spot_img
Homeຂ່າວພາຍ​ໃນທຳລາຍສິນຄ້າ ໝົດອາຍຸເກືອບ 60 ລາຍການ

ທຳລາຍສິນຄ້າ ໝົດອາຍຸເກືອບ 60 ລາຍການ

Published on

   ຕອນ​ແລງ​ວັນ​ທີ 12 ມັງ­ກອນ 2016 ທີ່​ເດີ່ນ​ຫ້ອງ​ວ່າ­ການ​ປົກ­ຄອງ ເມືອງ​ຍົມ​ມະ​ລາດ ແຂວງ​ຄຳ​ມ່ວນໄດ້ຈັດ​ພິ­ທີ​ທຳ­ລາຍ​ສິນ­ຄ້າ​ໝົດ​ອາ­ຍຸ​ການ​ນຳໃຊ້ ແລະ​ ສິນ­ຄ້າ​ນຳ​ເຂົ້າ​ບໍ່​ຖືກ­ຕ້ອງ​ລວມ ທັງ​ໝົດ​ເກືອບ 60 ລາຍ­ການເຂົ້າ​ຮ່ວມພິ­ທີ​ດັ່ງ­ກ່າວ​ຂອງທ່ານ ແປງ​ໃຈ ດວງ​ພິໃສ ຮອງ​ເຈົ້າ­ເມືອງໆ​ຍົມ​ມະ​ລາດ, ທ່ານ ບຸນ​ຈັນ ໄຊ​ປັນ­ຍາ ຮອງ​ເຈົ້າ­ເມືອງໆ​ຍົມ ມະ​ລາດ, ທ່ານ ແພງ​ສະ​ຫວັດ ເລືອງ​ຄຳ ມາ ຫົວ­ໜ້າ​ຫ້ອງ­ການ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ພ້ອມ​ດ້ວຍ​ບັນ­ດາ​ຄະ­ນະ​ບໍ­ລິ­ຫານ ງານ​ພັກ​ເມືອງ, ຄະ­ນະ​ຫ້ອງ­ການ​ອ້ອມ ຂ້າງ​ເມືອງ ແລະ​ພໍ່­ຄ້າ​ຊາວ​ຂາຍ, ອ້ອມ ເມືອງ​ເຂົ້າ​ຮ່ວມ​ຈຳ­ນວນ​ຫຼວງ­ຫຼາຍ.

    ສິນ­ຄ້າ​ໝົດ​ອາ­ຍຸ​ນຳ​ໃຊ້ ແລະ​ສິນ­ຄ້າ ນຳ​ເຂົ້າ​ບໍ່​ຖືກ­ຕ້ອງ​ທີ່​ນຳ​ມາ​ທຳ­ລາຍ​ໃນ ຄັ້ງ​ນີ້​ແມ່ນ​ຢຶດ​ມາ​ໄດ້​ຈາກ​ຫ້າງ​ຮ້ານ​ໃນທົ່ວ​ເມືອງ​ທີ່​ນຳ​ເຂົ້າ​ມາ​ຈຳ­ໜ່າຍ​ໃຫ້​ປະຊາ​ຊົນ​ລວມ​ມີ​ທັງ​ໝົດ 59 ລາຍ­ການລວມ​ມູນ​ຄ່າ​ທັງ​ໝົດ 10,807,500 ກີບທັງ​ນີ້ ກໍ​ເພື່ອ​ສະ­ກັດ​ກັ້ນ​ການ​ນຳ​ເຂົ້າ​ສິນຄ້າ​ທີ່​ບໍ່​ຖືກ­ຕ້ອງ ແລະ​ເພື່ອ​ກວດ­ກາ​ສິນ­ຄ້າທີ່​ໝົດ​ອາ­ຍຸ​ການ​ໃຊ້​ງານ​ແລ້ວ​ແນ­ໃສ່​ບໍ່​ໃຫ້ຜູ້​ບໍ­ລິ­ໂພກ​ໄດ້​ຮັບ​ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...