spot_img
Homeຂ່າວພາຍ​ໃນຫາລືການກວດກາງົບປະມານແຫ່ງລັດ ກ່ອນກ້າວສູ່ການເຊື່ອມໂຍງດ້ານເສດຖະກິດ

ຫາລືການກວດກາງົບປະມານແຫ່ງລັດ ກ່ອນກ້າວສູ່ການເຊື່ອມໂຍງດ້ານເສດຖະກິດ

Published on

ຫາລືການກວດກາງົບປະມານແຫ່ງລັດ ກ່ອນກ້າວສູ່ການເຊື່ອມໂຍງດ້ານເສດຖະກິດ

ກຳມາ​ທິ​ການ​ເສດຖະກິດ​ແຜນການ-ການ​ເງິນ ສະພາ​ແຫ່ງ​ຊາດ 3 ປະເທດ ລາວ ຫວຽດນາມ ແລະ ກຳປູເຈຍ ພ້ອມ​ກັນ​ແລກປ່ຽນ​ບົດຮຽນ ການ​ເພີ່ມ​ທະວີ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ ໃນ​ການ​ຕິດຕາມ​ກວດກາ​ງົບປະມານ​ແຫ່ງ​ລັດ ກ່ອນ​ກ້າວ​ສູ່​ການ​ເຊື່ອມ​ໂຍງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ຂະນະ​ທີ່​ກອງ​ປະຊຸມ​ຄັ້ງ​ຕໍ່​ໄປ ສະເໜີ​ການ​ເຊື້ອ​ເຊີນ​ສະຫະພາບ​ມຽນ​ມາ​ເຂົ້າ​ຮ່ວມ ເພື່ອ​ສ້າງຕັ້ງ​ກົນ​ໄກ​ການ​ຮ່ວມ​ມື 4 ປະເທດ​ອາ​ຊຽນ​ໃໝ່ ເພື່ອ​ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ລະຫວ່າງ​ສະມາຊິກ​ເກົ່າ ແລະ ໃໝ່.

ທ່ານ ​ດຣ. ນາງ ສຸ​ວັນເພັງ ບຸບຜາ​ນຸ​ວົງ ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະທານ​ກຳມາ​ທິ​ການ​ເສດຖະກິດ ແຜນການ-ການ​ເງິນ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ຈະ​ໄດ້​ແລກປ່ຽນ​ບົດຮຽນ​ພາຍ​ໃຕ້​ຫົວຂໍ້ ການ​ເພີ່ມ​ທະວີ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ ໃນ​ການ​ຕິດຕາມ​ກວດກາ​ງົບປະມານ​ແຫ່ງ​ລັດ ຊຶ່ງ​ເປັນ​ຫົວຂໍ້​ທີ່​ມີ​ຄວາມ​ສຳຄັນ ໃຫ້​ແກ່​ການ​ດຳເນີນ​ວຽກ​ງານ​ຂອງ​ກຳມາ​ທິ​ການ​ເສດຖະກິດ ແຜນການ-ການ​ເງິນ ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ປະສານ​ງານ ລະຫວ່າງ​ກຳມາ​ທິ​ການ​ເສດຖະກິດ ແຜນການ-ການ​ເງິນ ກະຊວງ​ການ​ເງິນ ແລະ ອົງການ​ກວດ​ສອບ​ແຫ່ງ​ລັດ ໃນ​ການ​ຮັບຮອງ​ເອົາ​ແຜນ​ງົບປະມານ​ແຫ່ງ​ລັດ​ປະຈຳ​ປີ ລວມ​ໄປ​ເຖິງ​ບົດຮຽນ​ໃນ​ການຈັດຕັ້ງ​ປະຕິບັດ​ມາດ​ຕະການ ໃນ​ການ​ແກ້​ໄຂ​ຜົນ​ຂອງ​ການ​ກວດ​ສອບ ຕໍ່​ກັບ​ບັນດາ​ຫົວໜ່ວຍ​ງົບປະມານ​ທີ່​ລະເມີດ​ກົດໝາຍ ພ້ອມ​ນັ້ນ ຈະ​ສືບຕໍ່​ຄົ້ນຄວ້າ​ບັນດາ​ກົນ​ໄກ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ກຳມາ​ທິ​ການ 3 ປະເທດ ລາວ ຫວຽດນາມ ແລະ ກຳປູເຈຍ ໃຫ້​ໄດ້​ຮັບ​ປະ​ສິດທິ​ຜົນ.

3ປະເທດ ລາວ ຫວຽດນາມ ແລະ ກຳປູເຈຍ ຖື​ວ່າ​ເປັນ​ປະເທດ​ສະ​ຊິກ​ອາ​ຊຽນ​ໃໝ່ ໃນ​ໄລຍະ​ທີ່​ຈະ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ຊຶ່ງ 3ປະເທດ ຈະ​ໄດ້​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ ໃນ​ດ້ານ​ການ​ແຂ່ງຂັນ​ດ້ານ​ເສດຖະກິດ ແລະ ການ​ຍາດ​ແຍ່ງ​ໂອກາດ​ຈາກ​ການ​ເຊື່ອມ​ໂຍງ​ມາສູ່​ທັງ 3ປະເທດ​ໄດ້​ນັ້ນ ຕ້ອງ​ໄດ້​ເອົາໃຈໃສ່​ກວດກາ ແລະ ປັບປຸງ​ຄືນ​ລະບົບ​ນິຕິ​ກຳ​ຂອງ​ຕົນ​ໃຫ້​ມີ​ປະ​ສິດທິ​ຜົນ ແລະ ສອດຄ່ອງ​ກັບ​ການ​ເຊື່ອມ​ໂຍງ.

ກອງ​ປະຊຸມ​ຮ່ວມ 3 ກຳມາ​ທິ​ການ​ເສດຖະກິດ ແຜນການ-ການ​ເງິນ ຣາ​ຊະ​ອານາຈັກ​ກຳປູເຈຍ ​ສປປ ລາວ ແລະ ​ສສ.ຫວຽດນາມ ຈັດ​ຂຶ້ນ​ໃນ​ວັນ​ທີ 19 ມີນາ 2014 ທີ່​ໂຮງ​ແຮງ​ລາວ​ພຼາ​ຊາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ດຣ. ນາງ ສຸ​ວັນເພັງ ບຸບຜາ​ນຸ​ວົງ ມີ​ທ່ານ ຟູງ ກົກ ຫຽນ ປະທານ​ກຳມາ​ທິ​ການ​ວຽກ​ງານ​ການ​ເງິນ-ງົບປະມານ ​ສສ.ຫວຽດນາມ ທ່ານ ​ດຣ. ຈຽມ​ຢຽບ ປະທານ​ກຳມາ​ທິ​ການ​ເສດຖະກິດ ການ​ເງິນ ການ​ທະນາຄານ ແລະ ການ​ກວດ​ສອບ ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ແລະ ພະນັກງານ​ວິຊາ​ການ​ຂອງ​ທັງ 3 ພາກສ່ວນ.

 

http://www.vientianemai.net/teen/khao/1/11404

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...