spot_img
Homeຂ່າວທ້ອງຖິ່ນໄຊຍະ ຕ້ອງການທຶນ 2 ພັນກວ່າຕື້ ເຂົ້າພັດທະນາ ເສດຖະກິດ-ສັງຄົມ

ໄຊຍະ ຕ້ອງການທຶນ 2 ພັນກວ່າຕື້ ເຂົ້າພັດທະນາ ເສດຖະກິດ-ສັງຄົມ

Published on

    ເພື່ອ​ຮັບ­ປະ­ກັນ​ໃຫ້​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ(GDP) ສົກ​ປີ 2015-2016 ຂະ­ຫຍາຍ ຕົວ­ຢ່າງ​ຕໍ່​ເນື່ອງ ໃນ​ລະ­ດັບ 9% ແຂວງ​ໄຊ​ຍະ​ບູ​ລີ ຕ້ອງ­ການ​ທຶນ 2 ພັນ​ຕື້​ກວ່າ​ກີບ ຫຼື ເທົ່າ​ກັບ 36% ເຂົ້າ ມາ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ.

    ອີງ​ຕາມ​ເອ­ກະ­ສານ​ແຜນ​ພັດ ທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ ແຂວງ​ໄຊ​ຍະ​ບູ​ລີ ໃຫ້​ຮູ້​ວ່າ: ເປົ້າ ໝາຍ ແລະ​ຄາດ­ໝາຍ​ສູ້​ຊົນ​ຂອງ ແຂວງ​ເສດ­ຖະ­ກິດ​ຂະ­ຫຍາຍ­ຕົວ ບໍ່​ຫຼຸດ 9% ແລະ​ສ້າງ​ມູນ​ຄ່າ​ເພີ່ມ ລາ­ຄາ​ລວມ​ຍອດ​ຜະ­ລິດ​ຕະ​ພັນ ພາຍ​ໃນ​ໃຫ້​ໄດ້ 7 ພັນ​ຕື້​ກວ່າ​ກີບ, ສະ­ເລ່ຍ​ຕໍ່​ຫົວ​ຄົນ​ປະ­ມານ 20 ລ້ານ​ກວ່າ​ກີບ ຫຼື ເທົ່າ​ກັບ 2 ພັນ​ກວ່າ​ໂດ​ລາ​ສະ­ຫະ­ລັດ, ໃນ​ນັ້ນ ຂະ­ແໜງ ກະ­ສິ­ກຳ ເພີ່ມ​ຂຶ້ນ 4% ກວມ​ເອົາ 32% ຂອງ GDP, ຂະ­ແໜງ​ອຸດ ສາ​ຫະ​ກຳ ເພີ່ມ​ຂຶ້ນ 15% ກວມ ເອົາ 34% ຂອງ GDP ຂະ­ແໜງ ການ​ບໍ­ລິ­ການ​ເພີ່ມ​ຂຶ້ນ 13% ກວມ ເອົາ 34% ຂອງ​ຍອດ​ຜະ­ລິດ​ຕະ ພັນ​ທັງ​ໝົດ.

ທັງ​ນີ້ ເພື່ອ​ຮັບ­ປະ­ກັນ​ໃຫ້​ແກ່​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ສົກ​ປີ 2015-2016 ຂະ ຫຍາຍ​ຕົວ​ໃນ​ລະ­ດັບ 9% ຂຶ້ນ​ໄປ ແຂວງ​ມີ​ຄວາມ​ຕ້ອງ­ການ​ທຶນ 2 ພັນ​ຕື້​ກວ່າ​ກີບ ຫຼື ເທົ່າ​ກັບ 36% ເຂົ້າ​ມາ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ ຄົມ, ໃນ​ນັ້ນ ເປັນ​ການ​ລົງ­ທຶນ ພາຍ​ໃນ​ປະ­ມານ 284 ຕື້​ກີບ ກວມ ເອົາ 10% ຂອງ​ທຶນ​ທັງ​ໝົດ, ການ ຊ່ວຍ­ເຫຼືອ​ລ້າ ແລະ​ກູ້​ຢືມ (ODA) ປະ­ມານ 511 ຕື້​ກວ່າ​ກີບ ເທົ່າ​ກັບ 18% ການ​ລົງ­ທຶນ​ຂອງ​ເອ­ກະ​ຊົນ ພາຍ​ໃນ ແລະ​ເອ­ກະ​ຊົນ​ຕ່າງ​ປະ ເທດ ປະ­ມານ 1 ພັນ​ຕື້​ກວ່າ​ກີບ ກວມເອົາ 40% ຂອງ​ການ​ລົງ­ທຶນ​ທັງ ໝົດ, ການ​ປ່ວຍ​ສິນ​ເຊື່ອ​ທະ​ນາ ຄານ ແລະ​ການ​ລົງ­ທຶນ​ຂອງ​ປະ ຊາ​ຊົນ 910 ຕື້​ກວ່າ​ກີບ ກວມ​ເອົາ 32% ຂອງ​ການ​ລົງ­ທຶນ​ທັງ​ໝົດ.

