Homeຂ່າວພາຍ​ໃນຊາວສວນກາເຟຢູ່ແຂວງຈຳປາສັກ ຫລຸດພົ້ນຈາກຄວາມທຸກຍາກ ໃຕ້ການນຳພາຂອງພັກ!

ຊາວສວນກາເຟຢູ່ແຂວງຈຳປາສັກ ຫລຸດພົ້ນຈາກຄວາມທຸກຍາກ ໃຕ້ການນຳພາຂອງພັກ!

Published on

ສະຫາຍ ບຸນ​ທົງ ​ເທ​ບ​ໄກ​ສອນ ປະທານ​ສະຫະກອນ​ຜູ້​ຜະລິດ​ກາ​ເ​ຟ ​ເຂດ​ພູ​ພຽງ​ບໍລະ​ເວນ​, ຫລັກ 24 ​ເມືອງ​ບາ​ຈຽງ​ຈະ​ເລີ​ນສຸກ, ແຂວງ​ຈຳປາ​ສັກ ​ໄດ້​ປະກອບ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ X ຂອງ​ພັກ ຊຶ່ງພວມດຳເນີນຢູ່ປັດຈຸບັນນີ້ວ່າ: ພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນປະຕິວັດ​ລາວ ​ໃນ​​ໄລຍະ​ຜ່ານ​ມາ, ​ເຫັນ​ວ່າ ວຽກ​ງານ​ການ​ຜະລິດກະສິກໍາ ​ເປັນ​ຕົ້ນ ການຜະລິດກາ​ເຟຂອງ​ຊາວ​ກະສິກອນ​ເຂດ​ພູ​ພຽງ​ບໍລະ​ເວນ ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ ແລະ ນັບມື້ມີລາຍຮັບ ເພີ່ມຂຶ້ນສາມາດຊ່ວຍ​ໃຫ້ຊາວ​ກະສິກອນ ກໍ​ຄື​ຜູ້​ຜະລິດສາມາດຫລຸດພົ້ນ​ອອກ​ຈາກ​ຄວາ​ມທຸກ​ຍາກ​ ​ແລະ ກ້າວ​ໄປ​ສູ່​ຄວາມ​ຮັ່ງມີ​ຜາ​ສຸກ​ຂຶ້ນ​ເທື່ອ​ລະ​ກ້າວ.

