Homeຂ່າວການພັດທະນາຈະໃຊ້ຄຳຫຼາຍກິໂລໂອບຍອດພະທາດຫຼວງ ແລະຍອດທາດປາລະມີ

ຈະໃຊ້ຄຳຫຼາຍກິໂລໂອບຍອດພະທາດຫຼວງ ແລະຍອດທາດປາລະມີ

Published on

ເມື່ອທ້າຍອາທິດຜ່ານມານີ້, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ສາຍທອງ ແກ້ວດວງດີ ໄດ້ຖະແຫລງຕໍ່ສື່ມວນຊົນກ່ຽວກັບການກະກຽມປະຕິສັງຂອນພະທາດຫລວງວຽງຈັນອັນເປັນມິ່ງຂວັນຂອງປວງຊົນລາວທົ່ວປະເທດ, ເຊິ່ງກ່ອນອື່ນທ່ານໄດ້ກ່າວເຊີນຊວນປະຊາຊົນລາວບັນດາ ເຜົ່າທັງພາຍໃນ ແລະ ຕ່າງປະເທດ, ຈົ່ງໄດ້ພ້ອມກັນປະກອບວັດຖຸປັດໄຈເພື່ອສົມທົບທຶນເຂົ້າໃນການປະຕິສັງຂອນພະທາດສັກສິດດັ່ງກ່າວໃຫ້ມີຄວາມສວຍສົດງົດງາມຢູ່ຄູ່ປະເທດເຮົາໄປຊົ່ວກາລະນານ.

ທ່ານຮອງເຈົ້າຄອງນະຄອນຫລວງກ່າວວ່າ: ພາຍຫລັງໄດ້ຮັບການຕົກລົງເຫັນດີຈາກພັກ ແລະ ລັດຖະ ບານໃນການປະຕິສັງຂອນພະທາດຫລວງວຽງຈັນ,ຄະນະນໍານະຄອນຫລວງວຽງຈັນ, ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອວາງແຜນຈັດຕັ້ງປະຕິບັດການປະຕິສັງຂອນພະທາດດັ່ງ ກ່າວ, ຊຶ່ງຄາດວ່າຈະໃຊ້ຄໍາຫລາຍສີບກິໂລເພື່ອໂອບບໍລິເວນຍອດພະທາດໃຫຍ່ ແລະ ຍອດພະທາດທາດນ້ອຍ (ທາດປາລະມີ) ອ້ອມພະທາດໃຫຍ່ທີ່ມີຫລາຍກວ່າ 30 ພະທາດ, ສ່ວນບໍລິເວນ ອື່ນໆຂອງໂຕພະທາດແມ່ນຈະທາສີຄໍາຄືນໃໝ່, ພ້ອມທັງສ້ອມແປງຈຸດທີ່ເກີດຮອຍແຕກແຫ່ງ ແລະ ລວດ ລາຍຕ່າງໆໃນບໍລິເວນອ້ອມຮອບກົມມະລຽນທີ່ເຫັນວ່າໂຊດໂຊມເກົ່າແກ່ແມ່ນຈະໄດ້ປັບປຸງສ້ອມແປງຄືນໃໝ່, ພ້ອມທັງຕິດຕັ້ງລະບົບໄຟເອ້, ໄຟສະຫວ່າງເພື່ອໃຫ້ມີຄວາມສວຍງາມ.

ທ່ານຮອງເຈົ້າຄອງນະຄອນຫລວງກ່າວວ່າ: ການປະຕິສັງຂອນພະທາດດັ່ງກ່າວຈະເລີ່ມຂຶ້ນທັນທີພາຍຫລັງທີ່ມີງົບປະມານພຽງພໍ, ເຊິ່ງປັດຈຸບັນແມ່ນມີຜູ້ມີຈິດໃຈສັດທາຈໍານວນໜຶ່ງໄດ້ປະກອບ ສ່ວນບໍລິຈາກຄໍາແລ້ວລວມທັງໝົດຈໍານວນ 10 ກິໂລ,12 ບາດແລະ 2 ສະຫລຶງ ແລະ ການປະຕິສັງ ຂອນຄາດວ່າຈະໃຫ້ສໍາເລັດກ່ອນມື້ສະເຫລີມສະຫລອງການສ້າງພະທາດຫລວງວຽງຈັນຄົບຮອບ 450 ປີທີ່ຈະຈັດຂຶ້ນຢ່າງຍິ່ງໃຫຍ່ໃນທ້າຍປີນີ້. ສະນັ້ນ ໃນນາມຕາງໜ້າໃຫ້ອະນຸກໍາມະການປະຕິສັງ ຂອນພະທາດຫລວງຈຶ່ງຂໍເຊີນຊວນປະຊາຊົນລາວບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດໄດ້ຮ່ວມບໍລິຈາກວັດຖຸ, ເງິນຄໍາ ແລະ ປັດໄຈອື່ນໆຕາມຈິດໃຈສັດທາໄດ້ທີ່ຫ້ອງວ່າການນະຄອນຫລວງວຽງຈັນຫລືພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນໄດ້ຕາມວັນເວລາລັດຖະການ, ເພື່ອປະກອບສ່ວນເຂົ້າໃນການປະຕິສັງຂອນພະທາດຫລວງວຽງຈັນທີ່ສັກສິດຂອງຊາດ, ໂດຍມີສາລີລິຄະທາດຂອງພະພຸດທະເຈົ້າຢູ່ພາຍໃນທາດດັ່ງກ່າວເພື່ອໃຫ້ມີຄວາມຮຸ່ງເຮືອງສວຍງາມເປັນມິງຂວັນຂອງປະຊາຊົນລາວໄປຊົ່ວກາລະນານ.

ໃນໂອກາດດຽວກັນ, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນຍັງໄດ້ແຈ້ງໃຫ້ຊາບກ່ຽວຄວາມຄືບໜ້າຂອງການປະຕິສັງຂອນພິພິທະພັນວັດຫໍພະແກ້ວ, ເຊິ່ງມາຮອດປັດຈຸບັນຖືວ່າການປະຕິສັງຂອນຍອດຊໍ່ຟ້າ, ເຊິ່ງເປັນໄລຍະທໍາອິດແມ່ນສໍາເລັດແລ້ວ ແລະ ຈະມີພິທີເຮັດບຸນໃສ່ບາດຖວາຍສັງຄະທານໃນວັນທີ 21 ມັງກອນນີ້. ດັ່ງນັ້ນຈຶ່ງຂໍເຊີນມວນຊົນທີ່ໄດ້ປະກອບສ່ວນວັດຖຸປັດໃຈໃນການປະຕິສັງຂອນວັດດັ່ງກ່າວຈົ່ງໄດ້ໄປຢ້ຽມຊົມເບິ່ງຄວາມສວຍງາມພາຍຫລັງການສ້ອມແປງໃນໄລຍະທໍາອິດທີ່ຕົນໄດ້ມີສ່ວນຮ່ວມ​ໃນ​ຄັ້ງ​ນີ້.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....