Home​ຂ່າວທ່ອງທ່ຽວເຊີນທ່ຽວ ບຸນກອງເຂົ້າໃຫຍ່ ເມືອງພຽງ

ເຊີນທ່ຽວ ບຸນກອງເຂົ້າໃຫຍ່ ເມືອງພຽງ

Published on

ບຸນກອງເຂົ້າໃຫຍ່ເມືອງພຽງ ແຂວງໄຊຍະບູລີ ຈະໄດ້ຈັດຂຶ້ນ ທີ່ບ້ານ ສົມສະຫວັນ ລະຫວ່າງວັນທີ 19-24 ມັງກອນ 2016
ລາຍລະອຽດຂອງກິດຈະກຳໃນງານມີຄື:
– ວັນທີ 19 ມັງກອນ 2016 ເປັນມື້ເຕົ້າໂຮມບຸນ ນຳພາຂະບວນແຫ່ເຂົ້າເປືອກ-ເຂົ້າສານຂອງບ້ານມາຮ່ວມທານ
– ວັນທີ 20 ມັງກອນ 2016 ພາກເຊົ້າ ສືບຕໍ່ນຳພາຂະບວນແຫ່ເຂົ້າເປືອກ-ເຂົ້າສານຂອງບ້ານມາຮ່ວມທານ, ເປີດຕະຫຼາດນັດ, ຊົມສິນຄ້າໃນຕະຫຼາດນັດ ແລະສິນຄ້າໂອດັອບ. ຕອນຄ່ຳ ຊົມການປະກວດທິດາກອງເຂົ້າໃຫຍ່ ແລະຄົບງັນຕາມປະເພນີ.
– ວັນທີ 21 ມັງກອນ 2016 ຕອນເຊົ້າເປີດພິທີງານບຸນກອງເຂົ້າໃຫຍ່ຢ່າງເປັນທາງການ
ປະກາດຮັບຮອງຜະລິດຕະພັນສິນຄ້າໂອດັອບຂັ້ນເມືອງ, ຊົມຂະບວນກ້ອນກຳລັງບັນດາຊົນເຜົ່າ, ຊົມຂະບວນແຫ່ຊ້າງ ແລະຂີ່ຊ້າງຊົມວັດທະນະທຳກອງເຂົ້າໃຫຍ່. ຊົມການຟາດເຂົ້າ ແລະຕຳເຂົ້າແບບພື້ນເມືອງ, ຊົມຕະຫຼາດສິນຄ້າໂອດັອບ ແລະກິລາພື້ນເມືອງ. ການສະແດງສິລະປະວັນນະຄະດີ, ຊົມການຈູດດອກໄມ້ໄຟ ແລະຄົບງັນຕາມປະເພນີ.
– ວັນທີ 22 ມັງກອນ 2016 ຫ້າງຫາກະກຽມຄູນລານເຂົ້າ(ສູດຂວັນເຂົ້າ), ຊົມຕະຫຼາດນັດ ແລະຂີ່ຊ້າງທ່ອງທ່ຽວ. ຕອນແລງ ພິທີສູດຂວັນເຂົ້າ, ຊົມການຕີກອງຫາງພື້ນເມືອງ, ຊົມຫໍວັດທະນະທຳກອງເຂົ້າໃຫຍ່, ກິດຈະກຳຟາດເຂົ້າ, ຕຳເຂົ້າ ພື້ນເມືອງ ແລະຊົມວັດທະນະທຳ ຊົນເຜົ່າຕອງເຫຼືອງ. ຕອນຄ່ຳຊົມສິລະປະວັນນະຄະດີ, ຊົມດອກໄມ້ໄຟ ແລະຄົບງັນຕາມປະເພນີ.
– ວັນທີ 23 ມັງກອນ 2016 ຕອນເຊົ້າປະກວດອາຫານພື້ນເມືອງ, ຊົມຫໍວັດທະນະທຳກອງເຂົ້າໃຫຍ່, ຊົມຕະຫຼາດນັດ ແລະຂີ່ຊ້າງທ່ອງທ່ຽວ. ຕອນຄ່ຳຊົມສິລະປະວັນນະຄະດີ, ປະກວດນັກຮ້ອງສຽງດີ ແລະຄົບງັນຕາມປະເພນີ.
– ວັນທີ 24 ມັງກອນ 2016 ຕອນເຊົ້າ ມີພິທີຕັກບາດ ຖວາຍທານ ໃນບໍລິເວນກອງເຂົ້າໃຫຍ່. ຈາກນັ້ນເປັນອັນວ່າສຳເລັດພິທີ

ກອງເຂົ້າໃຫຍ່
ນັກທ່ອງທ່ຽວ ກັບກອງເຂົ້າໃຫຍ່ ຮູບຈາກ: ສຸລິຍາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...