັ້ນສູນກາງລົງມາເຖິງທ້ອງຖິ່ນ, ແມ່ນກຽດຕິຍົມອັນໜື່ງ ທີ່ພວກເຮົາຄວນພາກພູມໃຈ ເຊີດຊູ ແລະ ເສີມຂະຫຍາຍໃຫ້ດີຍິ່ງໆ ໃນອະນາຄົດ.
ສປປ ລາວ ມີແຫລ່ງມໍລະດົກໂລກ 2 ແຫ່ງທີ່ຖືກຮັບຮອງເອົາຈາກອົງການອຸຍເນັດສະໂກ ໃນນັ້ນມີແຫລ່ງມໍລະດົກໂລກຫລວງພະບາງ ແລະ ແຫລ່ງມໍລະດົກໂລກຈໍາປາສັກ ເຊິ່ງແຕ່ລະປີ ມໍລະດົກໂລກ 2 ແຫ່ງໄດ້ດຶງດູດ ແລະ ສ້າງລາຍຮັບບໍ່ໜ້ອຍເຂົ້າປະເທດເຮົາ.
ພາບ-ຂ່າວ: ເກີດຂວັນໃຈ
ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...