ພ້ອມ​ດຽວ​ກັນ​ນັ້ນ ການ​ລົງ­ທຶນ ຂອງ​ລັດ ມີ​ທັງ​ໝົດ 63 ຕື້​ກວ່າ​ກີບ ເບື້ອງ​ຕົ້ນ​ແຂວງ​ໄດ້​ຈັດ​ສັນ​ທຶນ ເຂົ້າ​ໃສ່​ໂຄງ­ການ​ໃນ​ແຕ່​ລະ​ຂົງ ເຂດ​ເປັນ­ຕົ້ນ​ທຶນ​ບ້ວງ​ປົກ­ກະ­ຕິ​ມີ ທັງ​ໝົດ 41 ຕື້​ກີບ ໃນ​ຈຳ­ນວນ203 ໂຄງ­ການ, ໃນ​ນັ້ນ ໂຄງ­ການ​ໜີ້​ສິນ 48 ໂຄງ­ການ ມູນ​ຄ່າ 15 ຕື້​ກວ່າ ກີບ, ໂຄງ­ການ​ສືບ­ຕໍ່ ແລະ​ສົມ­ທົບ ກັບ​ຕ່າງ­ປະ­ເທດ 107 ໂຄງ­ການມູນ​ຄ່າ 20 ຕື້​ກີບ, ໂຄງ­ການ​ສະ ເໜີ​ໃໝ່ 48 ໂຄງ­ການ ມູນ​ຄ່າ 5,5 ຕື້​ກີບ, ທຶນ​ພັດ­ທະ­ນາ ເມືອງ ໄຊ​ສະ­ຖານ ມີ​ທັງ​ໝົດ 14 ຕື້​ກີບ ໃນ​ຈຳ­ນວນ 24 ໂຄງ­ການ, ນອກ​ນັ້ນ​ຍັງ​ມີ​ໂຄງ­ການ​ສືບ­ຕໍ່ ແລະ ສົມ ທົບ​ກັບ​ຕ່າງ­ປະ­ເທດ 19 ໂຄງ­ການມູນ​ຄ່າ 12 ຕື້​ກີບ, ໂຄງ­ການ​ສະ­ເໜີ ໃໝ່ 5 ໂຄງ­ການ ມູນ​ຄ່າ 2 ຕື້​ກີບ, ທຶນ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ​ຈັດ ສັນ​ພູມ­ລຳ­ເນົາ ມີ​ທັງ​ໝົດ 8,3 ຕື້ ກີບ ໃນ​ຈຳ­ນວນ 57 ໂຄງ­ການ.

ນອກ​ນັ້ນ ການ​ຈັດ​ສັນ​ງົບ​ປະ ມານ​ການ​ລົງ­ທຶນ​ໃນ​ສົກ​ປີ 2015- 2016 ແຂວງ​ໄດ້​ຖື​ເອົາ​ບັນ­ດາ ໂຄງ­ການ​ທີ່​ໄດ້​ຂຶ້ນ​ໄວ້​ໃນ​ແຜນ 5 ປີ ຄັ້ງ​ທີ VIII ຂອງ​ແຂວງ ຕົ້ນ­ຕໍ​ແມ່ນ ໄດ້​ສຸມ​ໃສ່​ແກ້​ໄຂ​ບັນ­ດາ​ໂຄງ­ການ ໜີ້​ສິນ, ໂຄງ­ການ​ທີ່​ກຳ­ລັງ​ສືບ­ຕໍ່​ປະ ຕິ​ບັດ, ໂຄງ­ການ​ຈຸດ​ສຸ່ມ​ພັດ­ທະ­ນາ ຢູ່​ເມືອງ 3 ສ້າງ ແລະ​ໂຄງ­ການ ສະ­ເໝີ​ໃໝ່​ຈຳ­ນວນ​ໜຶ່ງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...