Homeຂ່າວທ້ອງຖິ່ນເມືອງດາກຈຶງ ແຂວງເຊກອງ ຕັ້ງເປົ້າຈະດຶງດູດການລົງທຶນ ໃຫ້ໄດ້ 170 ໂຄງການ ມູນຄ່າ 240 ກ່ວາຕື້ກີບ!

ເມືອງດາກຈຶງ ແຂວງເຊກອງ ຕັ້ງເປົ້າຈະດຶງດູດການລົງທຶນ ໃຫ້ໄດ້ 170 ໂຄງການ ມູນຄ່າ 240 ກ່ວາຕື້ກີບ!

Published on

ຂປລ. ອີງຕາມຂໍ້ມູນລາຍງານ ຈາກຫ້ອງການແຜນການ ແລະ ການລົງທຶນເມືອງດາກຈຶງ ​ແຂວງ​ເຊ​ກອງ ໃຫ້ຮູ້ ວ່າ: ດາກຈຶງ ເປັນເມືອງທີ່ມີທ່າແຮງ ດຶງດູດການລົງທຶນ ເຂົ້າໃນຫລາຍຂົງເຂດເປັນຕົ້ນ ການຜະລິດກະສິກຳ, ອຸດສາຫະກຳ ແລະ ການບໍລິການ. ນັບແຕ່ປີ 2015-2019 ເມືອງ ຈະສູ້ຊົນປະຕິບັດໂຄງການ ລົງທຶນໃຫ້ໄດ້ທັງໝົດ 170 ໂຄງການລວມມູນຄ່າ 243 ຕື້ກວ່າກີບ ປະກອບມີການລົງທຶນຂອງລັດ, ເອກະຊົນ ແລະ ສິນເຊື່ອທະນາຄານ. ໂຄງການເຫລົ່ານີ້ ໄດ້ແບ່ງເປັນ ຂົງເຂດ ຄື: ຂົງເຂດເສດຖະກິດ ປະກອບມີຂະແໜງກະສິກຳ ແລະປ່າໄມ້ 26 ໂຄງການມູນຄ່າ 48 ຕື້ກວ່າກີບ; ພະລັງງານ ແລະ ບໍ່ແຮ່ 7 ໂຄງການມູນຄ່າ 38,6 ຕື້ກີບ; ໂຍທາທິການ ແລະຂົນສົ່ງ 12 ໂຄງການມູນຄ່າ 37 ຕື້ກວ່າກີບ; ອຸດສາຫະກຳ ແລະ ການຄ້າ 16 ໂຄງການມູນຄ່າ 9 ຕື້ກວ່າກີບ; ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 11 ໂຄງການມູນຄ່າ 5 ຕື້ກວ່າກີບ; ວິທະຍາສາດ ແລະ ເຕັກໂນໂລຊີ 4 ໂຄງການມູນຄ່າ 236 ລ້ານກີບ ແລະ ຂະແໜງໄປສະນີ, ໂທລະຄົມ ແລະ ການສື່ ສານ 1 ໂຄງການ,ມູນຄ່າ 1 ຕື້ກີບ. ສໍາລັບຂົງເຂດ ວັດທະນະທຳ–ສັງຄົມມີ 53 ໂຄງການ, ມູນຄ່າ 40 ຕື້ກວ່າກີບ, ໃນນີ້ປະກອບ ມີຂະແໜງການສຶກສາ ແລະ ກິລາ 17 ໂຄງການມູນຄ່າ 11 ຕື້ກວ່າກີບ; ສາທາລະນະສຸກ 16 ໂຄງການມູນຄ່າ 15 ຕື້ກວ່າກີບ; ຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ 20 ໂຄງການມູນຄ່າ 12 ຕື້ກວ່າກີບ, ສ່ວນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກມີ 11 ໂຄງການມູນຄ່າ 14 ຕື້ກວ່າກີບ;  ຂົງເຂດການເມືອງ 4 ໂຄງການມູນຄ່າ 1,6 ຕື້ກີບ ແລະ ອີກ 3 ໂຄງການແມ່ນຂົງເຂດຕຸລາການລວມມູນຄ່າ 3,8 ຕື້ກີບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...