ທ່ານປະທານສະຫະກອນດັ່ງກ່າວ ໃຫ້ຮູ້ວ່າ: ໃນ​ເບື້ອງ​ຕົ້ນ ສະມາຊິກ​ຂອງ​ສະຫະກອນສ່ວນ​ໜຶ່ງ​ຍັງ​ບໍ່​ທັນ​ເຂົ້າ​ໃຈ ​ແລະ ລະ​ແວງ​ຕໍ່​ການ​ເຮັດວຽກລວມໝູ່, ຈຶ່ງ​ເຮັດ​ໃຫ້​ມີ​ພຽງ 20% ຂອງ​ຈຳນວນ​ສະມາຊິກ​ເທົ່າ​ນັ້ນ ທີ່​ເອົາ​ຜົນ​ຜະລິດ​ເຂົ້າ​ມາ​ຂາຍ​ລວມໝູ່, ​ຈຶ່ງ​ສົ່ງ​ຜົນ​ໃຫ້​ຜົນ​ຜະລິດ​ມີ​ຈຳນວນ​ໜ້ອຍ ບໍ່​ສາມາດ​ສົ່ງ​ອອກ​ໄປ​ຂາຍ​ຕ່າງປະ​ເທດ​ໄດ້​, ​ແຕ່​ຫລາຍປີຕໍ່ມາ, ຈຶ່ງ​ເຮັດ​ໃຫ້​ສະມາຊິກ​ສະຫະກອນ ສົນ​ໃຈ​ນຳ​ເອົາ​ຜົນ​ຜະລິດ​ຂອງ​ຕົນ​ເຂົ້າ​ມາ​ຂາຍ​ ​ເຮັດ​ໃຫ້​ມີ​ປະລິມານ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງຄື: ​ສົກ​ປີ 2008-2009 ບັນລຸກໄດ້ຫລາຍກວ່າ 140 ໂຕນ, ມາ​ຮອດ​ສົກ​ປີ 2009-2010 ​ເພີ່ມ​ຂຶ້ນ​ເປັນ 4 ​ແສນ​ກວ່າ​ໂຕນ, ພ້ອມ​ນັ້ນ ສະຫະກອນ ຍັງ​ໄດ້​ຮັບ​ໃບ​ຢັ້ງຢືນ​ຮັບຮອງ​ຜະລິດ​ຕະພັນ​ປອດ​ສານ​ພິດ ​ແລະ ການ​ຄ້າ​ເປັນ​ທຳ ຈາກ​ສະຫະພາບ​ເອີຣົບ, ທະວີບອາຊີ-ປາຊີ​ຟິກ, ສະຫະລັດ​ອາ​ເມ​ລິ​ກາ, ປະ​ເທດ​ກາ​ນາ​ດາ ​ແລະ ​ເຢຍລະ​ມັນ ​ແລະ ​ໃນ​ສົກ​ປີ​ 2014-2015 ການ​ສົ່ງ​ອອກ​ກາເຟລາວໄປ​ຍັງ​ຕະຫລາດ​ສາກົນ ​​ເພີ່ມ​ຂຶ້ນສູງ​ເຖິງ 1.100 ກວ່າ​ໂຕນ, ໃນນັ້ນ 90% ​ແມ່ນ​ສົ່ງ​ເຂົ້າ​ຕະຫລາດ​ເອີຣົບ​, ພ້ອມ​ນີ້ ຍັງ​ມີ​ບໍລິສັດ​ຊື່​ດັງ​ຂອງ​ໂລກມາຊື້​ກາ​ເຟຈາກ​ສະຫະກອນ​ຂອງ​ລາວ​ເຮົາ​ເຊັ່ນ: ບໍລິສັດ ກາ​ເຟມາ (CAFEMA) ຂອງ​ປະ​ເທດ​ສະ​ວິດ​​ເຊີ​ແລ​ນ, ບໍລິສັດ​ຂົ້ວ​ກາ​ເຟມາ​ລົງ​ໂກ (MALONGO) ຂອງ​ປະ​ເທດ​ຝຮັ່ງ, ບໍລິສັດ​ອາ​ວິດ​ນໍ​ກິດ (ARVID MORDQUIST) ຂອງ​ປະ​ເທດ​ສະ​ວີ​ເດັນ, ບໍລິສັດ​ລົມ​ບຸດ (ROMBOUTS) ຂອງ​ປະ​ເທດ​​ແບນຊິກ, ບໍລິສັດ ຈອນ​ເບີ​ຕັນ (JOHN BURTON ຂອງ​ປະ​ເທດ​ນິວຊີ​ແລນ ​ແລະ ບໍລິສັດ ​ເຄ​ແອບ​ທີ​ເອ (KFTA) ຂອງປະ​ເທດ​ ສ. ເກົາຫລີ​ ແລະ ອື່ນໆ, ອັນໄດ້ສ້າງມູນຄ່າໃຫ້ກາເຟລາວດີຂຶ້ນ.

