spot_img
Homeຂ່າວຕ່າງປະເທດສະຖິຕິນັກທ່ອງທ່ຽວໂລກສູງເຖິງ 1,18 ຕື້ຄົນ

ສະຖິຕິນັກທ່ອງທ່ຽວໂລກສູງເຖິງ 1,18 ຕື້ຄົນ

Published on

     ສະ­ຫະ​ປະ­ຊາ​ຊາດ​ເປີດ­ເຜີຍ​ຕົວ​ເລກ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ໃນ​ປີ 2015 ເພີ່ມ​ຂຶ້ນ 4,4% ເປັນ​ສະ­ຖິ­ຕິ​ສູງ​ສຸດ 1,18 ຕື້​ຄົນ ເຖິງ​ແມ່ນ​ວ່າ​ຈະ​ມີ​ຄວາມ​ກັງ­ວົນ​ເລື່ອງ​ການ​ກໍ່​ການ​ຮ້າຍ​ໃນ​ຫລາຍ​ປະ­ເທດ.

     ອົງ​ການ­ທ່ອງ­ທ່ຽວ​ໂລກ​ແຫ່ງ​ສະ­ຫະ​ປະ­ຊາ​ຊາດ (ຢູ​ເອັນ​ດັບ​ເບິ​ລ​ຢູ​ທີ​ໂອ) ທີ່​ມີ​ສຳ­ນັກ­ງານ​ໃຫຍ່​ຕັ້ງ​ຢູ່​ແອັດ​ສະ​ປາຍ​ຖະ­ແຫລງ​ໃນ​ວັນ​ທີ 18 ມັງ­ກອນ​ທີ່​ຜ່ານ​ມາ​ວ່າ ຕົວ​ເລກ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ໃນ​ປີ 2015 ທີ່​ຜ່ານ​ມາ ເພີ່ມ​ຂຶ້ນ 4,4% ໂດຍ​ມີ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ເຖິງ 1,18 ຕື້​ຄົນ, ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ 5,0% ໃນ​ທະ­ວີບ​ເອີ​ຣົບ, ອາ­ຊີŒປາ​ຊິ​ຟິກ ແລະ ອາ­ເມ­ລິ­ກາ ສ່ວນ​ພາກ​ພື້ນ​ອາ​ຟຣິ​ກາ​ເໜືອ​ຕົວ​ເລກ​ນັກ​ທ່ອງ​ທ່ຽວ​ຫລຸດ​ລົງ 8,0% ເນື່ອງ​ຈາກ​ຕຸຍ​ນີ​ຊີ​ໄດ້​ຮັບ​ຜົນ​ກະ­ທົບ​ຈາ​ການ​ກໍ່​ການ​ຮ້າຍ. ກ່ອນ​ໜ້າ​ນີ້​ຢູ​ເອັນ​ດັບ​ເບິ​ລ​ຢູ​ທີ​ໂອ​ຄາດ​ຄະ­ເນ​ຕົວ​ເລກ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ໃນ​ປີ 2015 ຈະ​ເພີ່ມ​ຂຶ້ນ​ຢູ່​ທີ່ 3,0Œ4,0% ເນື່ອງ​ຈາກ​ນັກ​ທ່ອງ​ທ່ຽວ​ປີ 2014 ເພີ່ມ​ຂຶ້ນ 4,7%, ຄາດ​ວ່າ​ປີ 2020 ຈະ​ເພີ່ມ​ເປັນ 1,4 ຕື້​ຄົນ.

ຕົວ​ເລກ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ​ໜັກ​ເມື່ອ​ເກີດ​ວິ​ກິດ​ການ​ທາງ​ການ​ເງິນ​ທົ່ວ​ໂລກ​ເຮັດ​ໃຫ້​ປະ­ຊາ­ຊົນ​ຕ້ອງ​ໄດ້​ຫັດ​ສາຍ­ແອວ ແລະ ເລືອກ​ທີ່​ຈະ​ຢູ່​ໃນ​ເຮືອນ​ຫລາຍ​ກວ່າ ລວມ​ທັງ​ການ​ແພ່​ລະ­ບາດ​ຂອງ​ພະ­ຍາດ​ທີ່​ຮ້າຍ​ແຮງ​ຕ່າງໆ​ເຊັ່ນ: ການ​ແພ່​ລະ­ບາດ​ຂອງ​ໄຂ້​ຫວັດ​ໝູ​ໃນ​ປີ 2009 ສົ່ງ​ຜົນ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ຫລຸດ​ລົງ​ໄປ 4% (ຕາມ​ຂ່າວ​ຕ່າງ­ປະ­ເທດ).

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...