spot_img
Homeຂ່າວຕ່າງປະເທດໄຂ້ຫວັດ​ໝູລະບາດ ຢູ່ຣັດ​ເຊຍ​ເສຍ​ຊີວິດ 17 ຄົນ

ໄຂ້ຫວັດ​ໝູລະບາດ ຢູ່ຣັດ​ເຊຍ​ເສຍ​ຊີວິດ 17 ຄົນ

Published on

     ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ໄຂ້ຫວັດ​ໝູ (H1N1)​ ຢູ່ຣັດ​ເຊຍ​ເພີ່ມ​ຂຶ້ນ​ເປັນ 17 ຄົນ​ແລ້ວ ​ໃນ​ຂະນະ​ນີ້​ພະຍາດ​ຊະນິດ​ນີ້​ເລີ່​ມກັບ​ມາ​ປະກົດ​ໃຫ້​ເຫັນ​ໃນ​ຫຼາຍ​ປະ​ເທດ​ອີກ​ເທື່ອ​ໜຶ່ງ.

    ສຳນັກ​ຂ່າວ ​ເອ​ເອຟພີລາ​ຍງານ​ວ່າ ມີຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ໄຂ້ຫວັດ​ໝູ (H1N1) ຢູ່ຣັດ​ເຊຍ​ແລ້ວ 17 ຄົນ ນັບ​ຕັ້ງ​ແຕ່​ເດືອນ​ທັນວາ​ປີ 2015 ທີ່​ຜ່ານ​ມາ ​ຂະນະ​ທີ່​ພະຍາດ​ນີ້​ເລີ່ມຂະຫຍາຍ​ພື້ນ​ທີ່​ແພ່​ລະບາດ​ໃນຣັດ​ເຊຍ ​ແລະ ​ເລີ່ມກັບ​ມາ​ປະກົດ​ໃຫ້​ເຫັນ​ໃນ​ຫຼາຍ​ປະ​ເທດ​ໃນ​ໄລຍະ​ຫຼາຍ​ເດືອນ​ທີ່​ຜ່ານ​ມາ, ທ່ານ ນາງ ມາຣີ ຄິຕາຣິວິ​ລີ ​ໂຄສົກ​ສຳນັກງານ​ສາທາລະນະ​ສຸກ​ນະຄອນ​ເຊ​ນປີ​ເຕີ​ສະເບີກ​ເປີດ​ເຜີຍ​​ໃນ​ວັນ​ທີ 19 ມັງກອນ​ທີ່​ຜ່ານ​ມາ​ວ່າ ພົ​ບຜູ້​ເສຍ​ຊີວິດ​ຈາກ​ພະຍາດH1N1 ​ໃນ​ເມືອງ​ແຫ່ງ​ນີ້​ແລ້ວ 5 ຄົນ ​ແລະ ​​ໃນ​ໄລ​ຍະ​ເວລາ 10 ມື້​ທີ່​ຜ່ານ​ມາ ມີ​ຄົນ​ເຈັບຈາ​ກພະ​ຍາດດັ່ງ ກ່າວ​ເຖິງ 313 ຄົນ. ຂະນະ​ທີ່​ພາກ​ໃຕ້​ຂອງຣັດ​ເຊຍ​ພົບ​ຜູ້​ເສຍ​ຊີວິດ​ຈາກ​ໄຂ້ຫວັດ​ໝູ 4 ຄົນ ​ແລະ ພົບ​ຄົນ​ເຈັບ 120 ຄົນ, ທັງ​ນີ້​ໃນ​ອາທິດ​ທີ່​ຜ່ານ​ມາ​ມີ​ລາຍ​ງານ​ວ່າ​ພົບ​ຜູ້​ໃຫຍ່ 4 ຄົນ ​ແລະ ​ເດັກນ້ອຍອີກ 1 ຄົນ​ເສຍ​ຊີວິດຍ້ອນ H1N1 ​ແລະ ພົບ​ເດັກນ້ອຍ​ເກີດ​ໃໝ່​ເສຍ​ຊີວິດ​ຍ້ອນ H1N1 ອີກ 2 ຄົນ​ໃນ​ເມືອງ​ເຢດາ​ຕຽນ​ບຸກທາງ​ພາກ​ຕາ​ເວັນ​ຕົກ​ຂອງຣັດ​ເຊຍ ນອກຈາກນີ້​ໃນ​ເດືອນ​ທັນວາ​ພົບ​ຜູ້​ເສຍ​ຊີວິດ 1 ຄົນ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ນອກຈາກ H1N1 ລະບາດ​ຢູ່​ໃນຣັດ​ເຊຍ​ແລ້ວ ຍັງ​ມີ​ການ​ລາຍ​ງານ​ການ​ພົບ​ຜູ້​ເສຍ​ຊີວິດ​ຈາກ​ໄຂ້ຫວັດ​ໝູ​ໃນ​ຫຼາຍປະ​ເທດ​ເຊັ່ນ: ອາກ​ເມ​ນີພົບ​ຜູ້​ເສຍ​ຊີວິດ 3 ຄົນ​ນັບ​ຕັ້ງ​ແຕ່​ຕົ້ນ​ປີ​ນີ້​, ສ່ວນ​ອີຣານ​ເສຍ​ຊີວິດ​ແລ້ວ 112 ຄົນ ​ແລະ ມີ​ຄົນ​ເຈັບ​ຫຼາຍ​ກວ່າ 1 ພັນ​ຄົນ ນັບ​ຕັ້ງ​ແຕ່​ໄລຍະ​ກາງ​ເດືອນ​ພະຈິກ​ປີ​ກ່ອນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...