ທ່ານປະທານສະຫະກອນດັ່ງກ່າວ ເປີດເຜີຍວ່າ: ໃນຜ່ານມານີ້, ສະຫະກອນ​ຂອງຕົນ ຍັງ​ໄດ້​ຮັບ​ໃບ​ຢັ້ງ​ຢືນ ເປັນ​ຜະລິດ​ຕະພັນ​ກະສິກຳ​ປອດ​ສານ​ພິດ ​ແລະ ການ​ຄ້າ​ເປັນ​ທຳ, ຈຶ່ງ​ເຮັດ​ໃຫ້​ຕະຫລາດ​ຄູ່​ຄ້າ​ເຂົ້າ​ມາ​ຄ້ຳປະກັນ​ລາຄາ​ຕ່ຳ​ສຸດ 3.500 ກີບ​ຕໍ່​ກິ​ໂລ, ຖ້າ​ລາຄາ​ຕະຫລາດ​ຫລຸດ​ລົງ ​ເຂົາ​ກໍ​ຈະ​ເກັບ​ຊື້​ໃນ​ລາຄາ​ຄ້ຳປະກັນນີ້, ​ແຕ່​ຖ້າວ່າ​ລາຄາ​ກາ​ເຟສູງ​ຂຶ້ນ ກໍ​ຊື້​ຕາມ​ຕົວ​ຈິງ​ຂອງ​ຕະຫລາດ, ​ເຮັດ​ໃຫ້​ສະມາ ຊິກ​ສະຫະກອນ ຂາຍ​ກາ​ເຟ​​ໃນ​ລາຄາ​ດີ ​ແລະ ສູງ​ກວ່າ​ລາຄາ​ທົ່ວ​ໄປ​ເກືອບ​ສອງ​ເທົ່າ​ເຊັ່ນ: ສົກ​ປີ 2013-2014 ຊາວ​ສວນ​ທົ່ວ​ໄປ​ຂາຍກາ​ເຟນ້ອຍ​ໝາກ​ແດງ​ໄດ້ພຽງ 2.396 ກີບ​ຕໍ່​ກິ​ໂລ, ​ແຕ່​ສະ ມາຊິກ​ສະຫະກອນ ສາມາດ ຂາຍ​ໄດ້ 4.487 ກີບ​ຕໍ່​ກິ​ໂລ, ຍ້ອນ​ມີ​ໃບ​ຢັ້ງຢືນ​ປອດ​ສານ​ພິດ ລາຄາ​ກາ​​ເຟ ຈະ​ໄດ້​ເພີ່ມ​ຕື່ມ​ອີກ 500 ກີບ/ກິ​ໂລ ​ແລະ ​ໄດ້​ເພີ່ມ​ຈາກ​ໃບ​ຢັ້ງຢືນ​ການ​ຄ້າ​ເປັນ​ທຳ 1.382 ກີບ/ກິ​ໂລ, ສຳລັບ​​ເງິນ​ຈຳນວນ​ນີ້ ຈະ​ນຳ​ເຂົ້າ​ເປັນ​ເງິນ​ລວມຂອງ​ສະຫະກອນ, ຖ້າ​ຫາກ​ວ່າ​ບໍ່​ໄດ້​ມີ​ການ​ປັບປຸງ​ສູນ​ອີ້​ວ ​ແລະ ຊ່ວຍ​​ເຫລືອ​ສັງຄົມ ຈະ​​ນຳ​ເຂົ້າ​​ເປັນ​ເງິນ​ກອງ​ທຶນ​ໃຫ້​ສະມາຊິກ​ພາຍ​ໃນ​ກູ້​ຢຶມ, ​ເວົ້າ​ລວມ​ແລ້ວ ລາຍ​ຮັບ​ຂອງ​ສະຫະກອນປີ​ໜຶ່ງ ປະມານ 20-100 ລ້ານ​ກີບ/ຄອບຄົວ.

ຄຽງ ​ຄູ່​ກັນ​ນີ້ ຍັງ​ປະກອບສ່ວນ​ຊ່ວຍ​ເຫລືອ​ສັງຄົມ​ໃນ​ຫລາຍ​ດ້ານ​ເຊັ່ນ: ປຸກ​ສ້າງ​ໂຮງ ຮຽນ ຈຳນວນ 2 ຫລັງ ມູນ​ຄ່າ 540 ລ້ານ​ກີບ, ສ້າງ​ສຸກສາລາ ​ແລະ ​ເຮືອນ​ພັກ​ແພດ​ໝໍ ພ້ອມ​ດ້ວຍ​ອຸປະ ກອນ​ຈຳນວນ​ໜຶ່ງ ມູນ​ຄ່າ 640 ລ້ານ​ກີບ, ຊື້​ອຸປະກອນ​ຮັບ​ໃຊ້​ຫ້ອງການ ​ໃຫ້​ພະ​ແນ​ກການ​ຂັ້ນ​ແຂວງ ​ແລະ​ ຫ້ອງ​ການ​ຂອງ​ເມືອງ​ມູນ​ຄ່າ 200 ກວ່າ​ລ້ານ​ກີບ, ປະ ຕິບັດ​ດ້ານ​ສະຫວັດດີ​ການສັງຄົມຕໍ່​ສະມາຊິກ​ສະຫະກອນ 850 ລ້າ​ນກີບ ແລະ ອື່ນໆ.

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...