spot_img
Homeຂ່າວພາຍ​ໃນອັດຕະປື ມີໂສມໜ້າໃໝ່

ອັດຕະປື ມີໂສມໜ້າໃໝ່

Published on

 

ໃຕ້ແສງສະຫວ່າງມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ແຂວງອັດຕະປື ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງສາມາດເປັນພື້ນຖານໃຫ້ແກ່ການພັດທະນາ ໂດຍ ໃນ 5 ປີມານີ້ ຄວາມຈະເລີນກ້າວແບບກະໂດດ ອັນໄດ້ເຮັດໃຫ້ແຂວງອັດຕະປືດຽວນີ້ມີໂສມໜ້າໃໝ່ທີ່ແຕກຕ່າງຈາກເມື່ອກ່ອນຢ່າງປະຈັກຕາ.

ສະຫາຍ ດຣ. ນາມ ວິຍະເກດ ເລຂາພັກແຂວງ, ເຈົ້າແຂວງອັດຕະປືກ່າວຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກກ່ຽວກັບການພັດທະນາ ແຂວງອັດຕະປືໃນໄລຍະໃໝ່ວ່າ: ໃນຊຸມປີ 1990 ຫາຕົ້ນຊຸມປີ 2000 ປະຊາຊົນ ແຂວງອັດຕະປື ກວມ 90% ແມ່ນດຳລົງຊີວິດຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ແລະຄອບຄົວທຸກຍາກຍັງກວມຫຼາຍກວ່າ 10,68%, ຈົນຖືກຂະໜານນາມວ່າ ອັດຕະປືຂາຍຄຳແລກໄກ່ ແລະອີກຢ່າງໜຶ່ງຄືໄປແລ້ວບໍ່ຢາກມາເນື່ອງຈາກວ່າເວລານັ້ນ ອັດຕະປືເປັນເຂດຫ່າງໄກສອກຫຼີກ ຫຼື ເປັນແຂວງອັດຕັນການຄົມມະນາຄົມຫຍຸ້ງຍາກ, ການຂົນສົ່ງບໍ່ສະດວກ, ເສດຖະກິດບໍ່ຂະຫຍາຍຕົວ, ລະດັບຊີວິດການເປັນຢູ່ຂອງປະຊາຊົນບໍ່ໄດ້ຮັບການພັດທະນາພໍເທົ່າໃດ.

ໃນໄລຍະຕໍ່ມາພັກ-ລັດ ຈິ່ງສຸມໃສ່ສ້າງ ແຂວງອັດຕະປືບ່ອນທີ່ເປັນເຂດທີ່ໝັ້ນ ແລະພື້ນຖານຂອງການປະຕິວັດ, ເຂດທີ່ມີມູນເຊື້ອອັນພິລະອາດຫານຕໍ່ສູ້ບໍ່ຍອມຈຳນົນຂອງບັນດາວິລະບູລຸດ ແລະ ວີລະຊົນ ກໍຄືພະນັກງານນັກຮົບປະຕິວັດຊາວ ແຂວງອັດຕະປື ບວກກັບການຕັດສິນໃຈ ເປັນເອກະພາບຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການປົກປັກຮັກສາ ແລະພັດທະນາສ້າງສາບ້ານເມືອງຂອງຕົນຢ່າງຫ້າວຫັນ.

ນັບແຕ່ກາງຊຸມປີ 2000 ມາຮອດປະຈຸບັນ ແຂວງ ໄດ້ມີການຫັນປ່ຽນດ້ວຍໂສມໜ້າໃໝ່, ໂດຍຖືເອົາການສົ່ງ ເສີມການປູກ, ການລ້ຽງທີ່ເປັນອາຊີບຫຼັກຂອງປະຊາຊົນບັນດາເຜົ່າຫັນໃຫ້ເປັນໂຄງການບຸລິມະສິດ ເພື່ອລົງຊີ້ນຳ-ນຳ ພາປະຊາຊົນເຮັດຕົວຈິງ ເພື່ອຫັນປ່ຽນຈາກການຜະລິດແບບທຳມະຊາດໄປສູ່ການຜະລິດນຳໃຊ້ເຕັກນິກໃໝ່, ແນວພັນໃໝ່ທີ່ມີສະມັດຖະພາບສູງກວ່າເກົ່າ, ເອົາການຜະລິດຕິດພັນກັບຕະຫຼາດແຕ່ຫົວທີ, ຖືເອົາການກະສິກຳເປັນແຜນບຸລິມະສິດຂອງແຂວງໃນການພັດທະນາໃນໄລຍະໃໝ່ເປັນຕົ້ນແມ່ນການປູກມັນຕົ້ນທີ່ມີຕະຫຼາດກັບທີ່, ປູກສາລີ, ປູກເຂົ້າແນວພັນໃໝ່, ປູກຫຍ້າ ແລະລ້ຽງງົວ.

ພ້ອມດຽວກັນນັ້ນ ກໍໄດ້ຄົ້ນຄວ້າສຶກສາຫາສິນຄ້າປະເພດອື່ນຕື່ມ ເພື່ອສົ່ງເສີມໃຫ້ປະຊາຊົນຜະລິດສ້າງໃຫ້ມີລາຍຮັບເພີ່ມ ແລະສົ່ງເສີມທ່າແຮງເສດຖະກິດອື່ນໆໄປພ້ອມກັນເປັນຕົ້ນຂະແໜງການບໍລິການ, ການທ່ອງທ່ຽວທຳມະຊາດ ແລະວັດທະນະທຳ, ການຂຸດຄົ້ນທ່າແຮງທາງທຳມະຊາດ ແລະອື່ນໆ.

ໄປຄຽງຄູ່ກັບການພັດທະນາຂະແໜງກະສິກຳແລ້ວສະຫາຍ ດຣ. ນາມ ວິຍະເກດ ລະບຸຕື່ມວ່າ: ພັກ-ລັດ ຍັງສຸມໃສ່ພັດທະນາລະບົບພື້ນຖານໂຄງລ່າງແນໃສ່ ຮັບປະກັນການອຳນວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງ ສິນຄ້າ, ການຄ້າ ແລະການບໍລິການຕ່າງໆເຊັ່ນ: ລົງທຶນຮ່ວມກັບເພື່ອນບ້ານສ້າງເສັ້ນທາງ 18 ເບ ເຊື່ອມຕໍ່ອັດຕະປືກັບ ສສ ຫວຽດນາມ, ເຮັດໃຫ້ອັດຕະປື ກາຍເປັນແຂວງເປີດ, ພ້ອມນັ້ນ ກໍຍັງມີໂຄງການລົງທຶນໄຟຟ້ານ້ຳຕົກ, ໂຄງການຂຸດຄົ້ນຄຳ ແລະແຮ່ທາດ ຊຶ່ງທັງໝົດນັ້ນໄດ້ເຮັດໃຫ້ ແຂວງອັດຕະປືໃນໄລຍະໃໝ່ມີການພັດທະນາຢ່າງວ່ອງໄວບໍ່ເຄີຍມີມາກ່ອນ, ຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸ 14 ລ້ານກວ່າກີບ.

ດັ່ງນັ້ນ ຈິ່ງເວົ້າໄດ້ວ່າພາຍໃຕ້ແສງສະຫວ່າງຂອງມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແຂວງອັດຕະປືໄດ້ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະສາມາດເປັນພື້ນຖານໃຫ້ແກ່ການພັດທະນາຂະຫຍາຍຕົວແບບກ້າວກະໂດດໃນແຜນການ 5 ປີ ຄັ້ງທີ 8 ຫຼື 2016-2020.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...