spot_img
Homeຂ່າວຕ່າງປະເທດກຸ່ມໄອເອັສອອກຖະແຫລງການ ອ້າງຢູ່ເບື້ອງຫລັງກໍ່ເຫດ ໂຈມຕີນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ!

ກຸ່ມໄອເອັສອອກຖະແຫລງການ ອ້າງຢູ່ເບື້ອງຫລັງກໍ່ເຫດ ໂຈມຕີນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ມັງກອນນີ້ວ່າ ກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ອອກຖະແຫລງການ ຜ່ານສື່ສັງຄົມອອນລາຍຂອງຕົນວ່າ ເປັນຜູ້ຢູ່ເບື້ອງຫລັງເຫດລະເບີດໂຈມຕີ ແລະ ຍິງປະທະກັບເຈົ້າໜ້າທີ່ຕຳຫລວດ ໃນໃຈກາງນະຄອນຫລວງຈາກາຕາ ເມືອງຫລວງປະເທດອິນໂດເນເຊຍ ເມື່ອວັນພະຫັດທີ 14 ມັງກອນຜ່ານມາ ສົ່ງຜົນເຮັດໃຫ້ມີພົນລະເມືອງເສຍຊີວິດ 2 ຄົນ ແລະ ຄົນຮ້າຍເສຍຊີວິດອີກ 5 ຄົນ ລວມເປັນ 7 ຄົນ.

ພາຍໃນຖະແຫລງການດັ່ງກ່າວໄດ້ລະບຸວ່າ ເປົ້າໝາຍຂອງການໂຈມຕີຄັ້ງນີ້ ແມ່ນພົນລະເມືອງຊາວຕ່າງປະເທດ ທີ່ເປັນຊາດພັນທະມິດ ທີ່ດຳເນີນການເຮັດສົງຄາມກັບກຸ່ມໄອເອັສ ໂດຍຕຳຫລວດອິນໂດເນເຊຍລະບຸວ່າ ຜູ້ກໍ່ເຫດ ໄດ້ພະຍາຍາມຮຽນແບບ ເຫດກໍ່ການຮ້າຍໂຈມຕີນະຄອນຫລວງປາຣີ ປະເທດຝຣັ່ງ ເມື່ອຄັ້ງວັນທີ 13 ພະຈິກ 2015 ຜ່ານມາ.

Indonesian police advance during an attack in central Jakarta January 14, 2016. Five militants, including one foreigner, were killed in the gun and bomb assault in central Jakarta, Indonesia's chief security minister said on Thursday.  REUTERS/Darren Whiteside
ພາບ: REUTERS/Darren Whiteside

 

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...