ການກໍ່ສ້າງໂຮງຮຽນ ມຕ ດອນໄຊ, ເມືອງໄຊ, ແຂວງອຸດົມໄຊສໍາເລັດທຶນຈາກປະເທດເກົາຫຼີໃຕ້

ປະເທດເກົາຫຼີໃຕ້ຊ່ວຍທຶນການກໍ່ສ້າງໂຮງຮຽນ ມຕ ດອນໄຊ, ເມືອງໄຊ, ແຂວງອຸດົມໄຊສໍາເລັດ ແລະ ມີພິທີມອບ-ຮັບໃນວັນທີ 15 ມັງກອນ 2016 ນີ້ ເຮັດໃຫ້ນັກຮຽນໄດ້ມີບ່ອນສຶກສາຮໍ່າຮຽນຢູ່ໃນສະພາບແວດລ້ອມທີ່ດີ ແລະ ປອດໄພ, ໂດຍແມ່ນທຶນຊ່ວຍເຫຼືອຈາກມູນິທິ World Mercy Korea, ມູນຄາ 66.500 ໂດລາ ຫຼື ປະມານ 541 ລ້ານກວ່າກີບ, ເຂົ້າຮ່ວມໃນພິທີມອບ-ຮັບມີ ທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຊອນຈິນ ປະທານມູນິທິ World Mercy Korea, ພ້ອມດ້ວຍນັກສຶກສາອາສາສະໝັກຈາກມະຫາວິທະຍາໄລປະເທດເກົາຫຼີໃຕ້, ແຂກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ອໍານາດການປົກຄອງບ້ານ, ຄູອາຈານ ແລະ ນ້ອງນັກຮຽນ ມຕ ດອນໄຊ ເຂົ້າຮ່ວມ.
ການກໍ່ສ້າງໃນຄັ້ງນີ້,ປັນການກໍ່ສ້າງຕໍ່ຕືມຊັ້ນທີສອງທີ່ມີຊັ້ນທີໜຶ່ງກໍ່ສ້າງສໍຳເລັດແລ້ວໃນຄັ້ງຜ່ານມາ ໂດຍແມ່ນແຮງງານ ແລະ ທຶນຊ່ວຍເຫຼືອຈາກປະເທດເກົ່າຫຼີໃຕ້ເຊັ້ນດຽວກັນ ປະກອບມີ 4 ຫ້ອງຮຽນ ແລະ ມາໃນຄັ້ງນີ້ແມ່ນໄດ້ຮັບການກໍ່ສ້າງຕໍ່ຕືມເປັນຊັ້ນທີສອງອີກ 4 ຫ້ອງເຊິ່ງເລີ່ມລົງມືມາແຕ່ ທ້າຍເດືອນ ພະຈິກ 2015 ຜ່ານມາ, ຮອດປັດຈຸບັນສໍາເລັດແລ້ວ ໂດຍມີແຮງງານຈາກນັກສຶກສາອາສາສະໜັກຈາກມະຫາວິທະຍາໄລດົງກຸກ ປະເທດເກົາຫຼີໃຕ້ ຈໍານວນ 31 ຄົນ, ຍິງ 19 ຄົນ ໂດຍມາສົມທົບກັບຊຸມຊົນ, ຄູອາຈານ ແລະ ນ້ອງນັກຮຽນທີ່ ມຕ ດອນໄຊ.
ທັງນີ້ກໍເພື່ອຈັດກິດຈະກໍາສະໜັບສະໜູນການສຶກສາ ແລະ ຜູກແໜ້ນຄວາມສາມັກຄີ ລະຫວ່າງ ບັນດາມະຫາວິທະຍາໄລຂອງປະເທດເກົາຫຼີໃຕ້ ກັບ ສປປ ລາວ ເວົ້າສະເພາະ ກໍຄືຂົງເຂດການສຶກສາຢູ່ແຂວງອຸດົມໄຊ, ກ່າວມອບໂດຍແມ່ນທ່ານ ຊອນຈິນ ປະທານມູນິທິ World Mercy Korea, ກ່າວຮັບໂດຍແມ່ນທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ຕໍ່ກັບຜົນງານການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ຂອງມູນິທິ ແລະ ມະຫາວິທະຍາໄລ ລ້ວນແຕ່ມີຄວາມໝາຍຄວາມສໍາຄັນ ຕໍ່ກັບການພັດທະນາວຽກງານໂຄງລ່າງການສຶກສາ ເຊຶ່ງມັນໄດ້ກາຍເປັນຜົນງານອັນພົ້ນເດັ່ນ ແລະ ເຫັນໄດ້ຊັດເຈນ ສະແດງອອກທາງດ້ານການຊ່ວຍເຫຼືອທາງດ້ານງົບປະມານ ແລະ ເຫື່ອແຮງ ເຂົ້າໃນການສະໜັບສະໜູນວຽກງານການສຶກສາຢູ່ແຂວງອຸດົມໄຊ, ນີ້ສະແດງເຖິງຄວາມຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍໄມຕີຈິດມິດຕະພາບ ລະຫວ່າງ 2 ປະເທດ ເວົ້າສະເພາະກໍຄືແຂວງອຸດົມໄຊ ກັບ ບັນດາມະຫາວິທະຍາໄລປະເທດເກົາຫຼີໃຕ້.
ເພື່ອເປັນການຈາລືກຜົນງານດັ່ງກ່າວ ໃນພິທີໄດ້ມອບໃບຍ້ອງຍໍ, ຂອງທີ່ລະນຶກ ໃຫ້ທາງມູນິທິ ແລະ ນັກສຶກສາ ຈາກນັ້ນກໍໄດ້ຮັບຊົມການສະແດງສິລະປະວັນນະຄະດີເພື່ອແລກປ່ຽນທາງດ້ານວັດທະນະທໍຳທັງສອງປະເທດ ແລະ ຮ່ວມກັນຕັດແຖບຜ້າ, ປ່ອຍໜາກໂປ່ງຂື້ນສູ່ທ່ອງຟ້າ, ຕອນທ້າຍພິທີແມ່ນໄດ້ຮ່ວມກັນບາສີສູ່ຂວັນຕາມຮີດຄອງປະເພນີອັນດີງາມຂອງຊາດລາວ ຕື່ມອີກ.
ນອກຈາກກິດຈະກໍາການກໍ່ສ້າງໂຮງຮຽນແລ້ວ, ຍັງມີກິດຈະກໍາການຮຽນ-ການສອນພາສາອັງກິດ ແລະ ການສອນກິລາເທຄວັນໂດ ໃຫ້ນັກຮຽນ, ນັກສຶກສາພາຍໃນແຂວງອຸດົມໄຊ ໂດຍມີຕົວແທນນັກສຶກສາຈາກ 7 ມະຫາວິທະຍາໄລຂອງປະເທດເກົາຫຼີໃຕ້ເຂົ້າຮ່ວມ ມີມະຫາວິທະຍາໄລ ຄຸກມິນ, ດົງກຸກ, ມ່ຽວຈີ່, ຊັງມຽວ, ຜູ້ຍິງ, ຊຸງຊິນ ແລະ ມະຫາວິທະຍາໄລ ເຊຈ໋ອງ ລວມທັງໝົດ 200 ກວ່າຄົນທີ່ມາໃນຄັ້ງນີ້.

12400709_965386430202130_2359218099395936648_n12512813_965386500202123_2780531268322795885_n